ວຽກງານເກັບກູ້ລູກລະເບີດທີ່ຕົກຄ້າງພາຍຫຼັງສົງຄາມ ແມ່ນວຽກງານທີ່ຮັບຖືວ່າ ແມ່ນຂອງເພດຊາຍຍ້ອນຄວາມໜັກໜາ ແລະ ເປັນອັນຕະລາຍຂອງມັນ. ແຕ່ຢູ່ແຂວງ ກວາງຈິ, ຍັງຄົງມີແມ່ຍິງຫຼາຍຄົນມີຄວາມຜູກພັນກັບວຽກງານນີ້. ເຂົ້າຮ່ວມໂຄງການ “ຟື້ນຟູສິ່ງແວດລ້ອມ ແລະ ແກ້ໄຂຜົນຮ້າຍຢ່ອນຫຼັງຈາກສົງຄາມ - RENEW” ໃນປະຈຸບັນ, ມີພາລະກອນຍິງ 8 ຄົນຊຶ່ງໃນແຕ່ລະມື້, ແຕ່ລະຊົ່ວໂມງໄດ້ສຸມກຳລັງເຫື່ອແຮງເພື່ອຊອກຄົ້ນຫາ, ກວດກູ້ ແລະ ທຳລາຍລະເບີດທີ່ຍັງບໍ່ທັນແຕກ ເພື່ອນຳຄວາມສະຫງົບສຸກມາສູ່ປະຊາຊົນ.
ການທຳລາຍລະເບີດຍັງບໍ່ທັນແຕກ |
ທ່ານເລຊວນຕຸ່ງ ສະມາຊິກສັງກັດກອງເກັບກູ້ລະເບີດທີ່ຍັງບໍ່ທັນແຕກເລກ 3 ເປີດເຜີຍວ່າ : ບັນດາພາລະກອນເພດຊາຍໃນກອງ ລ້ວນແຕ່ສະແດງຄວາມນິຍົມນັບຖືຕໍ່ບັນດາພາລະກອນຍິງ ຊຶ່ງເປັນເພື່ອນຮ່ວມອາຊີບຂອງເຂົາເຈົ້າ. ພາລະກອນຍິງ 8 ຄົນທີ່ເຮັດວຽກງານເກັບກູ້ລະເບີດທີ່ຍັງບໍ່ທັນແຕກຂອງໂຄງການ RENEW ຕ່າງກໍຢູ່ໃນເກັ່ນອາຍຸຕ່ຳກວ່າ 30 ປີ, ໃນນັ້ນແມ່ຍິງທີ່ໜຸ່ມກວ່າໝູ່ແມ່ນມີອາຍຸພຽງ 23 ປີເທົ່ານັ້ນ. ທ່ານເລຊວນຕຸ່ງ ໃຫ້ຮູ້ວ່າ : (ເທບ) “ ບັນດາພາລະກອນຍິງໃນໂຄງການເກັບກູ້ລະເບີດທີ່ຍັງບໍ່ທັນແຕກ ຂອງ RENEW ກໍບໍ່ນ້ອຍໜ້າກວ່າເພດຊາຍ. ເຂົາເຈົ້າມີຄວາມດຸໝັ້ນຂະຫຍັນພຽນ, ເຮັດວຽກດ້ວຍຄວາມລະມັດລະວັງ ແລະ ມານະອົດທົນ. ມີບັນດາບັນຫານອກວຽກງານ, ບັນດາອ້າຍນ້ອງໃນກອງ ກໍໄດ້ແບ່ງປັນກັບເອື້ອຍນ້ອງ, ແຕ່ເມື່ອລົງມືເຮັດວຽກຕົວຈິງ, ຜູ້ລະໜ້າທີ່ວຽກງານ ແລະ ພວກເອື້ອຍນ້ອງແມ່ຍິງລ້ວນແຕ່ເຮັດສຳເລັດ”
ນາງ ຫງວຽນທິຖີ ອາຍຸ 27 ປີ ໄດ້ຜູກພັນກັບວຽກງານຂອງ RENEW ມາເປັນເວລາກວ່າ 3 ປີ ເປີດເຜີຍວ່າ :
“ ເມື່ອຍັງບໍ່ທັນເຂົ້າເປັນພາລະກອນຂອງໂຄງການ, ເຫັນລູກລະເບີດ, ໝາກໝິ່ນ, ວັດຖຸລະເບີດທີ່ຍັງບໍ່ທັນແຕກ, ຂ້າພະເຈົ້າມີຄວາມຢ້ານກົວຫຼາຍ, ແຕ່ພາຍຫຼັງເຂົາ້ເຮັດວຽກໃນໂຄງການ RENEW, ຮັບຂ້າພະເຈົ້າໄດ້ຮັບການບຳລຸງສ້າງກ່ຽວກັບ ລູກລະເບີດ, ໝາກໝິ່ນ, ວັດຖຸລະເບີດຢ່າງລະອຽດ ແລະ ປະຈຸບັນຂ້າພະເຈົ້າຮູ້ວິທີແກ້ໄຂເມື່ອພົບເຫັນລູກລະເບີດ, ໝາກໝິ່ນ, ວັດຖຸລະເບີດທີ່ຍັງບໍ່ທັນແຕກ. ພໍ່ແມ່ຂ້າພະເຈົ້າ ກໍເປັນທະຫານ ແລະ ເຂົ້າໃຈກ່ຽວກັບຜົນຮ້າຍຢ່ອນຫຼັງຂອງ ລະເບີດທີ່ຍັງບໍ່ທັນແຕກກໍ່ຂຶ້ນໃນສັງຄົມ, ດັ່ງນັ້ນ ກໍໄດ້ສະໜັບສະໜູນວຽກງານຂອງຂ້າພະເຈົ້າ”
ໃນມື້ໜຶ່ງທີ່ມີແສງແດດຮ້ອນເອົ້າ, ນາງ ຫງວຽນທິຈາງ ນັກເຕັກນິກ ທີ່ໜຸ່ມແໜ້ນກວ່າໝູ່ໃນກອງ ພວມກວດກາ, ຊອກຄົ້ນຫາຕາມເນື້ອທີ່ດິນແຕ່ລະ ຊັງຕີແມັດມົນທົນ ແລະ ບັງເອີນເຄື່ອງກວດໄດ້ສົ່ງສັນຍານບອກເຕືອນມີໂລຫະ. ນາງຈາງໄດ້ໃຊ້ຊ້ວານຄ່ອຍຂຸດດິນ. ເມື່ອຂຸດໄດ້ປະມານ 10 ຊັງຕີແມັດມົນທົນ, ນາງໄດ້ພົບເຫັນລະເບີດລູກຫວ່ານລູກໜຶ່ງ. ຍ້ອນຄວາມເປັນອັນຕະລາຍຂອງລະເບີດຊະນິດນີ້, ໃນທັນທີ່, ກອງເກັບກູ້ລະເບີດທີ່ຍັງບໍ່ທັນແຕກຂອງນາງ ໄດ້ຕັດສິນທຳລາຍຢູ່ກັບທີ່. ນາງ ຫງວຽນທິຈາງ ເວົ້າວ່າ :
“ ພາຍທີ່ຮຽນຈົບຈາກໂຮງຮຽນແພດຊັ້ນກາງ, ຂ້າພະເຈົ້າກໍບໍ່ຮູ້ວ່າ ເຮົາຈະເຮັດວຽກງານນີ້. ແຕ່ໂດຍແມ່ນຜູ້ດຳລົງຊີວິດຢູ່ເຂດດິນແຂວງ ກວາງຈິ, ໄດ້ເຫັນປະຈັກຕາຫຼາຍກໍລະນີເສຍຊີວິດ ແລະ ຮັບາດເຈັບຍ້ອນລູກລະເບີດ, ໝາກໝິ່ນ, ວັດຖຸລະເບີດ, ດັ່ງນັ້ນ, ຂ້າພະເຈົ້າໄດ້ຕັດສິນເຮັດວຽກງານນີ້ ດ້ວຍຄວາມຫວັງຢາກປະກອບສ່ວນກຳລັງເຫືອ່ແຮງຂອງຕົນເຂົ້າໃນການສ້າງສາບ້ານເກີດເມືອງນອນ ”
ໃນຊຸມປີທີ່ຜ່ານມາ, ພ້ອມກັບບັນດາພາລະກອນເພດຊາຍ, ບັນດາພາລະກອນຍິງໃນໂຄງການ RENEW ໄປໄປທຸກໆແຫ່ງໃນແຂວງກວາງຈິ ເພື່ອ ເກັບກູ້ໝາກໝິ່ນ, ວັດຖຸລະເບີດ, ລູກລະເບີດທີ່ຍັງບໍ່ທັນແຕກນັບແສນລູກ. ໃນແຕ່ລະມື້, ແຕ່ລະຊົ່ວໂມງເຂົາເຈົ້າຍັງຄົງສຸມກຳລັງເຫື່ອແຮງຂອງຕົນເພື່ອຊອກຄົ້ນຫາ, ກວດກູ້ ແລະ ທຳລາຍລະເບີດທີ່ຍັງບໍ່ທັນແຕກ ເພື່ອນຳຄວາມສະຫງົບສຸກມາສູ່ປະຊາຊົນແຂວງກວາງຈິ.