(vovworld) – “ປະທານ ໂຮ່ຈີມິນເປັນຜູ້ຍິ່ງໃຫຍ່ຍ້ອນບັນດາສິ່ງລຽບງ່າຍທີ່ສຸດ ແລະ ເຕັມໄປດ້ວຍວັດທະນະທຳມະນຸດ. ແລະ ໃນຊີວິດຂອງຕົນ, ຂ້າພະເຈົ້າໄດ້ຄິດຮອດເຖິງເພິ່ນໃນແຕ່ລະວັນ“. ນັ້ນແມ່ນຄຳແບ່ງປັນທີ່ເຕັມໄປດ້ວຍຄວາມສະເທືອນໃຈຂອງປ້າ Elisabeth Helfer Aubrac. ຜູ້ທີ່ປະທານ ໂຮ່ຈີມິນໄດ້ຮັບມາເປັນລູກລ້ຽງຢູ່ ຝລັ່ງ.
(ປ້າ Elisabeth Helfer Aubrac ມີວັດຖຸສິ່ງຂອງ
ຂອງຫວຽດນາມເປັນຈຳນວນຫຼວງຫຼາຍ)
ໃນຄົວເຮືອນນ້ອຍໆຕັ້ງຢູ່ເມືອງ 9 ປາຣີ ຂອງຜົວເມຍປ້າ Elisabeth Helfer Aubrac ມີວັດຖຸສິ່ງຂອງ ຂອງຫວຽດນາມເປັນຈຳນວນຫຼວງຫຼາຍ. ປ້າເກີດເມື່ອປີ 1946, ກົງກັບປີທີ່ປະທານ ໂຮ່ຈີມິນ ໄປ ຝລັ່ງ ໃນຖານະເປັນແຂກຜູ້ມີກຽດຂອງ ຝລັ່ງ ເພື່ອເຂົ້າຮ່ວມກອງປະຊຸມ Fontainebleau. ຍ້ອນຄວາມສະໜິດຕິດພັນລະຫວ່າງ ພໍ່ຂອງປ້າ, ທ່ານ Raymond Aubrac, ເຊິ່ງແມ່ນນັກປະຕິວັດຊາວ ຝລັ່ງ, ຜູ້ທີ່ມີການປະກອບສ່ວນຢ່າງຫຼວງຫຼາຍໃຫ້ແກ່ພາລະກິດຕໍ່ສູ້ເພື່ອສັນຕິພາບຢູ່ ຫວຽດນາມ ກັບປະທານ ໂຮ່ຈີມິນ ນັ້ນ, ໄດ້ເປັນສາຍແນນພາໃຫ້ຊີວິດຂອງ Elisabeth Helfer Aubrac ຕິດພັນກັບພໍ່ລ້ຽງ “ແມ່ນປະທານ ໂຮ່ຈີມິນ“ ແລະ ຫວຽດນາມ. ປ້າ Elisabeth Helfer Aubrac, ເລົ່າສູ່ຟັງວ່າ:
“ຂ້າພະເຈົ້າອ່ານປື້ມໂດຍພໍ່ຂ້າພະເຈົ້າຂຽນ ແລະ ຟັງພໍ່ເລົ່າຄືນວ່າ, ປີ 1946, ເມື່ອໄປ ຝລັ່ງເຂົ້າຮ່ວມກອງປະຊຸມ Fontainebleau, ປະທານ ໂຮ່ຈີມິນ ໄດ້ພົບກັບພໍ່ຂອງຂ້າພະເຈົ້າ, ເຊິ່ງແມ່ນອະດີດສະມາຊິກລັດຖະສະພາ ຝລັ່ງ. ພໍ່ຂ້າພະເຈົ້າໄດ້ເຊີນປະທານ ໂຮ່ຈີມິນມາຢາມຄອບຄົວຂອງຂ້າພະເຈົ້າ, ຫຼັງຈາກນັ້ນ, ນັບແຕ່ຕົ້ນເດືອນ 8 ເຖິງກາງເດືອນ 9/1946, ປະທານ ໂຮ່ຈີມິນໄດ້ຍ້າຍເຂົ້າມາຢູ່ໃນເຮືອນ ແລະ ເຂດສວນຂອງພວກຂ້າພະເຈົ້າ. ວັນທີ 15/8 ຂ້າພະເຈົ້າໄດ້ຮັບການກຳເນີດ, ປະທານ ໂຮ່ຈີມິນ ໄດ້ມາຢາມ ສອງແມ່ລູກຢູ່ໂຮງປະສູດ, ມອບຂອງຂວັນ ແລະ ຮັບຂ້າພະເຈົ້າເປັນລູກລ້ຽງ ແລະ ເອີ້ນຂ້າພະເຈົ້າດ້ວຍຊື່ສະໜິດສະໜົມວ່າ Babette“.
(ຮູບປະທານໂຮ່ຈີມິນອຸ່້ມ Babette ເວລາຍັງນ້ອຍ)
ໃນໂອກາດວັນເກີດຂອງ Babette, ປະທານ ໂຮ່ຈີມິນ ເຄີຍຝາກຈົດໝາຍ ແລະ ຂອງຂວັນເຖິງຜົວເມຍທ່ານ Raymond Aubrac ແລະ ລູກລ້ຽງຂອງຕົນ. ບັນດາຂອງຂວັນໂດຍປະທານ ໂຮ່ຈີມິນ ມອບໃຫ້ນັ້ນ, ທ່ານ Raymond Aubrac ຍັງຄົງຮັກສາໄວ້ຈົນເຖິງປະຈຸບັນຄືດັ່ງບັນດາວັດຖຸເປັນທີ່ລະລຶກທີ່ສັກກະລະບູຊາ. ເວລາຍັງນ້ອຍ, Babette ເຄີຍແຕ້ມພາບ, ຂຽນຈົດໝາຍຝາກເຖິງພໍ່ລ້ຽງຂອງຕົນ. ເຖິງວ່າຕິດຄາກັບວຽກງານຄືແນວໃດ ແລະ ໃນສະພາບສົງຄາມຢ່າງດຸເດືອດກໍ່ຕາມ, ແຕ່ປະທານ ໂຮ່ຈີມິນ ຍາມໃດກໍ່ຂຽນຈົດໝາຍຕອບສະເໝີ. ປ້າ Elisabeth Helfer Aubrac ໄດ້ໃຫ້ພວກຂ້າພະເຈົ້າຊົມບັນດາຂອງຂວັນທີ່ໄດ້ຮັບຈາກປະທານ ໂຮ່ຈີມິນ, ພິເສດແມ່ນແພໄໝເພື່ອໃຫ້ລູກລ້ຽງຫຍິບເສື້ອນຸ່ງໃນງານແຕ່ງດອງຂອງຕົນ. ປ້າ Elisabeth Helfer Aubrac, ໃຫ້ຮູ້ວ່າ:
“ປະທານ ໂຮ່ຈີມິນແມ່ນຜູ້ຍິ່ງໃຫຍ່, ດ້ວຍວິຖີຊີວິດທີ່ລຽບງ່າຍ ແລະ ເຕັມໄປດ້ວຍວັດທະນະທຳມະນຸດ. ເພິ່ນເປັນຄົນທີ່ມີຄວາມໃກ້ຊິດ ແລະ ສາມາດເກ້ຍກ່ອມທຸກຄົນໄດ້. ຂ້າພະເຈົ້າໄດ້ພ້ອມກັບພໍ່ຂອງຕົນມາ ຫວຽດນາມສອງ, ສາມເທື່ອແລ້ວ. ສອງຜົວເມຍຂ້າພະເຈົ້າແມ່ນຄູສອນ, ແລະ ແຕ່ລະປີ, ຜົວຂ້າພະເຈົ້າຈະມາ ຫວຽດນາມ 2 ເທື່ອເພື່ອສອນຢູ່ສູນ ຝລັ່ງ - ຫວຽດນາມ, ທີ່ ນະຄອນຫຼວງ ຮ່າໂນ້ຍ. ຂ້າພະເຈົ້າດີໃຈ ແລະ ມີຄວາມຜາສຸກເມື່ອມີນັກຮຽນ, ນັກສຶກສາ ຫວຽດນາມຫຼາຍຄົນມາຢາມ“.
ປ້າ Elisabeth Helfer Aubrac ກໍ່ຮູ້ສຶກເອກອ້າງທະນົງໃຈຕໍ່ພໍ່ຂອງຕົນແມ່ນທ່ານ Raymond Aubrac, ຜູ້ທີ່ຍາມໃດກໍ່ມີຄວາມສະໜິດຕິດພັນ, ຮຽງບ່າ, ຮຽງໄຫຼ່ພ້ອມກັບປະຊາຊົນ ຫວຽດນາມ ໃນການຕໍ່ຕ້ານຕ້ານພວກລ່າເມືອງຂຶ້ນ ຝລັ່ງ ແລະ ຈັກກະພັດ ອາເມລິກາ. ທ່ານໄດ້ມີການປະກອບສ່ວນອັນຕັ້ງໜ້າຫຼາຍຢ່າງເຂົ້າໃນພາລະກິດປ່ຽນໃໝ່ຂອງ ຫວຽດນາມ ແລະ ເພີ່ມພູນຄູນສ້າງນຳ້ໃຈມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ຝລັ່ງ.
ປ້າ Elisabeth Helfer Aubrac ກໍ່ຮູ້ສຶກເອກອ້າງທະນົງໃຈ
ຕໍ່ພໍ່ຂອງຕົນແມ່ນທ່ານ Raymond Aubrac
ເມື່ອຍັງມີຊີວິດຢູ່, ຍາມໃດປະທານ ໂຮ່ຈີມິນ ກໍ່ມີຄວາມເອົາໃຈໃສ່ ແລະ ມີອາລົມຈິດຮັກແພງພິເສດຕໍ່ພວກຫຼານເຍົາວະຊົນ ທັງຢູ່ພາຍໃນ ແລະ ຕ່າງປະເທດ. ປີ 1946, ປະທານ ໂຮ່ຈີມິນໄປຢ້ຽມຢາມ ຝລັ່ງຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມ Fontainebleau, ເວລານັ້ນ Babette ຫາກໍ່ໄດ້ຮັບການກຳເນີດ. ມາຮອດປະຈຸບັນ, ເຖິງວ່າມີອາຍຸ 70 ປີແລ້ວກໍ່ຕາມ, ແຕ່ ປ້າ Elisabeth Helfer Aubrac ຍັງຄົງຈື່ຈຳ ແລະ ເອກອ້າງທະນົງໃຈຕໍ່ສາຍແນນທີ່ໄດ້ພາໃຫ້ຊີວິດຂອງລາວສະໜິດຕິດພັນກັບການນຳຜູ້ຍິ່ງໃຫຍ່ຂອງປະຊາຊົນ ຫວຽດນາມ, ຜູ້ທີ່ຊາວ ຫວຽດນາມກໍ່ຄືປ້າໄດ້ເອີ້ນດ້ວຍຄວາມຮັກແພງວ່າ “ລຸງໂຮ່“.