(Vovworld)- ເວລາ 23 ໂມງ, ຢູ່ຕໍ່ໜ້າປະຕູໂຂງຕະຫຼາດຂາຍສົ່ງລອງບຽນ ( ຮ່າໂນ້ຍ) ສຽງແກລົດເລີ່ມດັ່ງເນື່ອງນັນ, ລົດບັນທຸກໝາກໄມ້ຄັນໜຶ່ງພວມເປີດໄຟຊີຍານລ້ຽວຂວາເຂົ້າຕະຫຼາດ. ເມື່ອໂຊເຟີລົດເປີດປະຕູທາງຫຼັງຕູ້ລົດ, ພວກເອື້ອຍນ້ອງແມ່ຍິງຜູ້ຂົນເຄື່ອງຮັບຈ້າງໄດ້ຫຼັ່ງໄຫຼມາຫາ, ຜູ້ຂົນເຄື່ອງລົງ, ຜູ້ແກ່ລໍ້ຂົນເຄື່ອງນັບຮ້ອຍໂລໃຫ້ພວກພໍ່ຄ້າຊາວຂາຍ. ຄືນໜຶ່ງຫາເງິນລ້ຽງຊີບຂອງພວກແມ່ຍິງຂົນເຄື່ອງຮັບຈ້າງໄດ້ເລີ່ມຂຶ້ນ.
(ລົດບັນທຸກໝາກໄມ້ຢູ່ຕະຫຼາດ)
ບັນຍາກາດຢູ່ຕະຫຼາດຂາຍສົ່ງລອງບຽນເບິ່ງຄືວ່າຄຶກຄື້ນຂຶ້ນ ຍ້ອນຂະບວນລົດຂົນສົ່ງເຄື່ອງ ຈາກແຂວງແທງຮ້ວາ, ລ້າງເຊີນ, ລາວກາຍ ຫຼັ່ງໄຫຼມານີ້. ນີ້ກໍແມ່ນຊວງເວລາທີ່ພວກແມ່ຍິງຂົນເຄື່ອງຮັບຈ້າງເຕົ້າໂຮມຫຼາຍທີ່ສຸດ, ເຂົາເຈົ້າສ່ວນຫຼາຍມາຈາກເຂດບ້ານນາທີ່ທຸກຍາກຄື ຮຶງອຽນ, ວິ້ງຟຸກ, ທ້າຍບິງ, ນາມດິ້ງ ເພື່ອຫາເງິນລ້ຽງຄອບຄົວ, ລ້ຽງຕົນເອງ. ເຄື່ອງຂອງປະຈຳຕົວຂອງພວກເຮົາ ບໍ່ມີຫຍັງນອກເໜືອລົດລໍ້ຄັນໜຶ່ງ ແລະ ຖົງຢ່າງຖົງໜຶ່ງເພື່ອໃສ່ເຄື່ອງສ່ວນຕົວ.
ນາງຫງວຽນທິເມັ້ນ ຢູ່ຕາແສງກິມລອງ ເມືອງຕາມເຢືອງ ແຂວງ ວິ້ງຟຸກ ຫ່າ່ງຈາກຮ່າໂນ້ຍເກືອບ 60 ກິໂລແມດ ນາງປະກອບອາຊີບຂົນເຄື່ອງຮັບຈ້າງເປັນເວລາຫຼາຍປີແລ້ວ, ເພື່ອປະຢັດຄ່າເຊົາເຮືອນນອນຢູ່ນີ້, ແຕ່ລະຄ່ຳຄືນ ນາງຕ້ອງຂີ່ລົດເມຜ່ານໄລຍະທາງ 40 ກິໂລແມດຈຶ່ງໄປຮອດບ່ອນເຮັດວຽກ. ນາງ ເມັ້ນ ເວົ້າວ່າ : (ເທບ)
“ ມື້ໃດຮອດເວລາ 17 ໂມງ 30 ນາທີຂ້ອຍກໍເລີ່ມໄປ, ຖ້າຫາກລົດແລ່ນໄວ ກໍຮອດ 20 ໂມງຈຶ່ງຈະມາຮອດ, ຊ້າກໍ 20 ໂມງເຄິ່ງ, ແລ້ວກໍລໍ່ຖ້າຮອດ 23 ໂມງເພື່ອເຮັດວຽກຮອດ 4-5ໂມງເຊົ້າ, ແລ້ວກໍຂີ່ລົດເມກັບເມືອບ້ານ ”
(ນາງຫງວຽນທິເມັ້ນ)
ລົດຂົນສົ່ງສິນຄ້າແຕ່ລະຖ້ຽວ, ກໍວາງສິນຄ້າສູງຮອດຫົວພວກເອື້ອຍ. ອາກາດໜາວຈັດ, ພ້ອມກັບຝົນຝອຍໃນຄຳຄືນຍາມລະດດູໜາວ ກໍບໍ່ສາມາດເຮັດໃຫ້ພວກເອື້ອຍທໍ້ຖອຍໃຈ. ເຖິງວ່າໃນຍາມກາງຄືນ, ອາກາດໜາວແທ້, ແຕ່ນາງເຮືອງ ຢູ່ແຂວງທ້າຍບິງຫ່າງຈາກຮ່າໂນ້ຍກວ່າ 100 ກິໂລແມດ ຍັງຄົງອອກເຫື່ອອາບໜ້າ. ນາງເຮືອງເວົ້າວ່າ :
“ ມື້ໃດກໍເຊັ່ນດຽວກັນ, ຂ້າພະເຈົ້າເຮັດວຽກແຕ່ 21 ໂມງຄ່ຳຫາ 4 ໂມງເຊົ້າ. ຂົນເຄື່ອງແຕ່ລະຖ້ຽວ, ຂ້າພະເຈົ້າໄດ້ຮັບເງິນແຕ່ 10.000 ຫາ 20.000 ດົງ. ເຮັດວຽກດ້ວຍຄວາມລຳບາກຫຼາຍ, ແຕ່ລາຍຮັບຄິດສະເລ່ຍແຕ່ລະຄ່ຳຄືນ, ຂ້າພະເຈົ້າໄດ້ພຽງ 200.000 ຫາ 250.000 ດົງເທົ່ານັ້ນ ”
ສ່ວນນາງ ຮ່ວາງທິມຽນ ຢູ່ແຂວງຮຶງອຽນ ຫ່າງຈາກຮ່າໂນ້ຍປະມານ 30 ກິໂລແມດ, ປີນີ້ນາງມີອາຍຸພຽງ 32 ປີ , ແຕ່ເບິ່ງນາງຄືຊິຮອດກວ່າ 40 ປີ ຍ້ອນເຮັດວຽກລຳບາກ. ນາງ ມຽນເວົ້າວ່າ :
“ ເຖິງວ່າຂ້າພະເຈົ້າໄດ້ຮູ້ແລ້ວວ່າ : ວຽກງານທີ່ລຳບາກເຊັ່ນນີ້ ຈະສົ່ງຜົນສະທ້ອນເຖິງສຸຂະພາບກໍຕາມ, ແຕ່ຂ້າພະເຈົ້າກໍຕ້ອງຍອມເຮັດ. ປະຈຸບັນ, ເຮົາມີອາຍຸພຽງກວ່າ 30 ປີ ແລະ ມີລູກ 2 ຄົນພວມຢູ່ໃນເກັ່ນອາຍຸໄປໂຮງຮຽນ, ເມື່ອຄິດເຖິງພວກລູກ, ເຮົາຖືວ່າ ຕົນໄດ້ມີທຸກສິ່ງທຸກຢ່າງແລ້ວ”
ເຮັດວຽກຮອດຮຸ່ງເຊົ້າ, ແຕ່ວຽກງານຂອງພວກແມ່ຍິງຂົນເຄື່ອງຮັບຈ້າງກໍຍັງບໍ່ທັນສິ້ນສຸດເທື່ອ. ເຂົາເຈົ້າພະຍາຍາມຂົນເຄື່ອງຕື່ມອີກ 2-3 ຖ້ຽວສຸດທ້າຍເພື່ອຫາເງິນຕື່ມເລກນ້ອຍ. ບັນດາຫີບເຄື່ອງໃຫຍ່ຖືກວາງກອງກັນເທິງຕູ້ລົດ ແລະ ລົດບັນທຸກສິນຄ້າແຕ່ລະຄັນຍັງຄົງຄ່ອຍແລ່ນບົນເສັ້ນທາງເຕັມໄປດ້ວຍຂຸມຂີ້ຕົ້ມເຂົ້າຕະຫຼາດຂາຍສົ່ງໃຫຍ່ກວ່າໝູ່ໃນນະຄອນຫຼວງຮ່າໂນ້ຍ. /.