(vovworld) - ການຫາປາລ້ຽງຊີບ, ຂຸດຄົ້ນຊັບພະຍາກອນທະເລຂອງຊາວປະມົງຫວຽດນາມ ນັບລ້ານຄົນ. ພິເສດແມ່ນຊາວປະມົງຢູ່ຮ່ວາງຊາ ແລະ ເຈື່ອງຊາ ເຄີຍປະສົບກັບຄວາມສ່ຽງ, ໄພທຳມະຊາດ, ໂຈນສະລັກເປັນປະຈຳ. ໂດຍເຂົ້າໃຈໄດ້ຄວາມຫຍຸ້ງຍາກລຳບາກຂອງຊາວປະມົງເມື່ອອອກທະເລໄປຫາປາແຕ່ລະເທື່ອ, ສະຫະພັນໃຫຍ່ແຮງງານຫວຽດນາມ, ກອງທຶນແຫ່ງນ້ຳໃຈກຸສົນຂອງໜັງສືພິມແຮງງານ ໄດ້ປຸກລະດົມລາຍການ “ແຫແຫ່ງຄວາມຮັກໃຄ່” ເພື່ອຮຽກຮ້ອງກຳມະບານທຸກຂັ້ນ, ສະມາຊິກຊາວໜຸ່ມ, ກຳມະກອນ, ພາລະກອນ, ບັນດາອົງການຈັດຕັ້ງ, ສ່ວນບຸກຄົນສະໜັບສະໜູນດ້ານການເງິນ, ວັດຖຸ ເພື່ອປະກອບສ່ວນປົກປ້ອງສິດຜົນປະໂຫຍດຂອງຊາວປະມົງເມື່ອຂຸດຄົ້ນສິນທະເລ, ຊ່ວຍເຂົາເຈົ້າແກ້ໄຂຄວາມຫຍຸ້ງຍາກ, ອຸ່ນອ່ຽນໃຈຕິດພັນກັບທະເລ.
ຮ່ວມແຮງຮ່ວມໃຈພ້ອມກັບຊາວປະມົງຫາປາຢູ່ທະເລ ຮ່ວາງຊາ ແລະ ເຈື່ອງຊາ
(ພາບ; vietnamnet)
ນັບແຕ່ໃດໆມາ, ການເດີນທາງໄປຫາປາໃນທະເລຂອງຊາວປະມົງຫວຽດນາມ ບໍ່ພຽງແຕ່ເພື່ອຫາເງິນລ້ຽງຊີບເທົ່ານັ້ນ, ຫາກນີ້ຍັງແມ່ນຄວາມຜາສຸກ, ຄວາມເອກອ້າງທະນົງໃຈຂອງເຂົາເຈົ້າ ເມື່ອໄດ້ປະກອບສ່ວນສ້າງຄວາມຮັ່ງມີໃຫ້ແກ່ບ້ານເກີດເມືອງນອນອີກດ້ວຍ. ແຕ່ຄວາມສຸກອັນເປັນທຳນັ້ນຂອງເຂົາເຈົ້າພວມປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ. ປະຈຸບັນ, ການອອກທະເລໄປຫາປາຂອງເຂົາເຈົ້າແຕ່ລະເທື່ອ ເຕັມໄປດ້ວຍຄວາມອັນຕະລາຍ, ຄວາມສ່ຽງ, ຊ້ຳບໍ່ໜຳຕ້ອງເສຍສະຫຼະຊີວິດອີກດ້ວຍ. ເດືອນ 9/2011, ທ່ານ ດັ້ງງອກຕຸ່ງ, ປະທານສະຫະພັນໃຫຍ່ແຮງງານຫວຽດນາມ ໄດ້ມີຂໍ້ລິເລີ່ມ ປຸກລະດົມກຳມະກອນ, ພາລະກອນ ຜູ້ອອກແຮງງານໃນສະຫະພັນໃຫຍ່ແຮງງານ ຮ່ວມແຮງຮ່ວມໃຈໜູນຊ່ວຍຊາວປະມົງ. ຈາກນັ້ນ, ລາຍການ“ແຫແຫ່ງຄວາມຮັກໃຄ່” ເລີ່ມໄດ້ຮັບການປະຕິບັດ, ເປັນຂົວເຊື່ອມຕໍ່ລະຫວ່າງຊາວປະມົງ, ສະມາຊິກໃນສະມາຊີບຫາປາ ກັບບັນດາອົງການ, ອົງການຈັດຕັ້ງມະຫາຊົນ, ວິສາຫະກິດ, ສ່ວນບຸກຄົນ ແລະ ປະຊາຊົນໃນທົ່ວປະເທດ ດ້ວຍຮູບການປະກອບສ່ວນສະໜັບສະໜູນຊາວປະມົງ. ທ່ານ ເຈິ່ນຢູຍເຟືອງ, ບັນນາທິການໃຫຍ່ໜັງສືພິມແຮງງານ, ຜູ້ອຳນວຍການກອງທຶນແຫ່ງນ້ຳໃຈກຸສົນ ໜັງສືພິມແຮງງານ, ໃຫ້ຮູ້ວ່າ:
“ໃນເບື້ອງຕົ້ນ, ທ່ານ ຕຸ່ງ ໄດ້ຮຽກຮ້ອງໃຫ້ພະນັກງານໃນອົງການກຳມະບານສະໜັບສະໜູນຊາວປະມົງ ດ້ວຍຮູບການສົ່ງຂໍ້ຄວາມສະໜັບສະໜູນ, ທຸກຄົນໃນອົງການກຳມະບານໄດ້ສົ່ງຂໍ້ຄວາມສະໜັບສະໜູນຜ່ານປະຕູຖານ 1407, ແຕ່ລະຂໍ້ຄວາມມີມູນຄ່າ 14.000 ດົ່ງ ແລະ ໃນຄັ້ງນີ້ໄດ້ຮັບເງິນສະໜັບສະໜູນປະມານ 3 ຕຶ້ດົ່ງ. ຕໍ່ມາກໍ່ມີການເຄື່ອນໄຫວອື່ນອີກຫຼາຍຢ່າງ”.
ລາຍການ“ແຫແຫ່ງຄວາມຮັກໃຄ່” ໄດ້ຮັບການໂຄສະນາຢ່າງເລິກເຊິ່ງກວ້າງຂວາງໃນໜັງສືພິມແຮງງານ, ເຊິ່ງແມ່ນໜັງສືພິມຂອງສະຫະພັນໃຫຍ່ແຮງງານຫວຽດນາມ ແລະ ໄດ້ຮັບຄວາມເຫັນດີເຫັນພ້ອມ ແລະ ການສະໜັບສະໜູນຢ່າງສຸດຈິດສຸດໃຈຈາກພະນັກງານສະມາຊິກກຳມະບານ, ກຳມະກອນ, ພາລະກອນຜູ້ອອກແຮງງານ ກໍ່ຄືບັນດາອົງການ, ວິສາຫະກິດ, ອົງການຈັດຕັ້ງ, ສ່ວນບຸກຄົນ. ທ່ານ ເຈິ່ນຢູຍເຟືອງ, ໃຫ້ຮູ້ຕື່ມອີກວ່າ:
“ອົງການຕົ້ນຕໍ່ທີ່ເຂົ້າຮ່ວມການປະກອບສ່ວນໃຫ້ລາຍການ“ແຫແຫ່ງຄວາມຮັກໃຄ່” ແມ່ນອົງການກຳມະບານຫວຽດນາມ. ຫຼັງຈາກນັ້ນ, ພວກຂ້າພະເຈົ້າໄດ້ຮຽກຮ້ອງບັນດາວິສາຫະກິດ, ທະນາຄານຕ່າງໆເຂົ້າຮ່ວມ. ພວກຂ້າພະເຈົ້າກໍ່ຈັດຕັ້ງໃຫ້ນັກສຶກສາຫຼືນັກຂ່າວໄປຍັງເຂດພາກ, ລົງຕະຫຼາດ ຫຼືເຂດຊຸມຊົນເພື່ອຮຽກຮ້ອງ, ຈັດຕັ້ງສັບປະດາສົ່ງຂໍ້ຄວາມສະໜັບສະໜູນ. ຄາດວ່າໄດ້ມີ 1 ລ້ານກວ່າຄົນເຂົ້າຮ່ວມລາຍການນີ້”.
ທ່ານ ຫງວຽນກົງອານ, ຮອງຫົວໜ້າຄະນະຄຸ້ມຄອງຕະຫຼາດຮ່ວາເກື່ອງ, ນະຄອນດ່ານັ້ງ, ແຫ່ງທີ່ມີພໍ່ຄ້າຊາວຂາຍນັບຮ້ອຍຄົນເຂົ້າຮ່ວມລາຍການ, ໃຫ້ຮູ້ວ່າ:
“ເມື່ອໄດ້ຮັບແຜນນະໂຍບາຍຂອງສະຫະພັນໃຫຍ່ແຮງງານຫວຽດນາມ, ພວກຂ້າພະເຈົ້າໄດ້ຈັດການປະຊຸມໃນຄະນະການນຳ, ບັນດາສະມາຄົມ, ອົງການຈັດຕັ້ງມະຫາຊົນ ເພື່ອຜັນຂະຫຍາຍແຜນນະໂຍບາຍນີ້ ແລະ ໄດ້ຮັບຄວາມເຫັນດີເຫັນພ້ອມ, ການສະໜັບສະໜູນຢ່າງສຸດຈິດສຸດໃຈຈາກເຂົາເຈົ້າ”.
ໃນປີ 2012, ກອງທຶນແຫ່ງນ້ຳໃຈກຸສົນ ຂອງໜັງສືພິມແຮງງານ ລະດົມເງິນຂອງກຳມະກອນຜູ້ອອກແຮງງານໃນທົ່ວປະເທດໄດ້ 28,9 ຕຶ້ດົ່ງ ແລະ ໄດ້ສົ່ງ 13,87 ຕຶ້ດົ່ງ ເຖິງບັນດາຊາວປະມົງທີ່ປະສົບກັບໄພທຳມະຊາດເມື່ອໄປຫາປາໃນທະເລຮ່ວາງຊາ ແລະ ເຈື່ອງຊາ. ຄຽງຂ້າງນັ້ນ, ກອງທຶນຍັງຈັດຕັ້ງການສະແດງສິລະປະ, ຮຽກຮ້ອງບັນດາວິສາຫະກິດ ແລະ ປະຊາຊົນສົ່ງຂໍ້ຄວາມສະໜັບສະໜູນອີກດ້ວຍ. ຈຳນວນເງິນໄດ້ຮັບຈາກການສະແດງ, ກອງທຶນກໍ່ໄດ້ໜູນຊ່ວຍໃຫ້ປະຊາຊົນຢູ່ບັນດາແຂວງກວາງຫງາຍ, ຟູ໋ອຽນ, ບິ່ນທ້ວນ, ບິ່ນດິ້ງ, ກວາງນາມ… ເພື່ອຊື້ອຸປະກອນຕິດຕໍ່ພົວພັນລະຫວ່າງດິນຕໍ່ແຜ່ນກັບກ່ຳປັ່ນຢູ່ນອກຝັ່ງທະເລ, ກໍ່ສ້າງເຮືອນໃຫ້ບັນດາຊາວປະມົງປະສົບກັບໄພທຳມະຊາດ ແລະ ໜູນຊ່ວຍໃຫ້ຊາວປະມົງປະສົບກັບຄວາມຫຍຸ້ງຍາກ. ທ່ານ ເຈິ່ນຢູຍເຟືອງ, ໃຫ້ຮູ້ວ່າ:
“ວັດຖຸອຸປະກອນໃຫຍ່ສຸດທີ່ພວກຂ້າພະເຈົ້າໜູນຊ່ວຍໃຫ້ຊາວປະມົງແມ່ນກ່ຳປັ່ນລຳໜຶ່ງທີ່ມີມູນຄ່າປະມານ 3 ຕຶ້ດົ່ງ, ສ່ວນກ່ຳປັ່ນຈຳນວນໜຶ່ງ ທີ່ພວກຂ້າພະເຈົ້າໜູນຊ່ວຍ 50% ແມ່ນປະມານ 1 ຕຶ້ດົ່ງ. ນັບແຕ່ປີນີ້, ພວກຂ້າພະເຈົ້າຫັນໄປສູ່ຮູບການໜູນຊ່ວຍອື່ນ, ນັ້ນແມ່ນໜູນຊ່ວຍດ້ວຍການປະກັນໄພ. ພວກຂ້າພະເຈົາຊື້ບັດປະກັນຊີວິດ ແລະ ຊື້ປະກັນໄພໃຫ້ກ່ຳປັ່ນ ເພື່ອໃຫ້ຊາວປະມົງມີຄວາມອູ່ນອ່ຽນໃຈ. ຖ້າຫາກກ່ຳປັ່ນລຳໜຶ່ງຖືກປະສົບເຄາະຮ້າຍ, ລະດັບປະກັນໄພຈະແມ່ນ 500 ລ້ານດົ່ງ/ລຳ”.
ລາຍການ“ແຫແຫ່ງຄວາມຮັກໃຄ່ ເພື່ອຊາວປະມົງໃນເກາະຮ່ວາງຊາ ແລະ ເຈື່ອງຊາ” ອີກເທື່ອໜຶ່ງໄດ້ຢັ້ງຢືນມູນເຊື້ອສາມັກຄີ, ຮັກແພງຊ່ວຍເຫຼືອເຊິ່ງກັນແລະກັນຂອງຊາວຫວຽດນາມ. ນີ້ກໍ່ແມ່ນຄຳໝັ້ນສັນຍາຂອງກຳມະກອນຊາວຜູ້ອອກແຮງງານຫວຽດນາມ ນັບລ້ານຄົນ ທີ່ຈະຮຽງບ່າຮຽງໄຫຼ່ພ້ອມກັບສະມາຊີບຫາປາ ແລະ ຊາວປະມົງ ໃນກິດຈະການພັດທະນາເສດຖະກິດທະເລ ແລະ ປົກປັກຮັກສາອະທິປະໄຕທະເລໝູ່ເກາະທີ່ສັກກະລະບູຊາຂອງປະເທດຊາດ.