(vovworld) - ຍ້ອນເງື່ອນໄຂປະຫວັດສາດປະໄວ້, ດັ່ງນັ້ນໃນເອກະສານນິຕິກຳຂອງຊາວເຜົ່າ M'nong ຢູ່ແຂວງ ດັກນົງ ພຽງແຕ່ລະບຸຊື່, ຫາກບໍ່ໄດ້ລະບຸນາມສະກຸນ ເພື່ອຈຳແນກລະຫວ່າງເພດຍິງ - ຊາຍ. ຍ້ອນເຫດນັ້ນ, ຊາວເຜົ່າ M'nong ຫຼາຍຄົນຈຶ່ງບໍ່ຮູ້ນາມສະກຸນຂອງຕົນ. ຕໍ່ໜ້າສະພາບການດັ່ງກ່າວ, ແຂວງ ດັກນົງຈຶ່ງສ້າງຫົວຂໍ້ທີ່ວ່າ “ກຳນົດພື້ນຖານວິທະຍາສາດເປັນພື້ນຖານ ໃສ່ນາມສະກຸນໃຫ້ແກ່ຊາວເຜົ່າ M'nong”, ແລະນັບແຕ່ປີ 2010, ທາງແຂວງເລີ່ມປະຕິບັດການໃສ່ນາມສະກຸນໃຫ້ແກ່ຊາວເຜົ່າ M'nong.
ຜູ້ບ່າວຊາວເຜົ່າM'nongໃນງານບຸນ
(ພາບ: vinaculto.vn)
ພາຍຫຼັງປະຕິບັດການທາບທາມຄວາມເຫັນຈາກປະຊາຊົນເກືອບ 200 ຄົນທີ່ຕີລາຄາກ່ຽວກັບເລື່ອງໃສ່ນາມສະກຸນຂອງຊົນເຜົ່າ M'nong ຕາມຄວາມຮຽກຮ້ອງຂອງຄະນະກຳມະການປະຊາຊົນແຂວງ ດັກນົງ, ເອື້ອຍ H'oang, ຢູ່ບ້ານ K'rong, ບອນ U3, ເທດສະບານ Ea Tling, ເມືອງ Cu Jut, ໃຫ້ຮູ້ວ່າ, ພໍ່ແມ່ປະຊາຊົນມີຄວາມເບີກບານມ່ວນຊື່ນທີ່ສຸດຕໍ່ແຜນນະໂຍບາຍຂອງແຂວງ:
“ເລື່ອງຈົດຊື່ ແລະ ໃສ່ນາມສະກຸນສະດວກຄືແນວນັ້ນແມ່ນມີຄວາມໝາຍທີ່ສຸດໃຫ້ແກ່ພໍ່ແມ່ປະຊາຊົນ. ເມື່ອເຮົາຮູ້ຈັກວົງຕະກຸນແລ້ວ, ຈະຫຼີກເວັ້ນສະພາບການສົມລົດລະຫວ່າງຜູ້ມີເລືອດເນື້ອເຊື້ອສາຍດຽວກັນໄດ້, ມີຊື່ ແລະ ນາມສະກຸນຢ່າງຄົບຖ້ວນ, ພວກເຮົາຈະຊອກຫາຜູ້ທີ່ຢູ່ໃນວົງຕະກຸນດຽວກັນໄດ້ງ່າຍ”.
ມາຮອດປະຈຸບັນ, ຢູ່ເທດສະບານ Ea Tling, ໄດ້ມີ 300 ກວ່າກໍລະນີຈົດຊື່, ນາມສະກຸນຂອງຊາວເຜົ່າ M'nong, ສ່ວນຫຼາຍແມ່ນເດັກນ້ອຍຈົດທະບຽນແຈ້ງເກີດ, ມີເດັກນ້ອຍບາງຄົນໃສ່ນາມສະກຸນພໍ່ ຫຼ ືແມ່ເປັນຄົນຊົນເຜົ່າອື່ນກໍ່ຂໍປ່ຽນນາມສະກຸນເປັນຄົນຊົນເຜົ່າ M'nong. ທ່ານ ເລກວາງງອກ, ພະນັກງານຮັບຜິດຊອບສຳມະໂນຄົວ ພົນລະເມືອງ ເທດສະບານ Ea Tling, ເມືອງ Cu Jut, ໃຫ້ຮູ້ວ່າ: ເລື່ອງຈົດຊື່ວົງຕະກຸນໃຫ້ຊາວເຜົ່າ M'nong ຢູ່ທ້ອງຖີ່ນ ແມ່ນບໍ່ມີຫຍັງຍາກ, ເພາະວ່າແຜນນະໂຍບາຍນີ້ເໝາະສົມກັບຄວາມປາຖະໜາຂອງປະຊາຊົນ ຢາກມີຊື່ ແລະ ນາມສະກຸນຢ່າງຈະແຈ້ງທີ່ສຸດ:
“ປະຊາຊົນມາແຫ່ງນີ້ແມ່ນໄດ້ຮັບການແນະນຳຢ່າງຄົບຖ້ວນຈາກພະນັກງານ. ທີສອງແມ່ນ, ລຸ້ນໜຸ່ມໃນປະຈຸບັນລ້ວນແຕ່ໄດ້ຮັບການສຶກສາຮ່ຳຮຽນ, ເຂົາເຈົ້າຈະຊ່ວຍພໍ່ແມ່ຂຽນໃບແຈ້ງ. ຊາວເຜົ່າ M'nong ເວົ້າວ່າ, ວຽກງານນີ້ແມ່ນເໝາະສົມທີ່ສຸດກັບພໍ່ແມ່ປະຊາຊົນ, ເພື່ອແນໃສ່ລະບຸຊື່ ແລະ ນາມສະກຸນໃຫ້ເຂົາເຈົ້າຢ່າງຈະແຈ້ງ”.
ນັບແຕ່ປີ 2010, ແຂວງ ດັກນົງ ໄດ້ຜັນຂະຫຍາຍເລື່ອງຈົດຊື່ ແລະ ໃສ່ນາມສະກຸນໃຫ້ແກ່ຊາວເຜົ່າ M'nong ຢ່າງກວ້າງຂວາງ. ຕາມການສະຖິຕິທີ່ຍັງບໍ່ທັນຄົບຖ້ວນນັ້ນ, ເມື່ອໄລ່ມາຮອດປະຈຸບັນໄດ້ມີຊາວເຜົ່າ M'nong ຢູ່ແຂວງ ດັກນົງ 1000 ກວ່າຄົນໄດ້ປະຕິບັດການຈົດຊື່ ແລະ ນາມສະກຸນຢ່າງຈະແຈ້ງ, ແຕ່ສ່ວນຫຼາຍແມ່ນຈົດທະບຽນແຈ້ງເກີດໃຫ້ເດັກນ້ອຍ ແລະ ນັກຮຽນຮອດອາຍຸໄປຮຽນ. ສ່ວນຜູ້ໃຫຍ່, ການປ່ຽນຊື່, ນາມສະກຸນ ມັນກ່ຽວຂ້ອງເຖິງເອກະສານນິຕິກຳຫຼາຍຢ່າງ, ດັ່ງນັ້ນຈຳນວນຜູ້ປະຕິບັດແມ່ນຍັງໜ້ອຍຢູ່. ທ່ານ Dieu Kre, ຢູ່ບອນ Bubia, ຕາແສງ ກວາງຕີ໋ນ, ເມືອງ Dac Rlap, ແບ່ງປັນວ່າ:
“ແຕ່ລະວົງຕະກຸນມີນາມສະກຸນທີ່ແຕກຕ່າງກັນ, ແຕ່ພວກຂ້າພະເຈົ້າບໍ່ທັນມີນາມສະກຸນ, ດັ່ງນັ້ນຂ້າພະເຈົ້າຫວັງວ່າ, ພັກ, ລັດມີຄວາມເອົາໃຈໃສ່ກວ່າອີກ, ເຖິງວ່າປະຈຸບັນໄດ້ມີລາຍການແລ້ວກໍ່ຕາມ, ແຕ່ເມື່ອປ່ຽນແປງຕ້ອງມີເອກະສານກ່ຽວຂ້ອງຫຼາຍຢ່າງ, ມີສຳມະໂນຄົວ, ໃບຢັ້ງຢືນການຮຽນ…”
ຜູ້ບ່າວຊາວເຜົ່າM'nongໃນງານບຸນ
(ພາບ: vinaculto.vn)
ຊົນເຜົ່າ M'nong ມີປະມານ 40 ວົງຕະກຸນ, ແຕ່ລະວົງຕະກຸນກໍ່ຕິດພັນກັບບັນດາເລື່ອງລາວບູຮານ, ປະຫວັດສາດ, ເຊິ່ງໄດ້ເອີ້ນຕາມປະກົດການທຳມະຊາດ, ຊື່ຂອງສັດ, ຕົ້ນໄມ້ໃບຫຍ້າ, ສະຖານທີ່ ຫຼືຊື່ຂອງພູຜາປ່າໄມ້, ແມ່ນ້ຳລຳເຊ, ຊື່ຂອງບ້ານ, ບອນ…ທ່ານນາງ ຮ່າທິແຫ້ງ, ຫົວໜ້າຄະນະຊົນເຜົ່າແຂວງ ດັກນົງ, ໃຫ້ຮູ້ວ່າ:
“ຈາກຄວາມຕ້ອງການໃນການດຳລົງຊີວິດ, ຄະນະຊົນເຜົ່າໄດ້ເປັນເສນາທິການໃນການປະຕິບັດແຜນຮ່າງການຈົດຊື່ ແລະ ນາມສະກຸນໃຫ້ຊາວເຜົ່າ M'nong. ພາຍຫຼັງການຕີລາຄາເພື່ອຊີ້ໃຫ້ເຫັນ ບັນດາວຽກງານທີ່ປະຕິບັດໄດ້ ກໍ່ຄືບັນດາຂໍ້ຈຳກັດ ສິ່ງຄົງຄ້າງຕ່າງໆ ພວກຂ້າພະເຈົ້າຈະສົມທົບກັບພະແນກຍຸດຕິທຳ ສືບຕໍ່ປະຕິບັດແຜນຮ່າງນີ້ໃຫ້ເລິກເຊິ່ງ ກວ້າງຂວາງຕື່ມ ເພື່ອຊ່ວຍໃຫ້ພໍ່ແມ່ປະຊາຊົນເຂົ້າໃຈໄດ້ຄວາມໝາຍຂອງການອານຸລັກຮັກສາສີສັນວັດທະນະທຳຂອງຊົນເຜົ່າຕົນ ແລະ ເລື່ອງສຳຄັນແມ່ນການຈົດຊື່ ແລະ ນາມສະກຸນຂອງຕົນເອງ “
ປະຈຸບັນ, ຄະນະກຳມະການປະຊາຊົນແຂວງດັກນົງ ພວມປະຕິບັດບັ້ນສຳຫຼວດ, ຮັບເອົາຄຳເຫັນຕີລາຄາຂອງພໍ່ແມ່ປະຊາຊົນຢູ່ບັນດາບວນໃນທົ່ວແຂວງ ກ່ຽວກັບການຈົດຊື່ ແລະ ນາມສະກຸນຂອງຊົນເຜົ່າ M'nong, ເພື່ອມີບັນດາມາດຕະການ ການປະຕິບັດທີ່ຕິດແທດກັບຕົວຈິງ, ມີຄວາມລະອຽດກວ່າໃນໄລຍະຈະມາເຖິງ. ແຂວງກຳນົດເລື່ອງການຈົດຊື່ ແລະ ນາມສະກຸນໃຫ້ຊາວເຜົ່າ M'nong ກໍ່ແມ່ນໜຶ່ງໃນມາດຕະການເພື່ອແນໃສ່ອານຸລັກຮັກສາ, ປັບປຸງ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທຳບັນດາເຜົ່າໃນບໍເວນ, ພ້ອມທັງປົກປ້ອງສິດ ແລະ ຜົນປະໂຫຍດຂອງຊາວເຜົ່າ M'nong ຕາມຂໍ້ກຳນົດຂອງລັດຖະທຳມະນູນ, ກົດໝາຍ.