ຊຸມປີມໍ່ໆມານີ້, ການທ່ອງທ່ຽວຊີວະພາບ ແລະ ທ່ອງທ່ຽວເຂດຊຸມຊົນໄດ້ກາຍເປັນການເຄື່ອນໄຫວຢ່ອນອາລົມຂອງແຂກທ່ອງທ່ຽວຫຼາຍຄົນ. ເປັນໜ້າຈັບໃຈເມື່ອໄດ້ອອກຈາກຕົວເມືອງ, ໄດ້ຮັບຊົມທິວທັດທຳມະຊາດເຂດແມ່ນ້ຳລຳເຊທີ່ກ້ວາງໃຫຍ່, ໄດ້ເຫັນຝູງນົກບິນເຈີດໄປເຈີດມາໃນທ້ອງຟ້າແຈ່ມໃສ, ໄປຢ້ຽມຢາມບັນດາໝູ່ບ້ານເທິ່ງໜ້ານ້ຳ, ໄດ້ເຂົ້າຮ່ວມວຽກງານປະຈຳວັນຂອງປະຊາຊົນຢູ່ເຂດນີ້. ເພື່ອຕອບສະໜອງຄວາມຕ້ອງການດັ່ງກ່າວ, ສາຍທ່ອງທ່ຽວໄປດົງທາບເມື່ອຍໃນຍາມນ້ຳຂຶ້ນໄດ້ກາຍເປັນສິ່ງທີ່ດູດດື່ມສຳລັບແຂກທ່ອງທ່ຽວທັງຫຼາຍໃນຊຸມປີມໍ່ໆມານີ້.
ດົງທາບເມື່ອຍໃນຍາມນ້ຳຂຶ້ນ
|
ເຂດດົງທາບເມື່ອຍຫ່າງຈາກນະຄອນໂຮ່ຈິມິນ 165 ກມ, ນອນຢູ່ເບື້ອງຊ້າຍແມ່ນ້ຳຕຽນ, ຕິດກັບ 3 ແຂວງ: ລອງອານ, ຕຽນຢາງ ແລະ ດົງທາບ. ມາທ່ອງທ່ຽວຢູ່ດົງທາບເມື່ອຍໃນຍາມນ້ຳຂຶ້ນ, ແຂກທ່ອງທ່ຽວຈະໄດ້ເຊື່ອມຕົວເຂົ້າກັບທິວທັດທຳມະຊາດທີ່ງົດງາມດັ່ງໃນຝັນ ແລະ ມີຄວາມລຽບງ່າຍຂອງເຂດບ້ານນາ.
ດົງທາບເມື່ອຍໃນຍາມນ້ຳຂຶ້ນກໍແມ່ນໄລຍະທີ່ຟົດຟື້ນ. ຊວງເວລານີ້, ບັນດາບໍລິສັດທ່ອງທ່ຽວຢູ່ນະຄອນໂຮ່ຈິມິນ ແລະ ແຂວງດົງທາບໄດ້ມີບັນດາຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກສະເພາະໃນຍາມນ້ຳຂຶ້ນ. ທ່ານ ຫງວຽນແອງຕາຍ ຜູ້ອຳນວຍການບໍລິສັດທ່ອງທ່ຽວ ໄຊງ່ອນຕູຣີດ ໃຫ້ຮູ້ວ່າ :
“ ຄວາມມີຫຼາຍຮູບຫຼາຍສີຂອງປ່າສະຫງວນແຫ່ງຊາດໄດ້ສ້າງໃຫ້ມີຄວາມດູດດື່ມ, ພ້ອມກັນນັ້ນກໍຕິດພັນກັບບັນດາເຂດທ່ອງທ່ຽວປະຫວັດສາດ, ທ່ອງທ່ຽວຊີວະພາບ, ອັນໄດ້ສ້າງເປັນຜະລິດຕະພັນທ່ອງທ່ຽວເປັນເອກະລັກສະເພາະ. ນີ້ກໍແມ່ນການພັດທະນາຜະລິດຕະພັນທ່ອງທ່ຽວທີ່ມີຫຼາຍຮູບຫຼາຍສີຂອງບໍລິສັດທ່ອງທ່ຽວ ໄຊງ່ອນຕູຣີດ ໃນການເຄື່ອນໄຫວດຳເນີນທຸລະກິດຂອງຕົນ ”
ຫຼາຍບໍລິສັດທ່ອງທ່ຽວຢູ່ທ້ອງຖິ່ນຕ່າງໆກໍໄດ້ເອົາໃຈໃສ່ເພີ່ມທະວີການຮ່ວມສຳພັນກັບບັນດາບໍລິສັດທ່ອງທ່ຽວຢູ່ແຂວງດົງທາບເພື່ອຂຸດຄົ້ນທ່າແຮງ, ຫັນບັນດາຮູບແບບການທ່ອງທ່ຽວເປັນຫຼາຍຮູບຫຼາຍແບບ, ຕອບສະໜອງຄວາມຕ້ອງການຂອງແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ. ທ່ານນາງ ຫງວຽນທິງາ ຜູ້ອຳນວຍການໃຫຍ່ບໍລິສັດທ່ອງທ່ຽວດົງທາບ ໃຫ້ຮູ້ວ່າ :
“ ຈຸດພິເສດສະເພາະຂອງການທ່ອງທ່ຽວຢູ່ດົງທາບແມ່ນຕາມຍາມນ້ຳຂຶ້ນ, ຊຶ່ງຖືເອົາເຂດທ່ອງທ່ຽວ ຈາມຈິມ ແມ່ນຈຸດສຸມ. ເຂດທ່ອງທ່ຽວ ຈາມຈິມໄດ້ຮັບການຮັບຮອງແມ່ນ Ramsa ດ້ວຍເຂດປ່າຄາມພິເສດ. ຢູ່ດົງທາບ, ການທ່ອງທ່ຽວຢູ່ເຂດແມ່ນ້ຳລຳເຊ ກໍຕິດພັນກັບການທ່ອງທ່ຽວຢູ່ເຂດຊຸມຊົນ, ອັນໄດ້ສ້າງຄວາມປະທັບໃຈໃຫ້ແກ່ແຂກທ່ອງທ່ຽວ”
ສິ່ງທີ່ປະທັບໃຈກວ່າໝູ່ສຳລັບແຂກທ່ອງທ່ຽວ ແມ່ນໃນຊວງເວລານັ່ງລອງເຮືອບົນແມ່ນ້ຳ ເພື່ອຮັບຊົມທິວທັດທຳມະຊາດແບບເພີ່ນຈິດຂອງດົງທາບເມື່ອຍ. ອ້າຍຮີ່ງຮິ້ວເງັ້ຍ ແຂກທ່ອງທ່ຽວຢູ່ນະຄອນໂຮ່ຈິມິນ ແບ່ງປັນວ່າ :
“ ຢູ່ແຫ່ງນີ້ມີເຂດຈາມຈິມເປັນໜ້າຈັບໃຈ. ແຫ່ງນີ້ຍັງຄົງຮັກສາທັດສະນີຍະພາບທຳມະຊາດ ໂດຍບໍ່ມີການເຂົ້າຮ່ວມຂອງມະນຸດ. ດັ່ງນັ້ນ, ນີ້ໄດ້ກາບເປັນສະຖານທີ່ຈັບອົກຈັບໃຈ ”.