(vovworld) – ນັບແຕ່ດົນນານມາແລ້ວ, ໄປນະມັດສະການວັດວາອາຮາມໃນໂອກາດຕົ້ນປີ ແມ່ນວັດທະນະທຳທີ່ເປັນມູນເຊື້ອຂອງຊາວຫວຽດນາມ, ພິເສດແມ່ນໂອກາດວັນເພງເດືອນຈຽງ. ທຸກຄົນໄປນະມັດສະການໃນວັນເພງທຳອິດຂອງປີບໍ່ພຽງແຕ່ພາວະນາຂໍໃຫ້ມີຄວາມໂຊກດີ, ສິ່ງທີ່ດີໃຫ້ແກ່ຕົວເອງ ແລະ ຄອບຄົວໃນປີໃໝ່ເທົ່ານັ້ນ, ຫາກຍັງອກຫາຈຸດເວລາສະຫວາດສະເຫວີຍຢູ່ວັດວາອາຮາມ, ແຫ່ງສະຫງົບງຽບນີ້ອີກດ້ວຍ.
ພາບປະກອບ
ຕາມທັດສະນະຂອງຊາວຫວຽດນາມ ຫຼາຍຄົນແລ້ວ, “ໄປນະມັດສະການຕະຫຼອດປີກໍ່ບໍ່ເທົ່າກັບໄປນະມັດສະການໃນວັນເພງເດືອນຈຽງ”. ວັນເພງເດືອນຈຽງກໍ່ໄດ້ຮັບຖືວ່າແມ່ນວັນບຸນພິເສດທີ່ສຸດໃນຕົ້ນລະດູບານໃໝ່. ໃນບັນຍາກາດອັນສົດໃສຂອງລະດູບານໃໝ່, ປະຊາຊົນທີ່ມາຈາກທຸກສາລະທິດໄດ້ພາກັນໄປວັດວາອາຮາມ, ເຊິ່ງແມ່ນໂລກແຫ່ງຈິດວີນຍານ ເພື່ອໄຫວ້ບູຊາບັນພະບຸລຸດ, ກົກເຄົ້າເຫງົ້າກໍ, ອັນໄດ້ເຮັດໃຫ້ທຸກຄົນຕ່າງກໍ່ຮູ້ສຶກມີຄວາມໄກ້ສິດສະໜິດຕິດພັນກວ່າ. ໃນແສງໄຟຟ້າທີ່ຮຸ່ງແຈ້ງ ແລະກິ່ນຫອມຫວນຂອງທູບທຽນ, ທຸກຄົນໄດ້ໄຫວ້ບູຊາ ແລະ ພາວະນາດ້ວຍຄວາມຈິງໃຈ. ເຖິງວ່າຄວາມຫວັງຂອງແຕ່ລະຄົນຈະແຕກຕ່າງກັນກໍ່ຕາມ, ແຕ່ເຂົາເຈົ້າຕ່າງກໍ່ມີຄວາມປາຖະໜາດຽວກັນນັ້ນແມ່ນຂໍໃຫ້ຄອບຄົວມີຄວາມໂຊກດີ, ສະຫງົບສຸກໃນປີໃໝ່. ພະອາຈານ ທິກແທງເຢືອງ, ຢູ່ວັດ ກວານຊື, ໃຫ້ຮູ້ວ່າ:
“ວັນເພງເດືອນຈຽງແມ່ນວັນເພງທີ່ມີຄວາມສັກສິດທີ່ສຸດ, ເພາະວ່ານີ້ແມ່ນວັນເພງຕົ້ນປີ, ເຂົາເຈົ້າຍັງເອີ້ນວັນເພງເດືອນຈຽງແມ່ນວັນບຸນເຕັດ ເທື້ອງງວຽນ. ຫຼັງຈາກນັ້ນ, ໃນຊຸມເດືອນຕໍໆໄປກໍ່ຈະມີບຸນເຕັດອື່ນໆຄືບຸນເຕັດ ຈູງງຽນ… ບຸນເຕັດເທືອ້ງງວຽນມີຄວາມໝາຍທີ່ສຸດ, ແລະ ມີຫຼາຍຄົນເອົາໃຈໃສ່ທີ່ສຸດ, ເພາະວ່າມັນແມ່ນວັນເພງທຳອິດຂອງເດືອນທຳອິດໃນປີ”.
ພາບປະກອບ
ໄປນະມັດສະການໃນວັນເພງເດືອນຈຽງ, ນອກຈາກຕອບສະໜອງດ້ານຈິດວີນຍານ ພາຍຫຼັງຊຸມວັນອອກແຮງງານຢ່າງອິດເມື່ອຍແລ້ວ, ທຸກຄົນຍັງໄດ້ຊົມເຫັນທີວທັດທຳມະຊາດທີ່ສວຍງາມຂອງຕົ້ນລະດູບານໃໝ່ອີກດ້ວຍ. ພະອາຈານ ທິກແທງເຢືອງ, ໃຫ້ຮູ້ວ່າ:
“ບຸນວັນເພງເດືອນຈຽງຢູ່ວັດຍາມໃດກໍ່ຕ້ອງມີທູບທຽນທີ່ຫອມຫວນ, ດອກໄມ້ສົດ ແລະ ໝາກໄມ້. ສ່ວນຜູ້ໄປວັດວາອາຮາມແມ່ນຕ້ອງມີຈິດໃຈທີ່ດີ, ເຊິ່ງສະແດງອອກຜ່ານຄຳອວຍພອນກັນໃຫ້ປະສົບທຸກສິ່ງທຸກຢ່າງທີ່ດີງາມໃນປີໃໝ່. ນີ້ແມ່ນຂອງຂວັນ, ແມ່ນຄວາມໂຊກດີທີ່ມອບໃຫ້ກັນໃນໂອກາດຕົ້ນປີ. ສິ່ງດັ່ງກ່າວແມ່ນແຫຼ່ງປຸກລະດົມກຳລັງໃຈ, ເພື່ອໃຫ້ທຸກຄົນພະຍາຍາມປະຕິບັດສຳເລັດໜ້າທີ່ວຽກງານຂອງຕົນໃນປີໃໝ່”.
ໄປນະມັດສະການພາວະນາຂໍໃຫ້ມີຄວາມສະຫງົບສຸກໃນມື້ວັນເພງເດືອນຈຽງ ໄດ້ກາຍເປັນຮີດຄອງອັນດີງາມ, ບໍ່ພຽງແຕ່ດືງດູດຜູ້ມີອາຍຸສູງເທົ່ານັ້ນ, ຫາກຍັງດຶງດູດບ່າວສາວອີກດ້ວຍ ເພື່ອພາວະນາຂໍໃຫ້ການຮ່ຳຮຽນ, ການສອບເສງໄດ້ຮັບຜົນດີ ແລະ ຄວາມຮັກ, ຄວາມຜູກພັນຍື່ນຍົງຕະຫຼອດໄປ, ຂໍໃຫ້ມີສຸຂະພາບເຂັ້ມແຂງ, ມີຄວາມສະຫງົບສຸກ, ມີໂຊກມີໄຊ… ເອື້ອຍ ໂງທິທູຖາວ ຢູ່ບັກນິງ, ແບ່ງປັນວ່າ:
“ໃນວັນເພງເດືອນຈຽງ, ເມື່ອໄປນະມັດສະການວັດວາອາຮາມ, ຂ້າພະເຈົ້າຂໍພາວະນາທຸກສິ່ງທຸກຢ່າງທີ່ຈົບງາມ ແລະ ຂໍໃຫ້ໝົດທຸກຄົນໄດ້ດຳລົງຊີວິດໃນຄວາມເບິກບານມ່ວນຊື່ນ ແລະ ຄວາມຜາສຸກ. ຂໍໃຫ້ຄອບຄົວ ແລະ ຕົນເອງມີສຸຂະພາບເຂັ້ມແຂງ, ໄດ້ຮັບຜົນດີໃນການປະຕິບັດໜ້າທີ່ວຽກງານ”.
ພາບປະກອບ
ການໄປນະມັດສະການວັດວາອາຮາມໃນວັນເພງເດືອນຈຽງ ໄດ້ກາຍເປັນການເຄື່ອນໄຫວວັດທະນະທຳທີ່ເປັນມູນເຊື້ອຂອງຊາວຫວຽດນາມ. ເມື່ອໄປວັດວາອາຮາມ ທຸກຄົນລ້ວນແຕ່ຮູ້ສຶກມີຄວາມສະຫງົບສຸກ, ສະຫວາດສະເຫວີຍກວ່າ ເມື່ອຫວັງວ່າປີໃໝ່ຈະໄດ້ຮັບທຸກສິ່ງທຸກຢ່າງທີ່ຈົບງາມ ແລະ ມີຄວາມສຸກ. ທັງໝົດເຫຼົ່ານັ້ນ ໄດ້ສ້າງເປັນສີສັນສະເພາະໃຫ້ແກ່ວັດທະນະທຳຫວຽດນາມ. ທ່ານ Kevin Brian, ນັກທ່ອງທ່ຽວຊາວອົດສະຕາລີ, ໃຫ້ຮູ້ວ່າ:
“ສຳລັບຊາວຫວຽດນາມແລ້ວ, ໄປນະມັດສະການໃນຊຸມວັນຕົ້ນປີໃໝ່, ພິເສດແມ່ນວັນເພງເດືອນຈຽງ ແມ່ນສິ່ງທີ່ດີງາມ ແລະສຳຄັນທີ່ສຸດ. ຂ້າພະເຈົ້າຄິດວ່າ, ເມື່ອເຂົາເຈົ້າໄປວັດວາອາຮາມໃນໂອກາດນີ້, ເຂົາເຈົ້າຈະໄດ້ຮັບທຸກສິ່ງທຸກຢ່າງທີ່ໄດ້ພາວະນາ”.
ໄປນະມັດສະການໃນວັນເພງເດືອນຈຽງໄດ້ກາຍເປັນຄວາມຊິນເຄີຍ, ວັດທະນະທຳທີ່ດີງາມ, ນີ້ແມ່ນແຫ່ງເພື່ອສະແດງຄວາມໄຝ່ຝັນຂອງທຸກຄົນ, ຂໍໃຫ້ດິນຟ້າອາກາດເອື້ອອຳນວຍຄວາມສະດວກ, ຂໍໃຫ້ຊີວິດມີຄວາມສະຫງົບສຸກ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ທຸກຄົນໄປທ່ຽວຊົມທັດສະນີຍະພາບທີ່ສວຍງາມ, ທັງແມ່ນຈຸດເວລາເພື່ອໃຫ້ທຸກຄົນເຈື່ອຈານໃນໂລກແຫ່ງຈິດວີນຍານ, ອ່ວາຍເມືອຫາກົກເຄົ້າເຫງົ້າກໍໃນຍາມລະດູບານໃໝ່.