ໂດຍຖືກຈັດຂຶ້ນໃນທ້າຍເດືອນ 3 ແຕ່ລະປີ, ໂມງໜ່ວຍໂລກແມ່ນໜຶ່ງໃນບັນດາເຫດການທີ່ດຶງດູດຄວາມສົນໃຈຂອງປະຊາຊົນໃນທົ່ວໂລກ. ແຕ່ລະປີ, ໂມງໜ່ວຍໂລກມີສານທີ່ແຕກຕ່າງກັນ, ແຕ່ລ້ວນແຕ່ມຸ່ງໄປສູ່ຈຸດໝາຍລວມ, ນັ້ນແມ່ນເພື່ອໜ່ວຍໂລກຂຽວ, ສະອາດ ແລະ ຍົກສູງສະຕິຂອງປະຊາຊົນໃນການປະຢັດພະລັງງານ. ໂມງໜ່ວຍໂລກປີ 2015 ມີຫົວຂໍ້ວ່າ : “ປະຢັດພະລັງງານ - ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ” ຊຶ່ງໄດ້ຮັບການຕອບສະໜອງຈາກໄວໜຸ່ມນະຄອນຫຼວງ ດ້ວຍບັນດາການເຄື່ອນໄຫວທີ່ແທດຈິງ.
ຢູ່ຖະໜົນສາຍຕ່າງໆທີ່ຮ້າໂນ້ຍໄດ້ມອດໄຟເພື່ອຕອບສະໜອງບັ້ນເຄື່ອນໄຫວໂມງໜ່ວຍໂລກ ປີ 2015 |
ນັບແຕ່ຕົ້ນເດືອນ 3/2015, ຢູ່ຮ່າໂນ້ຍ, ມີການເຄື່ອນໄຫວຫຼາຍຢ່າງເພື່ອສິ່ງແວດລ້ອມໄດ້ຮັບການຜັນຂະຫຍາຍ ແນໃສ່ປະຕິບັດບັ້ນເຄື່ອນໄຫວ ໂມງໜ່ວຍໂລກປີ 2015 ດ້ວຍສານທີ່ວ່າ : : “ປະຢັດພະລັງງານ - ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ” . ຮອດເວລາ 20 ໂມງ 30 ນາທີຂອງວັນທີ 22/3, ກ່ອນທີ່ດຳເນີນພິທີມອດໄຟຕອບສະໜອງ ບັ້ນເຄື່ອນໄຫວ ໂມງໜ່ວຍໂລກປີ 2015 ເປັນເວລາອາທິດໜຶ່ງ, ຢູ່ຮ່າໂນ້ຍ, ນັກຮຽນ, ນັກສຶກສາ, ຜູ້ອາສາສະໝັກ ແລະ ຊາວນະຄອນຫຼວງນັບພັນໆຄົນ ໄດ້ເຂົ້າຮ່ວມການມອດໄຟສຳລັບເຄື່ອງໄຟຟ້າທີ່ບໍ່ຈຳເປັນໃນຮອບເວລາ 1 ຊົວໂມງເພື່ອ ຕອບສະໜອງບັ້ນເຄື່ອນໄຫວ ໂມງໜ່ວຍໂລກ. ເຄື່ອງອຸປະກອນໄຟຟ້າທັງໝົດຖືກມອດໄຟ ແລະ ຖືກທົດແທນດ້ວຍທຽນ 1200 ເຫຼັ້ມ. ເພື່ອນ ຫງວຽນບິກເຟື້ອງ ນັກສຶກສາສະຖາບັນສື່ມວນຊົນ ແລະ ໂຄສະນາ ເວົ້າວ່າ :
“ ຂ້າພະເຈົ້າຢາກສົ່ງຄວາມເຖິງບັນດາເພື່ອນນັກສຶກສາ ຈົ່ງ ປະຢັດພະລັງງານເພື່ອຈຳກັດຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ. ເພາະພວກເຮົາເອງ ແມ່ນຜູ້ກໍ່ຕັ້ງໜ່ວຍໂລກນີ້ຂຶ້ນ ແລະ ເຮັດໃຫ້ໜ່ວຍໂລກນີ້ ຂຽວ, ສະອາດ ແລະ ສວຍງາມ, ໝັ້ນຄົງກວ່າເກົ່າ”
ພາຍຫຼັງປະຕິບັດມາເປັນເວລາ 1 ເດືອນ, ບັ້ນເຄື່ອນໄຫວ ໂມງໜ່ວຍໂລກປີ 2015ຢູ່ຮ່າໂນ້ຍ ໄດ້ດຳເນີນບັນດາການເຄື່ອນໄຫວທີ່ແທດຈິງ ເຊັ່ນ : ການປະກວດອອກແບບປ້າຍໂຄສະນາກ່ຽວກັບຫົວເລື່ອງສິ່ງແວດລ້ອມ ແລະ ປະຢັດພະລັງງານ, ອັນໄດ້ດຶງດູດ ເກືອບ 500 ຄົນເຂົາຮ່ວມ. ເພື່ອນຫງວຽນຫວຽດຮຸ່ງ ນັກສຶກສາສັງກັດມະຫາວິທະຍາໄລໄຟຟ້າຮ່າໂນ້ຍເປີດເຜີຍວ່າ :
“ເຂົ້າຮ່ວມງານປະກວດ, ຂ້າພະເຈົ້າພາກພູມໃຈທີ່ສຸດ, ເພາະການເຄື່ອນໄຫວນີ້ແມ່ນມີຄວາມໝາຍໃນການດຳລົງຊີວິດ, ນັ້ນແມ່ນບັນຫາຮັກສາສິ່ງແວດລ້ອມ ແລະ ປະຢັດພະລັງງານ ”
ບັ້ນເຄື່ອນໄຫວ ໂມງໜ່ວຍໂລກ ແມ່ນການເຕົ້າໂຮມກຳລັງແຮງຂອງປະຊາຄົມ ພ້ອມກັນຮ່ວມແຮງ ຮ່ວມໃຈກະທຳເພື່ອ ປະຢັດພະລັງງານ. ບັນດາບົດເພງ, ບົດລະຄອນທີ່ຖືກສະແດງໃນຂອບເຂດ ບັ້ນເຄື່ອນໄຫວ ໂມງໜ່ວຍໂລກ ກໍລ້ວນແຕ່ມຸ່ງໄປສູ່ສານ “ປະຢັດພະລັງງານ - ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ”.
ຮອງນາງງາມ ຖິ້ວເວີນ ທູດເຈດຕະນາດີ ບັ້ນເຄື່ອນໄຫວໂມງໜ່ວຍໂລກປີ 2015 ໃຫ້ຮູ້ວ່າ :
“ການປ່ຽນແປງຂອງດິນຟ້າອາກາດແມ່ນຄວາມສຳນຶກທີ່ພວກເຮົາໄດ້ຮັບຟັງຫຼາຍ, ແຕ່ເພື່ອວາດນຶກໄດ້ເຖິງບັນດາວຽກງານ, ບັນດາປະກົດການລະອຽດທີ່ສົ່ງຜົນສະທ້ອນເຖິງການດຳລົງຊີວິດຂອງພວກເຮົານັ້ນ, ແມ່ນຕ້ອງການມີວຽກງານໂຄສະນາ ແລະ ການເຄື່ອນໄຫວໂຄສະນາກ່ຽວກັບໂມງໜ່ວຍໂລກ ”
ບັ້ນເຄື່ອນໄຫວ ໂມງໜ່ວຍໂລກປີ 2015 ຊຶ່ງຖືກຈັດຂຶ້ນຢູ່ຫວຽດນາມ ໄດ້ສ້າງການປ່ຽນແປງຢ່າງຕັ້ງໜ້າໃນການຮັບຮູ້ ແລະ ການກະທຳຂອງປະຊາຊົນກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ປະຢັດພະລັງງານ”
ຮອດເວລາ 20 ໂມງ 30 ນາທີຫາ 21 ໂມງ 30 ນາທີຂອງວັນທີ 28/3 ຢູ່ສະໜາມຫຼວງປະຕິວັດເດືອນສິງຫາ ທີ່ຮ່າໂນ້ຍ, ບັນດາສະມາຊິກຊາວໜຸ່ມໄວໜຸ່ມ ແລະ ຊາວນະຄອນຫຼວງ ຈະສືບຕໍ່ ເຂົ້າຮ່ວມການມອດໄຟເພື່ອຕອບສະໜອງບັ້ນເຄື່ອນໄຫວໂມງໜ່ວຍໂລກ ປີ 2015 .