ໂດຍຫ່າງຈາກຮ່າໂນ້ຍ 10 ກິໂລແມດ ແລະ ຕັ້ງຢູ່ແຄມແມ່ນ້ຳແດງ, ບາດຈາງ ແມ່ນໝູ່ບ້ານເຄື່ອງປັ້ນ ດິນເຜົາທີ່ມີມາແຕ່ສະຕະວັດທີ 15. ນີ້ແມ່ນສະຖານທີ່ ດຶງດູດນັກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ.
ຕະຫຼາດເຄື່ອງປັ້ນດິນເຜົາ ບາດຈາງ
|
ມາຢາມຫວຽດນາມເປັນຄັ້ງທຳອິດ, ນັກຂ່າວ Yannick Falt ໄດ້ຫາທາງລົງຢ້ຽມຢາມໝູ່ບ້ານ ບາດຈາງ ເພື່ອເຫັນປະຈັກຕາທຸກສິ່ງທຸກຢ່າງທີ່ໄດ້ຍິນກ່ຽວກັບ ໝູ່ບ້ານເຄື່ອງປັ້ນດິນເຜົາຕັ້ງຢູ່ແຄມແມ່ນ້ຳແດງທີ່ຈັບໃຈນີ້. ນັກຂ່າວ Yannick Falt ເວົ້າວ່າ :
“ ຄວາມປະທັບໃຈຂອງຂ້າພະເຈົ້າຢູ່ແຫ່ງນີ້ ແມ່ນສະຫງົບງຽບທີ່ສຸດ, ມີຄົ້ນໄມ້ໃບຫຍ້າຂຽວອຸ່ມທຸ່ມ, ອາດຈະເວົ້າວ່າ ນີ້ແມ່ນທ່າເຮືອທີ່ສະຫງົບງຽບເມື່ອທຽບໃສ່ຮ່າໂນ້ຍ ຊຶ່ງຍາມໃດກໍຟົດຟື້ນເນື່ອງນັນ. ”
ເມື່ອມາຮອດຫົວບ້ານ, ເຖິງວ່າມາເປັນຄັ້ງທຳອິດຄື ນັກຂ່າວ Yannick Falt ກໍຕາມ, ແຕ່ກໍຮູ້ໂລດວ່າ ນີ້ແມ່ນ ໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາ. ເຄື່ອງປັ້ນ ດິນເຜົາຖືກວາງເດຍລະດາດນັບແຕ່ພາຍໃນເຮືອນຈົນເຖິງໜ້າບ້ານ. ຮ້າຍນ້ອຍໃຫຍ່ຫຼາຍແຫ່ງ ກໍລ້ວນແຕ່ຖືກນຳໃຊ້ເຂົ້າໃນການວາງສະແດງເຄື່ອງປັ້ນດິນເຜົາ.
ເມື່ອມາຢ້ຽມຢາມ ໝູ່ບ້ານບາດຈາງ ໃຜໆກໍມັກໄປຕະຫຼາດເຄື່ອງປັ້ນດິນເຜົາ ຖືກຕັ້ງຢູ່ກາງບ້ານ. ຕະຫຼາດເຄື່ອງປັ້ນດິນເຜົາ ບາດຈາງ ໄດ້ກາຍເປັນຈຸດນັດພົບຂອງນັກທ່ອງທ່ຽວທີ່ມາຈາກສາລະທິດຢ່າງແທ້ຈິງ .
ຜະລິດຕະພັນຂອງຕະຫຼາດເຄື່ອງປັ້ນດິນເຜົາບາດຈາງ
|
ບັນດາຜະລິດຕະພັນຂອງຕະຫຼາດເຄື່ອງປັ້ນດິນເຜົາບາດຈາງ ໄດ້ເຮັດໃຫ້ນັກຂ່າວ Yannick Faltຄຳນຶງເຖິງເຂດບ້ານນາຊຶ່ງແມ່ນບ້ານເກີດເມືອງນອນຂອງທ່ານຢູ່ຝະລັ່ງ. ນັກຂ່າວ Yannick Falt ເວົ້າວ່າ :
“ ຢູ່ຮ້ານຄ້າເບື້ອງພຸ້ນ, ຂ້າພະເຈົ້າເຫັນວາງຂາຍໝາດິນເຜົາຫຼາຍໂຕ. ໃນທັນໃດ, ຂ້າພະເຈົ້າໄດ້ຄິດເຖິງໃນເຂດ Anzat ຂອງຊາວຝະລັ່ງ, ໃນສວນຂອງຊາວທ້ອງຖິ່ນ ກໍວາງສະແດງໝາດິນເຜົາຫຼາຍໂຕ, ແລ້ວກໍຍັງມີຕົວລະຄອນອື່ນໆອີກຈຳນວນໜຶ່ງ ຄື ທ້າວເຕັ້ຍ. ເມ່ືອເຫັນວັດຖຸສິ່ງຂອງເຫຼົ່ານັ້ນ, ຂ້າພະເຈົ້າຄິດເລີຍວ່າ ມັນຖືກນຳມາຈາກໝູ່ບ້ານບາດຈາງຂອງຫວຽດນາມ”
ນີ້ກໍແມ່ນໂອກາດທີ່ດີເພື່ອໃຫ້ນັກຂ່າວ Yannick Falt ໄດ້ເຫັນປະຈັກຕາ, ໄດ້ຈັບດ້ວຍມືບັນດາຜະລິດຕະພັນເຄື່ອງປັ້ນດິນເຜົາ ບາດຈາງ. ຈາກໂຖ, ໄຫ, ຖ້ວຍ ທີ່ມີຮູບຊົງ ແລະ ສີສັນໃນຍຸກປະຈຸບັນ ຕະຫຼອດຮອດ ຈອກ, ຈານບູຮານ, ພາບ,ຮູບປັ້ນ ຖືກບູລະນະໃໝ່. ບັນດາຜະລິດຕະພັນເຄື່ອງປັ້ນດິນເຜົາ ທີ່ອຸດົມສົມບູນ ໄດ້ເຮັດໃຫ້ ນັກຂ່າວ Yannick Falt ຮູ້ສຶກຄືຖືກຫຼົງທາງໃນດິນແດນທີ່ເຕັມໄປດ້ວຍຄວາມເປັນເອກະລັກສະເພາະ. ນັກຂ່າວ Yannick Falt ເປີດເຜີຍວ່າ :
“ເມື່ອມາຢ້ຽມຢາມແຫ່ງນີ້, ຂ້າພະເຈົ້າເຫັນວ່າມີຜະລິດຕະພັນເຄື່ອງປັ້ນ ດິນເຜົາທີ່ອຸດົມສົມບູນ ດ້ວຍການແຕ້ມລວດລາຍຢ່າງລະອຽດອ່ອນ. ຂ້າພະເຈົ້າໄດ້ຕັ້ງຄຳຖາມເອງວ່າ ບັນດາຜະລິດຕະພັນເຄື່ອງປັ້ນດິນເຜົາຫຼາຍເຊັ້ນນັ້ນ, ແມ່ນຈະຖືກສະໜອງໃຫ້ແກ່ຕະຫຼາດໃດ, ຫຼືວ່າພຽງແຕ່ແມ່ນຕະຫຼາດຮ່າໂນ້ຍ, ຕະຫຼາດຫວຽດນາມ ຫຼືເພື່ອສົ່ງອອກ ? ”
ຄຳຖາມຂອງ ນັກຂ່າວ Yannick Falt ໄດ້ຖືກທ່ານຕຸ່ງເຈົ້າຂອງຮ້ານ ເຄື່ອງປັ້ນດິນເຜົາແຫ່ງໜຶ່ງໃນຕະຫຼາດ ໃຫ້ຄຳຕອບວ່າ : ບັນດາຜະລິດຕະພັນເຄື່ອງປັ້ນດິນເຜົາບາດຈາງ ບໍ່ພຽງແຕ່ມີຊື່ສຽງທັງຢູ່ພາຍໃນປະເທດເທົ່ານັ້ນ, ຫາກຍັງຖືກສົ່ງອອກຂາຍໃຫ້ຫຼາຍປະເທດໃນໂລກນັບແຕ່ປີ 1990 ເປັນຕົ້ນມາ ຄື ຍີປຸ່ນ, ສເກົາຫຼີ, ອາເມລິກາ ແລະ ກຸ່ມ EU. ມີຜະລິດຕະພັນເຄື່ອງປັ້ນ ດິນເຜົາຫຼາຍຢ່າງຂອງບາດຈາງ ໄດ້ຖືກນຳມາວາງສະແດງຢູ່ຫໍພິພິທະພັນຫຼາຍແຫ່ງໃນໂລກອີກດ້ວຍ.