(vovworld)- ເປັນຄັ້ງທຳອິດບັນດາພະນັກງານພາລະກອນຂອງບໍລິສັດການບິນແຫ່ງຊາດ ຫວຽດນາມ ສາຂາ ຢູ່ ລາວ ໄດ້ສົມທົບກັບ ກອງທຶນສຶກສາເພື່ອການພັດທະນາ ລາວ ປະຕິບັດວຽກງານການກຸສົນ. ສະຖານທີ່ຊື່ງຄະນະໄປຢ້ຽມຢາມແມ່ນໂຮງຮຽນປະຖົມ ພູເຂົາຄຳ ເມືອງ ແກ້ວອຸດົມ ຊື່ງແມ່ນຫນຶ່ງໃນຈຳນວນ 13 ເມືອງທຸກຍາກຢູ່ແຂວງ ວຽງຈັນ ຫ່າງຈາກນະຄອນຫລວງ ວຽງຈັນໄປທາງທິດເຫນືອ ເກືອບ 100 ກິໂລແມດ. ນະທີ່ນີ້ ຄະນະໄດ້ມອບທຶນສຶກສາ 20 ທຶນໃຫ້ບັນດາເດັກພິການ ແລະ ທຸກຍາກໃນເມືອງດັ່ງກ່າວ.
ພະນັກງານ Vietnam Airlines ສາຂາຢູ່ລາວ ມອບຂອງຂວັນໃຫ້
ນ້ອງນອ້ຍໂຮງຮຽນປະຖົມ ພູເຂົາຄຳ
ພາບ:vov
|
8 ໂມງ 30 ນາທີ ຂອງວັນທີ 22/10, ພະນັກງານ, ລັດຖະກອນ 8 ຄົນຂອງບໍລິສັດການບິນແຫ່ງຊາດ ຫວຽດນາມ (Vietnam Airlines) ສາຂາຢູ່ ລາວ ແລະ ກອງທຶນສຶກສາເພື່ອການພັດທະນາລາວ ໄດ້ໄປຢ້ຽມຢາມໂຮງຮຽນປະຖົມ ພູເຂົາຄຳ. ຕ້ອນຮັບຄະນະມີນ້ອງນ້ອຍພິການ 20 ຄົນ ພ້ອມດ້ວຍນັກຮຽນ ຄູອາຈານໃນໂຮງຮຽນ. ທ່ານ ໂງຊີ້ແອງ, ຫົວຫນ້າຜູ້ຕາງຫນ້າ Vietnam Airlines ສາຂາຢູ່ວຽງຈັນ ໃຫ້ຮູ້ວ່າ: ໂດຍປະຕິບັດຄຳຮຽກຮ້ອງອຸ້ມຊູ່ຊ່ວຍເຫລືອ, ອຸປະຖຳ, ສະຫນັບສະຫນູນເດັກພິການທີ່ປະສົບກັບຄວາມຫຍຸ້ງຍາກຂອງລາວ, ພະນັກງານ, ລັດຖະກອນ Vietnam Airlines ສາຂາຢູ່ລາວ ໄດ້ແຜ່ບໍລິຈາກເງິນ ແລະ ມອບຂອງຂວັນ 20 ພູດໃຫ້ແກ່ນ້ອງນ້ອຍ ພິການ, ແຕ່ລະພູດລວມມູນຄ່າ 500.000 ກີບ.
“ຂອງຂວັນດັ່ງກ່າວມີມູນຄ່າບໍ່ຫລາຍແຕ່ສະແດງໃຫ້ເຫັນຄວາມຫວັງຂອງພະນັກງານ, ລັດຖະກອນ Vietnam Airlines ສາຂາຢູ່ ລາວ ຢາກ ຮ່ວມກັບປະເທດລາວເວົ້າລວມ ກໍຄືເດັກພິການຢູ່ແຂວງ ວຽງຈັນ ເວົ້າສະເພາະ. ນີ້ເປັນປີທຳອິດ ພວກຂ້າພະເຈົ້າເຂົ້າຮ່ວມການເຄື່ອນໄຫວນີ້ ແລະ ແນ່ນອນວ່າ ໃນໄລຍະຈະມາເຖິງ ພວກຂ້າພະເຈົ້າໝັ້ນໝາຍຈະສືບຕໍ່ເຄື່ອນໄຫວການກຸສົນນີ້ ແລະ ຂອບຂະຫນາດຈະໃຫຍ່ກວ່າ. ພວກຂ້າພະເຈົ້າປາດຖະຫນາຢາກພວກນ້ອງມີເງື່ອນໄຂເພື່ອຮ່ຳຮຽນດີກວ່າ, ປະກອບສ່ວນເຂົ້າໃນພາລະກິດການສຶກສາຢູ່ໂຮງຮຽນ.”
ເຂົ້າຮ່ວມພິທີມອບທຶນການສຶກສາໃຫ້ເດັກພິການຢູ່ໂຮງຮຽນປະຖົມ ພູເຂົາຄຳ ມີຜູ້ຕາງຫນ້າກອງທຶນການສຶກສາເພື່ອການພັດທະນາລາວ, ຫ້ອງການສຶກສາເມືອງແກ້ວອຸດົມ, ບັນດາຄູອາຈານ ແລະ ນັກຮຽນໂຮງຮຽນຈຳນວນຫນຶ່ງຢູ່ເມືອງແກ້ວອຸດົມ, ອາຈານ ບົວລີ ວົງພະຈັນ, ຫົວຫນ້າອຳນວຍການໂຮງຮຽນປະຖົມ ພູເຂົາຄຳ ແບ່ງປັນວ່າ:
ສຽງ ບົວລີ
ພະນາຈອນ, ອາຍຸ 10 ປີ, ນັກຮຽນ ປໍ 5 ຮູ້ສຶກດີໃຈຫລາຍເມື່ອໄດ້ຮັບຂອງຂວັນ.
ສຽງພະນາຈອນ
ພວກນ້ອງນັກຮຽນໄດ້ຮັບຂອງຂວັນຈາກພະນັກງານ,ພາລະກອນຂອງບໍລິສັດການບິນແຫ່ງຊາດ ຫວຽດນາມ ສາຂາ ຢູ່ລາວ
ພາບ:vov
|
ທ່ານ ທອງສະຫວັນ ໂມຕຣີ, ຜູ້ຕາງຫນ້າກອງທຶນສຶກສາເພື່ອການພັດທະນາລາວ ຕີລາຄາສູງການເຄືື່ອນໄຫວກຸສົນຂອງ Vietnam Airlines ຢູ່ລາວ ແລະ ຖືວ່າ: ການມອບທຶນການສຶກສາທີ່ມີຄວາມໝາຍນີ້ ຈະຊ່ວຍໃຫ້ພວກນ້ອງນັກຮຽນປະຖົມຖືກພິການຫລຸດຜ່ອນຄວາມຫຍຸ້ງຍາກໄດ້ສ່ວນໃດຫນຶ່ງໃນຊີວິດ, ຊ່ວຍໃຫ້ພວກນ້ອງມີຄວາມເອກອ້າງທະນົງໃຈກວ່າແລະ ເປັນການລະດົມກຳລັງໃຈແກ່ພວກນ້ອງຜ່ານຜ່າຄວາມຫຍຸ້ງຍາກເພື່ອບືນຕົວຂຶ້ນ.
ສຽງທອງສະຫວັນ
ດ້ວຍຈຳນວນເງິນບໍ່ຫລາຍ ແຕ່ໄດ້ຊ່ວຍໃຫ້ຄອບຄົວ ແລະ ເດັກພິການຢູ່ທີ່ນີ້ມີມານະຈິດເພື່ອບືນຕົວຂຶ້ນໃນຊີວິດ. ໃນອະນາຄົດ, ຫວັງວ່າຈະມີການເຄື່ອນໄຫວກຸສົນ ຄືດັ່ງກ່າວ ຫລາຍກວ່າ ເພື່ອປະກອບສ່ວນເພີ່ມທະວີການພົວພັນທີ່ເປັນມູນເຊື້ອແບບພິເສດລະຫວ່າງສອງປະເທດຫວຽດນາມ ແລະລາວ.