ປັນແຊ່ວ ແມ່ນອາຫານເຍື່ອງໜຶ່ງທີ່ໄດ້ປຸງແຕ່ງຈາກເຂົ້າສານ ແລະ ມີຂາຍຢູ່ຫຼາຍແຫ່ງໃນທົ່ວປະເທດຫວຽດນາມ, ພິເສດ ແມ່ນພາກກາງ ແລະ ພາກໃຕ້. ຢູ່ແຕ່ລະເຂດແຄ້ວນ, ວິທີປຸງແຕ່ງ ປັນແຊ່ວ ກໍມີຄວາມແຕກຕ່າງກັນ, ເພາະສະນັ້ນ ລົດຊາດຂອງມັນກໍມີຄວາມແຕກຕ່າງກັນ. ປະຈຸບັນ, ຢູ່ຮ່າໂນ້ຍ ມີຮ້ານຂາຍ ປັນແຊ່ວ ຫຼາຍຮ້ານ, ແຕ່ບັນດາເພື່ອນນັກສຶກສາສັງກັດມະຫາວິທະຍາໄລສັບພະວິຊາເຄີຍຊັກຊວນກັນໄປກິນ ປັນແຊ່ວ ຢູ່ຮ້ານຂອງ ນາງຮ່ວາ.
ປັນແຊ່ວ ອາຫານພິເສດຂອງຫວຽດນາມ
|
ຮ້ານປັນແຊ່ວຂອງ ນາງຮ່ວາມີເນື້ອທີ່ປະມານ 20 ຕາແມັດ ຊຶ່ງຖືກຕັ້ງຢູ່ເດີນໜ້າບ້ານໃນເຂດເຮືອນລວມຂອງມະຫາວິທະຍາໄລສັບພະວິຊາ. ເນື້ອທີ່ຮ້ານຂອງ ນາງຮ່ວາ ສາມາດວາງໂຕະຕັ່ງໄດ້ພຽງ 5 ຊຸດເທົ່ານັ້ນ. ຮ້ານຂອງ ນາງຮ່ວາເປີດປະຕູຂາຍຮັບໃຊ້ແຂກແຕ່ 15 ໂມງເຄິ່ງຍາມຕອນບ່າຍຫາ 20 ໂມງຕອນຄ່ຳ. ແຂກມາກິນ ປັນແຊ່ວຢູ່ຮ້ານຂອງນາງຮ່ວາແມ່ນຫຼາຍທີ່ສຸດ ເພາະ ປັນແຊ່ວ ຢູ່ຮ້ານນີ້ຖືກຂາຍດ້ວຍລາຄາເໝາະສົມ ແລະ ຖືກເຮັດແຊບທີ່ສຸດ. ກ່ອນນີ້, ເມື່ອຢາກເຮັດ ປັນແຊ່ວ, ເຂົາເຈົ້າຕ້ອງໝ່າເຂົ້າສານ ແລະ ບົດເຂົ້າສານນັບແຕ່ມື້ກ່ອນ, ແລ້ວກໍຕ້ອງຖ້າຮອດມື້ຕໍ່ໄປ ຈຶ່ງສາມາດເຮັດ ປັນແຊ່ວ ໄດ້. ແຕ່ໃນທຸກວັນນີ້, ເນື່ອງຈາກອາຫານເຍື່ອງນີ້ໄດ້ຮັບຄວາມນິຍົມບໍລິໂພກຈາກຫຼາຍຄົນ, ດັ່ງນັ້ນ ເຂົາເຈົ້າໄດ້ປຸ່ງແຕ່ງແປ້ງສຳເລັດຮູບເພື່ອເຮັດ ປັນແຊ່ວໄດ້ຢ່າງສະດວກສະບາຍ. ນາງ ຮ່ວາ ເຈົ້າຂອງຮ້ານ ປັນແຊ່ວ ໃຫ້ຮູ້ວ່າ :
“ ວິທີເຮັດ ປັນແຊ່ວ ກໍບໍ່ຍາກ, ສຳລັບວັດຖຸດິບ ກໍສາມາດຫາໄດ້ງ່າຍ. ແຕ່ເພື່ອປຸງແຕ່ງ ປັນແຊ່ວ ໃຫ້ແຊບນັ້ນ ແມ່ນຕ້ອງມີຄວາມຄ່ອງແຄ້ວ ແລະ ເຮັດຢ່າງລະອຽດ. ປັນແຊ່ວ ເພື່ອເຮັດສຳເລັດ ແມ່ນຕ້ອງມີສີເຫຼືອງ, ແຕ່ບໍ່ແມ່ນມາຈາກສີເຫຼືອງຂອງໄຂ່, ຫາກມາຈາກສີເຫຼືອງຂອງຂີ້ໝິ້ນ. ການປະສົມແປ້ງກັບນ້ຳ ກໍຕ້ອງປະຕິບັດດ້ວຍອັດຕາທີ່ເໝາະສົມຕາມມາດຕະຖານ, ຖ້າບໍ່ດັ່ງນັ້ນ, ຊັ້ນນອກຂອງ ປັນແຊ່ວຈະໜາ ຫຼືີຈະເຮັດໃຫ້ ປັນແຊ່ວ ແຕກ. ຂ້າພະເຈົ້າຮຽນວິທີປຸງແຕ່ງ ປັນແຊ່ວ ນຳຄົນຢູ່ພາກໃຕ້. ຮ້ານຂອງຂ້າພະເຈົ້າຫາກໍເປີດຂາຍໄດ້ເກືອບ 4 ປີມານີ້ ແລະ ພຽງແຕ່ຂາຍໃນຍາມລະດູໃບໄມ້ຫຼົ່ນ, ລະດູໜາວເປັນຕົ້ນ.”
ນາງຮ່ວາໃຫ້ຮູ້ວ່າ : ຖ້າຢາກໃຫ້ ປັນແຊ່ວ ສຸກໄວນັ້ນ, ຄວນປຸງແຕ່ງຊີ້ນ ແລະ ກຸ້ງໄວ້ເສຍກ່ອນ, ຊີ້ນໝູ 3 ຊັ້ນ ແມ່ນຕ້ອງຕົ້ມໃຫ້ສຸກ ແລະ ຊອຍເປັນຕ່ອນບ່າງໆ, ສ່ວນກຸ້ງກໍຕ້ອງໜຶ້ງໃຫ້ສຸກເສຍກ່ອນ ເພື່ອໃຫ້ແຂກບໍ່ຕ້ອງຖ້າດົນ. ນາງ ຮ່ວາ ເຈົ້າຂອງຮ້ານ ປັນແຊ່ວ ໃຫ້ຮູ້ວ່າອີກວ່າ :
“ທຳອິດແມ່ນເອົາໝໍ້ຂາງຄ້າງເທິ່ງເຕົາແກັສ, ແລ້ວ ເອົານ້ຳມັນໝູໃສ່ໝໍ້. ຖ້ານ້ຳມັນຟົດ ກໍເອົາກຸ້ງ ແລະ ຊີ້ນໃສ່ໝໍ້ຂາງ, ແລ້ວກໍຖອກແປ້ງປະສົມໃສ່, ເຮັດແນວໃດເພື່ອໃຫ້ແປ້ງປົກຫຸ້ມທົ່ວໜ້າໝໍ້ຂາງ. ລໍຖ້າປະມານ 2 ນາທີ ຈຶ່ງເອົາຖົ່ວງອກ, ຜັກບົວຫົວໃຫຍ່, ຖົ່ວຂຽວໃສ່, ແລ້ວອັດຝາໝໍ້ຂາງ ລໍຖ້າປະມານ 2 ນາທີອີກ”
ນາງ ຮ່ວາ ໃຫ້ຮູ້ວ່າ : ມື້ໃດກໍເຊັ່ນດຽວກັນ, ຖ້າມີແຂກມາກິນຫຼາຍ ນາງກໍຂາຍໄດ້ເງິນແຕ່ 3 ແສນຫາ 4 ແສນດົງ, ສ່ວນໃນມື້ແຂກມາບໍ່ຫຼາຍ ກໍໄດ້ເງິນປະມານ 2 ແສນດົງ ແລະ ເມື່ອຫັກເອົາຄ່າຈ້າງຄົນຮັບໃຊ້ ກໍໄດ້ເງິນພໍຢູ່ພໍກິນ.
ມື້ນີ້ ເພື່ອນແທ່ງ ນັກສຶກສາປີທີ 3 ມະຫາວິທະຍາໄລສັບພະວິຊາຮ່າໂນ້ຍ ໄດ້ ພາໝູ່ພາກິນ ປັນແຊ່ວ ຢູ່ຮ້ານຂອງ ນາງຮ່ວາ. ເຖິງວ່າ ມາກິນຢູ່ຮ້ານນີ້ເປັນເທຶ່ອທຳອິດ, ແຕ່ເພື່ອນມີຄວາມປະທັບໃຈຕໍ່ລົດຊາດພິເສດຂອງ ປັນແຊ່ວຢູ່ ຮ້ານນາງຮ່ວາ. ເພື່ອນແທ່ງເວົ້າວ່າ :
“ເຮົາໄດ້ເຄີຍກິນ ປັນແຊ່ວ ຢູ່ບາງຮ້ານຢູ່ຖະໜົນ ໂດ້ຍເກີ້ນ, ແຕ່ຮູ້ສຶກວ່າ ປັນແຊ່ວໃນຮ້ານນີ້ ມີລົດຊາດພິເສດ, ແຕກຕ່າງກັບຮ້ານອື່ນ. ປັນແຊ່ວ ຖືກເຮັດເປັນແຜ່ນໃຫຍ່, ມີໝາກຖົ່ວຂຽວ ແລະ ລາຄາຂາຍພຽງແຕ່ 25.000 ດົງເທົ່ານັ້ນ. ປັນແຊ່ວມີໝາກຖົ່ວຂຽວ ດັ່ງນັ້ນ ມີລົດຫອມພິເສດ. ນອກຈາກນັ້ນ, ນາງ ຮ່ວາຍັງໃຊ້ນ້ຳມັນໝູ ແທນທີ່ນ້ຳມັນພືດ, ຊຶ່ງໄດ້ເຮັດໃຫ້ ປັນແຊ່ວ ແຊບຫຼາຍຂຶ້ນ”
ສຳລັບເຍື່ອງອາຫານ ປັນແຊ່ວ , ວິທີປຸງແຕ່ງແມ່ນງ່າຍດາຍ ແຕ່ໄດ້ຮັບຄວາມນິຍົມບໍລິໂພກຈາກຫຼາຍຄົນ. ຖ້າມີໂອກາດມາຢ້ຽມຢາມຫວຽດນາມ, ພວກເພື່ອນຢາພາດໂອກາດແວ່ຊິມລົດຊາດພິເສດຂອງ ປັນແຊ່ວ ໃນຮ້ານຂອງນາງ ຮ່ວາ ແດ່ເດີ້
----------------------------------
ທ່ານຜູ້ຟັງທີ່ເຄົາລົບ !
ເພື່ອຢາກເຮັດ ປັນແຊ່ວໃຫ້ແຊບນັ້ນ ພວກເພື່ອນກະກຽມວັດຖຸດິບດັ່ງນີ້ :
- ແປ້ງເຂົ້າສານຫຼືແປ້ງເຮັດປັນແຊ່ວສຳເລັດຮູບ : 400g.
- ແປ້ງຂີ້ໝິ້ນ, ນ້ຳບໍລິສຸດຫຼືນ້ຳກະທິໝາກພ້າວ 500 ml
- ຊີ້ໝູ 3 ຊັ້ນ : 200g
- ກຸ້ງ : 200g ພ້ອມກັບເຫັດຫອມ, ໝາກຖົ່ວຂຽວ, ໝາກຖົ່ວງອກ, ຜັກຫອມບົວ, ຜັກທຽມ, ໝາກເຜັດ, ນ້ຳປາ, ເກືອ, ຜັກຫອມປ້ອມ, ຜັກສະລັດ…
ບັນດາຂັ້ນຕອນປຸ່ງແຕ່ງ:
ທຳອິດ, ຕ້ອງເອົາແປ້ງເຂົ້າສານຫຼືແປ້ງເຮັດປັນແຊ່ວສຳເລັດຮູບປະມານ 400g ໃສ່ຖ້ວຍໃຫຍ່ ບວກກັບແປ້ງຂີ້ໝິ້ນ ບວງກາເຟບວງໜຶ່ງ ປະສົມກັບນ້ຳບໍລິສຸດຫຼືນ້ຳກະທິໝາກພ້າວ 500 ml , ແລ້ວຄົນໃຫ້ສະໝ່ຳສະເໝີ, ແລ້ວກໍໃສ່ເກືອໜ້ອຍໜຶ່ງ. ຕ້ອງລໍຖ້າປະມານ 20 ນາທີ ໃຫ້ແປ້ງໄນ.
ຊີ້ນໝູ 3 ຊັ້ນ ແມ່ນຕ້ອງຕົ້ມໃຫ້ສຸກ ແລະ ຊອຍເປັນຕອນບ່າງໆ, ສ່ວນກຸ້ງກໍຕ້ອງໜຶ້ງໃຫ້ສຸກ ແລ້ວກໍເອືອບກັບເກືອ ແລະ ນ້ຳຕານ.
ເມື່ອກະກຽມວັດຖຸດິບເປັນທີ່ຮຽບຮ້ອຍແລ້ວ, ແມ່ນເອົາໝໍ້ຂາງຄ້າງເທິ່ງເຕົາແກັສ, ແລ້ວ ເອົານ້ຳມັນໝູໃສ່ໝໍ້. ຖ້ານ້ຳມັນຟົດ ກໍເອົາກຸ້ງ ແລະ ຊີ້ນໃສ່ໝໍ້ຂາງ, ແລ້ວກໍຖອກແປ້ງປະສົມໃສ່, ເຮັດແນວໃດເພື່ອໃຫ້ແປ້ງປົກຫຸ້ມທົ່ວໜ້າໝໍ້ຂາງ. ລໍຖ້າປະມານ 2 ນາທີ ຈຶ່ງເອົາຖົ່ວງອກ, ຜັກບົວຫົວໃຫຍ່, ຖົ່ວຂຽວໃສ່, ແລ້ວອັດຝາໝໍ້ຂາງ ລໍຖ້າປະມານ 2 ນາທີອີກ ເພື່ອໃຫ້ປັນແຊ່ວສຸກ. ແລ້ວກໍເອົາໃສ່ຈານ.
ສຸດທ້າຍ ພວກເພື່ອນ ເຮັດນ້ຳແຈວ ໂດຍປະສົມລະຫວ່າງນ້ຳປາ, ນ້ຳຕານ, ນ້ຳສົ້ມ ແລະ ນ້ຳບໍລິສຸດ , ເອົາຫົວຜັກທຽມ, ໝາກເຜັດໃສ່ຕື່ມ. ຫວັງວ່າພວກເພື່ອນຈະເຮັດກິນແຊບ.