ເມື່ອເວົ້າເຖິງລະດູໃບໄມ້ຫຼົ່ນຢູ່ຮ່າໂນ້ຍ, ຜູ້ຄົນທັງຫຼາຍລ້ວນແຕ່ຄິດເຖິງເຍື່ອງອາຫານພິເສດ, ນັ້ນແມ່ນຜະລິດຕະພັນຂອງເຂົ້າອ່ອນ ດ້ວຍລົດຫອມ ແລະ ຫວານ, ນັ້ນແມ່ນເຂົ້າເໝົ້າ. ເຍື່ອງອາຫານນີ້ບໍ່ພຽງແຕ່ໄດ້ຮັບຄວາມນິຍົມບໍລິໂພກໃນຊີວິດປະຈຳວັນຂອງຊາວຫວຽດນາມເທົ່ານັ້ນ, ຫາກຍັງ ຖືກນຳເຂົ້າໃນການປະດິດຄິດແຕ່ງກາບກອນທີ່ເວົ້າເຖິງນະຄອນຫຼວງຮ່າໂນ້ຍອີກດ້ວຍ.
ເຂົ້າເໝົ້າບ້ານວ່ອງ - ຮ່າໂນ້ຍ |
ບ້ານວອ່ງ ຂຶ້ນກັບຕາແສງຢິກວ້ອງ, ເມືອງເກົາໄຢ, ຮ່າໂນ້ຍ. ເຖິງວ່າຮອດຕອນແລງແລ້ວກໍຕາມ, ແຕ່ຢູ່ໃນເຮືອນຂອງລຸງ ດິງວັນຕ້ຽນ ຍັງຟົດຟື້ນເນື່ອງນັນໄປດ້ວຍສຽງຈັກສີເຂົ້າປະສານກັບສຽງຟັດເຂົ້າ. ລຸງ ດິງວັນຕ້ຽນ ແບ່ງປັນວ່າ ເມື່ອກ່ອນນີ້, ເພື່ອເຮັດເຂົ້າເໝົ້າໃຫ້ແຊບ ແລະ ຫອມນັ້ນ, ຕ້ອງມີຄວາມລຳບາກຫຼາຍ, ຕ້ອງເລືອກເອົາເຂົ້າເປືອກໜຽວອ່ອນ ຈຶ່ງສາມາດເຮັດເຂົ້າເໝົ້າໄດ້ ແລະ ຢາກເຮັດເຂົ້າເໝົ້າໃຫ້ແຊບນັ້ນ, ກໍຕ້ອງເລືອກເອົາ ເຂົ້າເປືອກໜຽວເມັດໃຫຍ່. ລຸງ ດິງວັນຕ້ຽນ ເວົ້າວ່າ :
“ ເມື່ອໄປຊື້ເຂົ້າເປືອກ, ຕ້ອງເລືອກເອົາເຂົ້າອ່ອນ, ເມັດເຂົ້າເປືອກຕ້ອງຂຽວ, ເຕັມເມັດ ແລະ ສະໝ່ຳສະເໝີ. ເມື່ອຊື້ເຂົ້າເປືອກມາ ກໍຕ້ອງຮ່ອນ, ຟັດຫຼາຍເທື່ອ ເພື່ອເອົາເມັດລີບອອກແລ້ວ ຈຶ່ງຕ້ອງນຳໄປໝ່າ ”
ຂັ້ນຕອນທີ່ສຳຄັນກວ່າໝູ່ແມ່ນຂົ້ວເຂົ້າເປືອກ. ພາຍຫຼັງໝ່າເຂົ້າເປືອກແລ້ວ, ກໍຕັກຂຶ້ນ, ແລ້ວປະໃຫ້ແຫ້ງ ເພື່ອນຳໄປຂົ້ວດ້ວຍໝໍ້ຂາງ. ແຕ່ຕ້ອງຄົນໃຫ້ສະໝ່ຳສະເໝີຈົນແຫ້ງ ແລະ ບໍ່ໃຫ້ເຂົ້າໄໝ້. ທ້າວດິງກ໋ວກຢຸງ ລູກຊາຍຂອງລຸງຕ້ຽນ ໄດ້ໃຫ້ຮູ້ເຄັດລັບຂອງການຂົ້ວເຂົ້າເໝົ້າວ່າ :
“ ເມື່ອຂົ້ວເຂົ້າເໝົ້າ ແມ່ນຕ້ອງໃຊ້ຟືນ, ດັງໄຟໃຫ້ລຸກຢ່າງສະໝ່ຳສະເໝີ. ເມື່ອຂົ້ວເຂົ້າເໝົ້າສຸກແລ້ວ, ກໍນຳໄປສີດ້ວຍເຄື່ອງຈັກເພື່ອກຳຈັດຊັ້ນເປືອກນອກອອກ, ແລ້ວນຳໄປຕ່ຳ ແມ່ນສຳເລັດແລ້ວ ”
ເມື່ອຕຳເຂົ້າເໝົ້າ, ກໍເອົາເຂົ້າເໝົ້າໃສ່ 1/3 ລວງສູງຂອງຄົກ ແລະ ຕ່ຳປະມານແຕ່ 3 ຫາ 5 ນາທີ, ຫຼັງຈາກນັ້ນ ເອົາມາຮ່ອນໃຫ້ແກບອອກໝົດ. ແລ້ວກໍສືບຕໍ່ຕ່ຳຕື່ມອີກ, ຂັ້ນຕອນທັງໝົດເຫຼົ່ານັ້ນຄວນເຮັດປະມານ 7 ເທື່ອ ມັນຂຶ້ນກັບຄວາມຊຸ່ມຂອງເຂົ້າເໝົ້າ. ແຕ່ຢາກເຮັດເຂົ້າເໝົ້າມີສີຂຽວງາມ, ມີລົດຫອມ ແລະ ໜຽວນັ້ນ, ກໍຕ້ອງຕ່ຳເຂົ້າເໝົ້າດ້ວຍຄົກຫີນ, ສ່ວນສາກຕ້ອງເຮັດດ້ວຍໄມ້ລຳໄຍ. ລຸງເຈືອງ ແລະ ປ້າເຕ້ວ, ລູກຄ້າມາຊື້ເຂົ້າເໝົ້າຂອງລຸງຕ້ຽນເປັນປະຈຳເປີດເຜີຍວ່າ :
“ ເມື່ອຊື້ເຂົ້າເໝົ້າ, ຂ້າພະເຈົ້າຕ້ອງເລືອກເອົາເຂົ້າເໝົ້າທີ່ຂຽວງາມ, ເມັດເຂົ້າເໝົ້າຕ້ອງບາງ, ມີລົດຫອມຂອງເຂົ້າອ່ອນ. ເຂົ້າເໝົ້ານີ້ຕ້ອງກິນກັບກ້ວຍງ້າວຈຶ່ງແຊບ, ຖ້າຫາກກິນກັບກ້ວຍນ້ຳ ຈະບໍ່ມີລົດຊາດພິເສດສະເພາະຂອງເຂົ້າເໝົ້າອີກ ”
ບໍ່ແມ່ນເລື່ອງບັງເອີນທີ່ຂອງຂວັນແບບລຽບງ່າຍໃນຍາມລະດູໃບໄມ້ຫຼົ່ນນີ້ຂອງດິນແດນຮ່າໂນ້ຍພັດລົງເລິກເຂົ້າສູ່ພື້ນຖານວັນນະຄະດີ, ກາບກອນ. ເຂົ້າເໝົ້າບ້ານວ່ອງໄດ້ກາຍເປັນອາຫານພິເສດສະເພາະຂອງຮ່າໂນ້ຍ. ຖ້າຫາກພວກເພື່ອນມາຢ້ຽມຢາມຮ່າໂນ້ຍໃນຍາມລະດູໃບໄມ້ຫຼົ່ນ, ກໍຢາລືມແວ່ບ້ານວ່ອງເພື່ອຊື້ເຂົ້າເໝົ້າ ຊຶ່ງຖືກຫໍ່ໃນໃບບົວສົດ, ເມື່ອພວກເພື່ອນໄດ້ຊີມແລ້ວ ແນ່ນອນວ່າ ຈະບໍ່ອາດລືມໄດ້.
ເພື່ອເຮັດເຍື່ອງອາຫານເຂົ້າເໝົ້າພວກເພື່ອນກະກຽມວັດຖຸດິບດັ່ງນີ້ :
- ເຂົ້າອ່ອນ: 2 kg.
ບັນດາຂັ້ນຕອນປຸ່ງແຕ່ງ:
ທຳອິດ, ພວກເຮົາຕ້ອງຮູດເຂົ້າອ່ອນເພື່ອເອົາເຂົ້າເປືອກ, ຫຼັງຈາກນັ້ນ ນຳໄປໝ່າໄຈ້ເອົາເມັດລີບອອກ. ແລ້ວກໍຕັກຂຶ້ນ, ປະໃຫ້ແຫ້ງ ເພື່ອນຳໄປຂົ້ວດ້ວຍໝໍ້ຂາງປະມານແຕ່ 15 ຫາ 20 ນາທີ. ເມື່ອເຂົ້າເໝົ້າຖືກຂົ້ວສຸກແລ້ວ, ກໍນຳໄປສີດ້ວຍເຄື່ອງຈັກເພື່ອກຳຈັດຊັ້ນເປືອກທາງນອກ.
ຂັ້ນຕອນຕໍ່ໄປແມ່ນເອົາເຂົ້າເໝົ້າໃສ່ຄົກ, ຕ້ອງຕ່ຳປະມານ 7-8 ເທື່ອ ຊຶ່ງຂຶ້ນກັບເຂົ້າເໝົ້າຊະນິດທີ່ເຮົາຕ້ອງການເຮັດ. ສຸດທ້າຍແມ່ນຕ້ອງຫໍ່ດ້ວຍໃບບົວສົດ.
ຫວັງວ່າພວກເພື່ອນຈະເຮັດກິນແຊບ.