ເມື່ອເວົ້າເຖິງນະຄອນຫາຍເຢືອງ, ຜູ້ຄົນທັງຫຼາຍຕ່າງກໍເລີຍຄຳນຶງເຖິງເຂົ້າໜົມຖົ່ວຂຽວ, ແປ້ງຖົ່ວຂຽວ, ປັນກາຍ ດ້ວຍເຄື່ອງໝາຍສິນຄ້າຫຼາຍຢ່າງເຊັ່ນ: ຮ່ວາອານ, ຮົ່ງວ່າງ, ຢາບາວ…. ເຂົ້າໜົມຖົ່ວຂຽວຫາຍເຢືອງ ແມ່ນໜຶ່ງໃນບັນດາເຍື່ອງອາຫານພິເສດໄດ້ຮັບຄວາມນິຍົມບໍລິໂພກຈາກຫຼາຍຄົນ ແລະ ສຳລັບວິທີປຸງແຕ່ງກໍບໍ່ຍາກປານໃດ. ບັນດາວັດຖຸດິບເພື່ອເຮັດເຂົ້າໜົມຖົ່ວຂຽວແມ່ນຫາໄດ້ຢ່າງງ່າຍດາຍເພື່ອສາມາດເຮັດ ເຂົ້າໜົມຖົ່ວຂຽວຢູ່ເຮືອນຂອງຕົນໄດ້.
ເຂົ້າໜົມໝາກຖົ່ວຂຽວ
|
ນະຄອນຫາຍເຢືອງຫ່າງຈາກຮ່າໂນ້ຍໄປທາງທິດຕາເວັນອອກປະມານ 60 ກິໂລແມັດ. ຮາກຖານຜະລິດເຂົ້າໜົມຖົ່ວຂຽວຂອງບໍລິສັດຣົ່ງວ່າງ ຕັ້ງຢູ່ແຄມທາງຫຼວງເລກ 5 ຮ່າໂນ້ຍ-ຫາຍຟ່ອງ, ມີເນື້ອທີ່ກ້ວາງປະມານ 300 ຕາແມັດ. ພໍແຕ່ມາຮອດປະຕູໂຂງຂອງຮາກຖານຜະລິດ, ກິ່ນຫອມຂອງແປ້ງຖົ່ວຂຽວໄດ້ເຮັດໃຫ້ຜູ້ຄົນທັງຫຼາຍມີຄວາມປະທັບໃຈ. ຢູ່ທາງໃນຂອງຮາກຖານມີຊຸດໂຕະຕັ່ງສະແຕນເລດກວ່າ 20 ຊຸດ, ຢູ່ເທິງໂຕະແຕ່ລະໜ່ວຍກໍ່ເຕັມໄປດ້ວຍແປ້ງຖົ່ວຂຽວປະມານ 10 ກິໂລກາມ. ຮາກຖານປຸງແຕ່ງຖືກຈັດເເບ່ງເປັນ 4 ເຂດ, ຢູ່ເບື້ອງຂວາມື ມີກຳມະກອນ 2-3 ຄົນພວມຕົ້ມຖົ່ວຂຽວ; ຢູ່ເຂດເຄິ່ງກາງແມ່ນເຂດຈືນເອົານ້ຳມັນ, ຢູ່ຄຽງຂ້າງແມ່ນເຂດຕິດຕັ້ງເຄື່ອງແຍກເປືອກໝາກຖົ່ວ. ສຸດທ້າຍແມ່ນເຂດມີເນື້ອທີ່ກ້ວາງກວ່າໝູ່ແມ່ນບ່ອນຕິດຕັ້ງຈັກປະສົມ 3 ເຄື່ອງ. ນີ້ກໍແມ່ນຂັ້ນຕອນສຸດທ້າຍເພື່ອຜະລິດອອກແປ້ງຖົ່ວຂຽວ. ລຸງດິງວັນດາດ,ເຈົ້າຂອງ ຮາກຖານຜະລິດ, ຜູ້ທີ່ໄດ້ປະກອບອາຊີບເຮັດເຂົ້າໜົມຖົ່ວຂຽວມາເປັນເວລາກວ່າ 40 ປີ ໃຫ້ຮູ້ວ່າ :
“ ທຳອິດແມ່ນຕ້ອງເລືອກເອົາໝາກຖົ່ວຂຽວທີ່ມີເມັດເຕັມ ແລະ ສະໝ່ຳສະເໝີ. ເປືອກຍັງເປັນສີຂຽວ, ເມັດ ຕ້ອງເປັນສີເຫຼືອງ. ຕ້ອງລ້າງ 3 ເທື່ອ, ແລ້ວຈຶ່ງນຳໄປຕົ້ມ, ຫຼັງຈາກນັ້ນກໍຕັກຂຶ້ນ ແລະ ປະໃຫ້ແຫ້ງ, ແລ້ວນຳເອົາໄປຂົ້ວ ”
ລຸງດາດໄດ້ພາພວກຂ້າພະເຈົ້າໄປເຂດຂົ້ວໝາກຖົ່ວ. ລຸງໃຫ້ຮູ້ວ່າ : ເພື່ອເຮັດ ເຂົ້າໜົມໝາກຖົ່ວຂຽວໃຫ້ແຊບນັ້ນ, ບໍ່ພຽງແຕ່ຕ້ອງເລືອກເອົາວັດຖຸດິບແນວດີເທົ່ານັ້ນ, ບັນດາຂັ້ນຕອນຄືຂົ້ວ, ສີ ຕະຫຼອດຮອດຂັ້ນຕອນຟັດ ແລະ ຮ່ອນເພື່ອກຳຈັດຊັ້ນເປືອກທາງນອກອອກໄດ້ຮັບຄວາມເອົາໃຈໃສ່. ສຳຄັນທີ່ສຸດແມ່ນເມື່ອເວລາຂົ້ວກໍໍ່ຕ້ອງເຮັດໄຟອ່ອນໆເພື່ອໃຫ້ແກ່ນໝາກຖົ່ວສຸກເຫຼືອງ ແຕ່ບໍ່ໃຫ້ໄໝ້. ລຸງດິງວັນດາດເປີດເຜີຍວ່າ :
“ ເມື່ອຂົ້ວຖົ່ວຂຽວ ແມ່ນຕ້ອງຂົ້ວໃຫ້ສຸກເຫຼືອງສະໝ່ຳສະເໝີ, ຫຼັງຈາກນັ້ນ ກໍນຳໄປບົດໃຫ້ແຫຼກ”
ຖົ່ວຂຽວເມື່ອຂົ້ວແລ້ວ ກໍນຳໄປບົດ. ໃນເວລາບົດກໍໃສ່ນ້ຳຕານ ແລະ ນ້ຳມັນຕື່ມອີກ. ຖົ່ວຂຽວເມື່ອຖືກບົດເປັນແປ້ງແລ້ວ, ກໍເອົາມາຖອກໃສ່ພາສະແຕນເລດ. ແລະ ມາຮອດນີ້ ແມ່ນຂັ້ນຕອນຫຸ້ມຫໍ່. ຢູ່ນີ້, ໂຕະແຕ່ລະໜ່ວຍມີກຳມະກອນ 3 ຄົນເຮັດວຽກງານເອົາແປ້ງຖົ່ວຂຽວໃສ່ເບົ້າ. ເບົ້າເຂົ້າໜົມແຕ່ລະອັນ ໃຫຍ່ຊ່ຳກັບໄມ້ຂີດໄຟ 2 ກັບ ແລະ ຖືກແບ່ງເປັນ 10 ກາໂລ. ເມື່ອເຮັດເຂົ້າໜົມ ແລ້ວໆ ກໍຖືກສົ່ງໄປຍັງໂຕະຫຸ້ມຫໍ່. ລຸງດິງວັນດາດ ໃຫ້ຮຸ້ຕື່ມອີກວ່າ :
“ ເຂົ້າໜົມໃນເມື່ອກ່ອນແມ່ນບໍ່ໄດ້ຫໍ່ດ້ວຍເຈ້ຍເງິນ ສະນັ້ນຈຶ່ງຮັກສາໄດ້ປະມານ 15 ວັນເທົ່ານັ້ນ. ແຕ່ປະຈຸບັນເຂົ້າໜົມຖືກຫໍ່ດ້ວຍເຈ້ຍເງິນ, ຈຶ່ງສາມາດຮັກສາໄດ້ດົນກວ່າ ຊຶ່ງມັນກໍຂຶ້ນກັບເຂົ້າໜົມແຕ່ລະຊະນິດ. ກຳນົດເວລາບໍລິໂພກແມ່ນປະມານກວ່າ 2 ເດືອນ ”
ເຂົ້າໜົມຖົ່ວຂຽວແມ່ນເຂົ້າໜົມຊະນິດໜຶ່ງທີ່ສາມາດປຸງແຕ່ງໄດ້ຢ່າງງ່າຍດາຍ, ມັນເປັນເຍື່ອງອາຫານທີ່ລຽບງ່າຍ ແຕ່ພັດຊ້ອນແຝງລົດຊາດພິເສດຂອງເຂດບ້ານນາພາກເໜືອຫວຽດນາມ. ຖ້າຫາກໄດ້ຊີມເຂົ້າໜົມຖົ່ວຂຽວຢູ່ຫາຍເຢືອງແລ້ວ, ແນ່ນອນວ່າຍາກຈະເຮັດໃຫ້ພວກເພື່ອນຫຼົງລືມລົດຊາດພິເສດນີ້ໄດ້.
----------------------------------
ທ່ານຜູ້ຟັງທີ່ເຄົາລົບ !
ເພື່ອເຮັດເຂົ້າໜົມໝາກຖົ່ວຂຽວ ພວກເພື່ອນກະກຽມວັດຖຸດິບດັ່ງນີ້ :
- ຖົ່ວຂຽວທີ່ໄດ້ກຳຈັດເປືອກ : 500g.
- ນ້ຳບໍລິສຸດ
- ເກືອ
- ນ້ຳມັນ
- ນ້ຳຕານ 100 g
- ເບົ້າເຮັດເຂົ້າໜົມ
ບັນດາຂັ້ນຕອນປຸ່ງແຕ່ງ:
ທຳອິດ, ພວກເຮົາຕ້ອງໝ່າຖົ່ວຂຽວດ້ວຍນ້ຳອຸ່ນປະມານ 2-4 ຊົ່ວໂມງ, ແລ້ວກໍນຳໄປຕົ້ມໃຫ້ສຸກ ແລະ ໃສ່ເກືອຕື່ມອີກເລັກຫນ້ອຍ. ຕໍ່ຈາກນັ້ນຕ້ອງບົດດ້ວຍເຄື່ອງບົດ. ເມື່ອບົດແລ້ວເອົາໃສ່ໝໍ້. ໃສ່ນ້ຳມັນຕື່ມອີກເລັກຫນ້ອຍ ແລ້ວກໍນຳໝໍ້ຄ້າງຂຶ້ນເຕົາໄຟ, ຄົນໃຫ້ສະໝ່ຳສະເໝີເພື່ອນ້ຳມັນຊຶມເຂົ້າກັບແປ້ງຖົ່ວຂຽວ, ຫຼັງຈາກນັ້ນ ກໍໃສ່ນ້ຳຕານ ແລະ ເກືອເລັກໜ້ອຍຕື່ມອີກ.
ສຸດທ້າຍ ຕ້ອງແບ່ງແປ້ງເປັນບັນດາສ່ວນນ້ອຍທີ່ສະເໝີກັນ ແລະ ປັ້ນເປັນກ້ອນນ້ອຍ. ຕໍ່ຈາກນັ້ນຕ້ອງທານ້ຳມັນໃສ່ເບົ້າເຂົ້າໜົມເປັນຊັ້ນບາງໆ, ແລ້ວກໍເອົາແປ້ງແຕ່ລະກ້ອນໃສ່ເບົ້າ, ໃຊ້ເຄື່ອງມືອັດແປ້ງຖົ່ວຂຽວໃຫ້ແໜ້ນ. ຫວັງວ່າພວກເພື່ອນຈະເຮັດກິນແຊບ.