ພາບປະກອບ
|
(vovworld) – ງານບຸນກາເຟ ບວນມາທວດ ຄັ້ງທີ 5 ໄຂຂຶ້ນໃນຕອນຄ່ຳວັນທີ 9/3 ຢູ່ນະຄອນ ບວນມາທວດ, ແຂວງ ດັກລັກ. ທ່ານ ດິງວັນຄຽດ, ຮອງປະທານຄະນະກຳມະການປະຊາຊົນແຂວງ ດັກລັກ, ໃຫ້ຮູ້ວ່າ: ງານບຸນກາເຟ ບວນມາທວດ, ທີ່ດຳເນີນໄປໃນລະຫວ່າງວັນທີ 9 – 12/3/2015, ກໍ່ແມ່ນການເຄື່ອນໄຫວສະເຫຼີມສະຫຼອງ 40 ປີແຫ່ງວັນໄຊຊະນະ ບວນມາທວດ, ປົດປ່ອຍແຂວງ ດັກລັກ, ເປີດສາກໃຫ້ບັ້ນຮົບ ໂຮ່ຈີມິນ 1975 ປົດປ່ອຍ ໄຊງ່ອນ, ໂຮມປະເທດຊາດເປັນເອກະພາບ. ພ້ອມທັງເປັນການສະເຫຼີມສະຫຼອງ 110 ປີແຫ່ງວັນສ້າງຕັ້ງ ແລະ ພັດທະນານະຄອນ ບວນມາທວດ ແລະ ເຊີດຊູ 100 ປີແຫ່ງວັນຕົ້ນກາເຟ ປະກົດຢູ່ເຂດນີ້. ທ່ານ ດິງວັນຄຽດ, ໃຫ້ຮູ້ວ່າ: ຜ່ານການຈັດຕັ້ງງານບຸນຄັ້ງຕ່າງໆ, ແຂວງ ດັກລັກ ປາດຖະໜາຢາກເຊີດຊູເຄື່ອງໝາຍການຄ້າ ກາເຟ ຫວຽດນາມ ກັບຕະຫຼາດໂລກ, ພ້ອມທັງເປີດກ້ວາງ ແລະ ພັດທະນາການຮ່ວມມື, ພົວພັນແລກປ່ຽນການຄ້າໃນການຜະລິດປຸງແຕ່ງ ແລະ ສົ່ງອອກ:
“ງານບຸນຄັ້ງນີ້ມີຄວາມໝາຍສຳຄັນທີ່ສຸດ, ແມ່ນການຕິດພັນກັບບັນດາງານບຸນໃຫຍ່ຂອງປະເທດຊາດ ກໍ່ຄືທ້ອງຖິ່ນ, ຈຸດປະສົງແມ່ນສືບຕໍ່ເຊີດຊູກາເຟ ໃຫ້ແຜ່ຂະຫຍາຍ ກວມທີ່ຕັ້ງຍຸດທະສາດໃນໂຄງປະກອບຜົນລະປູກຂອງເຂດ ໄຕງວຽນນີ້, ນຳມາເຊິ່ງຄວາມອີ່ມໜຳສຳລານ ໃຫ້ແກ່ປະຊາຊົນ. ພ້ອມທັງໂຄສະນາພາບພົດ ບວນມາທວດ, ແຂວງ ດັກລັກ, ເຊິ່ງແມ່ນເຂດດິນແດນທີ່ເຕັມໄປດ້ວຍສີສັນວັດທະນະທຳ, ເຊີດຊູຜູ້ປູກກາເຟ, ເຊີດຊູທ່າແຮງຂອງເຂດດິນ bazan ທີ່ອຸດົມສົມບູນນີ້.”