ງານວາງສະແດງສິລະປະເຊີດຊູຄວາມງາມອັນບໍລິສຸດ ຂອງດອກບົວ ເລ້ຈີ- ຕວັນມິນ -   ວັນສຸກ ທີ 31 ມີນາ ຄ.ສ. 2023 | 14:26:00 (VOVWORLD) -ງານວາງສະແດງໄດ້ສົ່ງສານຢ່າງແຮງຂອງຄະນະຈັດຕັ້ງກ່ຽວກັບຄຸນຄ່າວັດທະນະທຳ, ສັນຕິພາບ ແລະ ສິລະປະຂອງ ຫວຽດນາມ ເຖິງເພື່ອມມິດສາກົນ. ຫວ່າງແລ້ວນີ້, ອົງການສຶກສາວິທະຍາສາດ ແລະ ວັດທະນະທຳສປຊ (UNESCO) ໄດ້ສົມທົບກັບສະພາບໍລິຫານງານອົງການພຸດທະສາສະໜາ ຫວຽດນາມ ຈັດງານວາງສະແດງ “ສິລະປະດອກບົວ ຫວຽດນາມ 2023 - ຄວາມງາມອັນບໍລິສຸດ”. ຕາມຄະນະຈັດຕັ້ງແລ້ວ, ຊຸດພາບແຕ້ມກ່ຽວກັບດອກບົວ ລວມມີ 75 ແຜ່ນ, ລວມມູນຄ່າຂຶ້ນເຖິງ 20 ລ້ານ USD ເຊິ່ງນັກແຕ້ມຮູບຍິງ ກິມດຶກ ແຕ້ມ ດ້ວຍຫຼາຍຮູບແບບແຕກຕ່າງກັນ. ນັກແຕ້ມຮູບຍິງ ກິມດຶກ ພ້ອມກັບບັນດາພາບແຕ້ມດອກບົວທີ່ງານວາງສະແດງ. (ພາບ: dangcongsan.vn) ນັກແຕ້ມຮູບຍິງ ແຕ້ມບັນດາພາບແຕ້ມນີ້ນັບແຕ່ປີ 2020 ມາຮອດປະຈຸບັນ. (ພາບ: baodautu.vn) ຜ່ານງານວາງສະແດງນີ້, ຄະນະຈັດຕັ້ງຢາກນຳເອົາກຳລັງໜູນມາຊ່ວຍໃຫ້ແຕ່ລະຄົນມີຄວາມຮັກຕໍ່ຊີວິດຫຼາຍກວ່າອີກ. ງານວາງສະແດງດຶງດູດຜູ້ມາຊົມເປັນຈຳນວນຫຼາຍ. ອົງການພຸດທະສາສະໜາ ຫວຽດນາມ ໄດ້ເລືອກເອົາພາບແຕ້ມມີຊື່ວ່າ “ລຽນຮວາຕິ້ງແກັງ” ຂອງນັກແຕ້ມຮູບຍິງ ກິມດຶກ ມາວາງສະແດງທີ່ກອງປະຊຸມໃຫຍ່ຜູ້ແທນພຸດທະສາສະໜາ. ຫວຽດນາມ ທົ່ວປະເທດ ຄັ້ງທີ 9 (2022) ແລະ ບັນດາວັນບຸນສຳຄັນຂອງອົງການພຸດທະສາສະໜາ ຫວຽດນາມ. ເມື່ອມາຢ້ຽມຊົມຢູ່ງານວາງສະແດງ, ທຸກຄົນຍັງໄດ້ຮັບຊົມພາບແຕ້ມ “ວໍເຕືອງລາຍ” (Cover of Future) ຂອງນັກແຕ້ມຮູບຍິງ ກິມດຶກ. ພາບແຕ້ມນີ້ມີຊື່ສຽງທົ່ວໂລກ ດ້ວຍການສົ່ງສານຢ່າງແຮງເຖິງການປົກປັກຮັກສາສິ່ງແວດລ້ອມ ແລະ ການປ່ຽນແປງຂອງດິນຟ້າອາກາດ. (ພາບ: phapluatxahoi) ນັກແຕ້ມພາບຍິງ ກິມດຶກ ໄດ້ປະດັບປະດາຢູ່ເຂດວາງສະແດງດ້ວຍຕົນເອງ. ກໍ່ແມ່ນໜຶ່ງໃນບັນດາເຂດດຶງດູດຜູ້ມາຮັບຊົມພາບແຕ້ມ, ຖ່າຍຮູບ Check in ຫຼາຍທີ່ສຸດ: ບາງພາບແຕ້ມທີ່ວາງສະແດງຢູ່ງານວາງສະແດງນີ້: ງານວາງສະແດງ “ສິລະປະດອກບົວ ຫວຽດນາມ 2023 - ຄວາມງາມອັນບໍລິສຸດ” ເປີດປະຕູໃຫ້ເຂົ້າຊົມຮອດວັນທີ 31 ມີນາ 2023, ຢູ່ຊັ້ນ 1 ວັດ ກວານຊື (ເຮືອນເລກທີ 69 ລີເຖືອງກຽດ, ເມືອງ ຮ່ວານກຽມ, ຮ່າໂນ້ຍ). ເລ້ຈີ- ຕວັນມິນ ຕອບກັບ ສົ່ງ ຂ່າວ/ບົດອື່ນ ສວນສາທາລະນະທໍລະນີລ້າງເຊີນໄດ້ຮັບການຮັບຮອງແມ່ນສວນສາທາລະນະທໍລະນີທົ່ວໂລກ UNESCO ໂຮ້ຍອານ ຮັບນາມມະຍົດ “ຈຸດນັດພົບນະຄອນແຫ່ງວັດທະນະທຳແຖວໜ້າຢູ່ ອາຊີ” ເປັນຄັ້ງທີ 5 ເຂົ້າໜົມໄຫວ້ພະຈັນມີຮູບຊົງບ້ານນາເຂດພາກເໜືອ ຫວຽດນາມ ຮັບຊົມລາຍການສະແດງ “ໂຕ້ຄື້ນ” ທ່າມກາງຂອບຟ້າທະເລຢູ່ຮະລອງ
ທ່ານເລຂາທິການໃຫ່ຍ, ປະທານປະເທດ ລາວ ທອງລຸນ ສີສຸລິດ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຢ່າງຈົບງາມ
ສະມາຄົມອາຊີບຫາປາ ຫວຽດນາມ ຄັດຄ້ານຕໍ່ເລື່ອງ ຈີນ ຫ້າມຫາປາຢູ່ທະເລຕາເວັນອອກປີ 2022 ຕາມລຳພັງໃຈ
ງານວາງສະແດງຫົວຂໍ້ “ຮ່ວາງຊາ, ເຈື່ອງຊາ ແມ່ນຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” ຢູ່ແຂວງ ບັກຢາງ