(VOVWORLD) - ອະດີດປະເທດປະເທດ ຫວຽດນາມ ເລດຶກແອັງ ມີບັນດາລັດຖະນະໂນບາຍທີ່ສຳຄັນ ໃນວຽກງານພົວພັນຢູ່ພາຍໃນກໍ່ຄືຢູ່ຕ່າງປະເທດ, ປະກອບສ່ວນ ນຳປະເທດຊາດຫຼຸດພົ້ນອອກຈາກວິກິດການ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ ໄດ້ຮັບການຮັກສາຢ່າງໝັ້ນຄົງ.
ທ່ານ ພົນເອກ ເລດຶກແອັງ (ວັນທີ 1 ກຸມພາ 1920 - ວັນທີ 22 ເມສາ ປີ 2019), ບ້ານເກີດຢູ່ຕາແສງ ລົກອານ, ເມືອງ ຝູລົກ ແຂວງ ເທື່ອທຽນເຫວ້. ທ່ານໄດ້ຖືກຮັບເຂົ້າເປັນສະມາຊິກພັກຄອມມູນິດຫວຽດນາມ ເມື່ອວັນທີ 30 ພຶດສະພາ ປີ 1938. ທ່ານເຄີຍດຳລົງຕຳແໜ່ງ ລັດຖະມົນຕີກະຊວງ ປ້ອງກັນປະເທດ (1987-1991), ຫົວໜ້າເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ (1986-1987), ປະທານປະເທດ, ເລຂາທິການສູນກາງພັກສະໄໝທີ 7; ກຳມະການຜູ້ປະຈຳການກົມການເມືອງສູນກາງພັກສະໄໝທີ 8.
ໂດຍແມ່ນນາຍພົນບັນຊາກອງກຳລັງທະຫານຢູ່ສະໜາມຮົບ, ທ່ານ ພົນເອກ ເລດຶກແອັງ ໄດ້ມີໜ້າຢູ່ບັນດາຈຸດຮ້ອນທີ່ສຸດ ແລະ ໄດ້ກັບຄືນມາໃນທ່າມກາງໄຊຊະນະ. ໃນຖານະຕຳແໜ່ງເປັນລັດທະມົນຕີກະຊວງປ້ອງກັນປະເທດ, ທ່ານໄດ້ປະກອບສ່ວນສຳຄັນເຂົ້າໃນວິວັດທະນາການ ຫັນການພົວພັນກັບຈີນ ແລະ ອາເມລິກາເປັນປົກກະຕິ.
ຕົ້ນເດືອນ ພຶດສະພາ ປີ 1988, ທ່ານພົນເອກ ເລດຶກແອັງ, ລັດຖະມົນຕີກະຊວງປ້ອງກັນປະເທດໄດ້ໄປສຳຫຼວດ ແລະ ລະດົມກຳລັງໃຈແກ່ພະນັກງານ, ນັກຮົບປ້ອງກັນອະທິປະໄຕ ເຂດໝູ່ເກາະທະເລຂອງປະເທດຊາດ.
ວັນທີ 7 ພຶດສະພາ ປີ 1988 ຢູ່ໝູ່ເກາະ ເຈື່ອງຊາ, ທ່ານ ພົນເອກ ເລດຶກອແອັງ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 33 ປີແຫ່ງວັນມູນເຊື້ອຂອງເຫຼົ່າທັບເຮືອ ຫວຽດນາມ (ວັນທີ 7 ພຶດສະພາ ປີ 1955 - ວັນທີ 7 ພຶດສະພາ ປີ 1988). ຢູ່ຄຽງຂ້າງເສົາຫຼັກໝາຍຢັ້ງຢືນອະທິປະໄຕ, ທ່ານ ພົນເອກ ເລດຶກແອັງ ໄດ້ເໜັ້ນໜັກເຖິງຄຳປະຕິຍານຕົວ ຕັດສິນໃຈປົກປັກຮັກສາປະເທດຊາດ ແລະ ປົກປັກຮັກສາໝູ່ເກາະ ເຈື່ອງຊາ ເຊິ່ງແມ່ນສ່ວນໜຶ່ງໃນເຂດນ້ຳແດນດິນຂອງປະເທດຊາດ.
ບໍ່ພຽງແຕ່ແມ່ນນັກການທະຫານທີ່ດີເດັ່ນເທົ່ານັ້ນ, ນັບແຕ່ເດືອນ ກັນຍາ ປີ 1992 - ເດືອນ ກັນຍາ 1997, ທ່ານ ພົນເອກ ເລດຶກແອັງ ໄດ້ກາຍເປັນປະທານປະເທດ ສສ ຫວຽດນາມ. ທ່ານແມ່ນຄົນລຽບງ່າຍ ແລະ ໃກ້ຊິດຕິດແທດກັບປະຊາຊົນ.
ທ່ານປະທານປະເທດ ເລດຶກແອັງ ໄດ້ລົງຢ້ຽມຢາມຖາມຂ່າວພໍ່ແມ່ພີ່ນ້ອງຢູ່ເຂດປະສົບກັບໄພນ້ຳຖ້ວມ.
ທ່ານປະທານປະເທດ ເລດຶກແອັງ ໄດ້ລົງຢ້ຽມຢາມ ແລະ ຮ່ວມມ່ວນຊື່ນ, ທ່ານໄດ້ລັ່ນຄ້ອງກັບພໍ່ແມ່ພີ່ນ້ອງບັນດາເຜົ່າ ຢູ່ເຂດປ່າສະຫງວນແຫ່ງຊາດ ຢອັກໂດນ.
ທ່ານ ພົນເອກ ເລດຶກແອັງ ແລະ ທ່ານ ພົນເອກ ຫວໍງວຽນຢາບ ໃນໂອກາດບຸນເຕັດປີ ສະຫລຸ ປີ 1997.
ທ່ານປະທານປະເທດ ເລດຶກແອັງ ລົງຢ້ຽມຢາມວິທະຍຸກະຈາຍສຽງ ຫວຽດນາມ ເມື່ອປີ 1995.
ທ່ານປະທານປະເທດ ເລດຶກແອັງ ຢ້ຽມຢາມສັນທະວະໄມຕີ ສາທາລະນະລັດ ກູບາ (ວັນທີ 12 ຫາ 17 ຕຸລາ ປີ 1999) ໃນທ່າມກາງຄວາມຍິນດີຕ້ອນຮັບຂອງຊາວນະຄອນຫຼວງ ລາຮາວານ ຢ່າງສຸດໃຈ.
ທ່ານປະທານປະເທດ ເລດຶກແອັງ ພົບປະກັບປະທານ ກູບາ ຟີແດນ ກາດສເຕີໂຣ.
ປະທານາທິບໍດີ ອາເມລິກາ ບິນກຣິນຕັນ ແລະ ພັນລະຍາ ຕ້ອນຮັບປະທານປະເທດ ເລດຶກແອັງ ແລະ ພັນລະຍາຢູ່ອາເມລິກາ ເມື່ອປີ 1995.
ທ່ານປະທານປະເທດ ເລດຶກແອັງ ຕ້ອນຮັບກະສັດກຳປູເຈຍ ໂນໂຣດົມ ສີຫານຸ ຢູ່ສຳນັກງານປະທານປະເທດເມື່ອປີ 1995. /.