ມີ​ຜົນ​ງານຫຼາຍ​ຢ່າງ​ຂອງ VOV ໄດ້​ຮັບ​ການ​ຍ້ອງ​ຍໍ​ຊົມ​ເຊີຍ​ຢູ່​ພິ​ທີ​ມອບ​ລາງວັນ ABU

(VOVWORLD) -ພິທີມອບລາງວັນວິຊາສະເພາະຂອງ ສະຫະພັນ ກະຈາຍສຽງ, ໂທລະພາບ ອາຊີ - ປາຊີຟິກ (ABU) ປີ 2022 ໄດ້ດຳເນີນຢູ່ນະຄອນຫຼວງ New Delhi , ອິນເດຍ.

ມີ​ຜົນ​ງານຫຼາຍ​ຢ່າງ​ຂອງ VOV ໄດ້​ຮັບ​ການ​ຍ້ອງ​ຍໍ​ຊົມ​ເຊີຍ​ຢູ່​ພິ​ທີ​ມອບ​ລາງວັນ ABU - ảnh 1

 ຜູ້ຂຽນ ທິອວຽນ ກ່າວຄຳເຫັນພາຍຫຼັງໄດ້ຮັບລາງວັນດີເດັ່ນ(Winner)  ໃຫ້ແກ່ຜົນງານ ຮ່ອມນ້ອຍ

ລາງວັນ ABU ແມ່ນລາງວັນວິຊາສະເພາະກະຈາຍສຽງ - ໂທລະພາບ ສາກົນທີ່ມີອິດທິພົນຊື່ສຽງ ໂດຍສະມາຄົມ ກະຈາຍສຽງ, ໂທລະພາບ ອາຊີ - ປາຊີຟິກ (ABU) ຈັດຂຶ້ນທຸກປີ. ລາງວັນ ABU ຍ້ອງຍໍຊົມເຊີຍບັນດາຜົນງານກະຈາຍສຽງ ແລະ ໂທລະພາບດີເດັ່ນຂອງບັນດາສະຖານນີວິທະຍຸກະຈາຍສຽງສະມາຊິກ ABU ໄດ້ສົ່ງເຂົ້າຮ່ວມການເສັງຢູ່ 7 ປະເພດ ຂຶ້ນກັບບັນດາລາຍການກະຈາຍສຽງ, 7 ປະເພດຂຶ້ນກັບລາຍການໂທລະພາບ ແລະ ລາຍການ Media.

ມີ​ຜົນ​ງານຫຼາຍ​ຢ່າງ​ຂອງ VOV ໄດ້​ຮັບ​ການ​ຍ້ອງ​ຍໍ​ຊົມ​ເຊີຍ​ຢູ່​ພິ​ທີ​ມອບ​ລາງວັນ ABU - ảnh 2

ປີນີ້, ສະຖານີວິທະຍຸກະຈາຍສຽງ ຫວຽດນາມ ໄດ້ສ້າງຂີດໝາຍພົ້ນເດັ່ນໃນລາງວັນ ABU ດ້ວຍ 3 ລາງວັນ, ໃນນັ້ນ, ເປັນຄັ້ງທຳອິດຄ້ວາໄດ້ 2 ລາງວັນດີເດັ່ນ (Winner)ຢູ່ລາຍການສະຖານະການ ກະຈາຍສຽງ ແລະ Media.

ມີ​ຜົນ​ງານຫຼາຍ​ຢ່າງ​ຂອງ VOV ໄດ້​ຮັບ​ການ​ຍ້ອງ​ຍໍ​ຊົມ​ເຊີຍ​ຢູ່​ພິ​ທີ​ມອບ​ລາງວັນ ABU - ảnh 3

ນັກຂ່າວ ຮ່ວາງເອິນ ສຳພາດ ລຸ້ງ ຫງວຽນດຶກຝຸກ, ຜົນງານ: ພໍ່ຝຸກ ຂອງຜູ້ຂຽນ ຮ່ວາງເງັນເອິນ, ເຈິ່ນຮຶວຮືງ - ຄະນະສະຖານະການ (VOV1) ຄ້ວາໄດ້ລາງວັນດີເດັ່ນ (Winner), ລາຍການກະຈາຍສຽງ, ປະເພດສາລະຄະດີສະຖານະການ.

ຜົນງານ ຮ່ອມນ້ອຍ ຂອງຜູ້ຂຽນ ຫງວຽນທິອຽນ, ໜັງສືພິມສື່ເອເລັກໂຕນິກ VOV ຄ້ວາໄດ້ລາງວັນດີເດັ່ນ(Winner)  ລາຍການ Media

ມີ​ຜົນ​ງານຫຼາຍ​ຢ່າງ​ຂອງ VOV ໄດ້​ຮັບ​ການ​ຍ້ອງ​ຍໍ​ຊົມ​ເຊີຍ​ຢູ່​ພິ​ທີ​ມອບ​ລາງວັນ ABU - ảnh 4

ສະພາບການ ຮ່ອມນ້ອຍ ຢູ່ນະຄອນໂຮ່ຈີມິນ

 “ບໍ່ຍອມລົ້ມເຫຼວ” - ຜົນງານຂອງຜູ້ຂຽນ ຫງວຽນຊີຮ່ວາ ແລະ ກຸ່ມນັກຂ່າວ, ຄະນະຊົນເຜົ່າ (VOV4) ຄ້ວາໄດ້ລາງວັນສົ່ງເສີມ (Special Commendation), ລາຍການກະຈາຍສຽງ, ປະເພດລາງວັນທັດສະນະກ່ຽວກັບຫົວຂໍ້ປີ 2022 “Resilience”

ມີ​ຜົນ​ງານຫຼາຍ​ຢ່າງ​ຂອງ VOV ໄດ້​ຮັບ​ການ​ຍ້ອງ​ຍໍ​ຊົມ​ເຊີຍ​ຢູ່​ພິ​ທີ​ມອບ​ລາງວັນ ABU - ảnh 5

ກຸ່ມຜູ້ຂຽນ ແລະ ຕົວລະຄົນຂອງຜົນງານ ບໍ່ຍອມລົ້ມ

ຕີລາຄາກ່ຽວກັບຜົນງານຄ້ວາໄດ້ລາງວັນຂອງສະຖານີວິທະຍຸກະຈາຍສຽງ ຫວຽດນາມ, ທ່ານນາງ Olya Booyar ຫົວໜ້າກຸ່ມກະຈາຍສຽງ, ຄະນະເນື້ອໃນ ABU ໃຫ້ຮູ້ວ່າ: ຜົນງານຄ້ວາໄດ້ລາງວັນສ້າງຄວາມປະທັບໃຈທີ່ສຸດຕໍ່ຂ້າພະເຈົ້າ, ບໍ່ພຽງແຕ່ຍ້ອນວ່າຂ້າພະເຈົ້າແມ່ນກຳມະກອນເທົ່ານັ້ນ. ຂ້າພະເຈົ້າດີໃຈຫຼາຍເມື່ອໄດ້ຮັບຟັງຜົນງານທີ່ເວົ້າເຖິງການອະນຸລັກຮັກສາທຳມະຊາດ, ພັນລະນານັກວິລະຊົນໃນຊີວິດປະຈຳວັນ. ຜົນງານນີ້ກໍ່ໄດ້ຮັບການສ້າງຕັ້ງຢ່າງພິຖິພິຖັນ.

ມີ​ຜົນ​ງານຫຼາຍ​ຢ່າງ​ຂອງ VOV ໄດ້​ຮັບ​ການ​ຍ້ອງ​ຍໍ​ຊົມ​ເຊີຍ​ຢູ່​ພິ​ທີ​ມອບ​ລາງວັນ ABU - ảnh 6

ຜູ້ຂຽນ ຮ່ວາງເອິນໄດ້ຮັບລາງວັນດີເດັ່ນ, ລາຍການກະຈາຍສຽງ, ປະເພດສາລະຄະດີສະຖານະການໃຫ້ແກ່ຜົນງານ ພໍ່ຝຸກ

ການມີໜ້າຂອງບັນດາຜູ້ຂຽນຂຶ້ນກັບສະຖານີວິທະຍຸກະຈາຍສຽງ ຫວຽດນາມ ຢູ່ພິທີມອບລາງວັນ ABU ປີ 2022 ສະແດງໃຫ້ເຫັນການເຂົ້າຮ່ວມທີ່ເປັນເຈົ້າການ, ມີຄຸນນະພາບຂອງ ສະຖານີວິທະຍຸກະຈາຍສຽງ ຫວຽດນາມຕໍ່ ABU ດ້ວຍການເຂົ້າຮ່ວມທຸກລາຍການຂອງ ABU.

ທ່ານເລຂາທິການໃຫຍ່ ABU Javad Mottagi ເວົ້າວ່າ: “ສະຖານີວິທະຍຸກະຈາຍສຽງ ຫວຽດນາມ ໄດ້ ຕັ້ງໜ້າ ເຂົ້າຮ່ວມບັນດາການເຄື່ອນໄຫວຂອງ ABU ໃນຊຸມປີຜ່ານມາ. ພວກຂ້າພະເຈົ້າຮູ້ສຶກເອກອ້າງທະນົງໃຈທີ່ສຸດຍ້ອນໄດ້ຮ່ວມມື ແລະ ແມ່ນຄູ່ຮ່ວມມືຂອງສະຖານີວິທະຍຸກະຈາຍສຽງ ຫວຽດນາມ. ມີຫຼາຍສະຖານີວິທະຍຸ ສະມາຊິກ ABU ບໍ່ພຽງແຕ່ ສະຖານີວິທະຍຸກະຈາຍສຽງ ຫວຽດນາມ ຕ້ອງປະສົບກັບບັນດາສິ່ງທ້າທາຍ ໃນຂະບວນການເຄື່ອນໄຫວແຕ່ວິທີການເພື່ອໃຫ້ພວກເຮົາກ້າວຂຶ້ນແມ່ນຕ້ອງຮ່ວມມືກັນ. ແຕ່ພວກຂ້າພະເຈົ້າຕີລາຄາການຮ່ວມມື, ໂອ້ລົມສົນທະນາ, ແບ່ງປັນ ກ່ຽວກັບບັນດາສິ່ງທ້າທາຍ ແລະ ວິທີການຫັນສິ່ງທ້າທາຍກາຍເປັນກາລະໂອກາດ”.

ຕອບກັບ

ຂ່າວ/ບົດ​ອື່ນ