ລາຍການສະແດງສິລະປະພິເສດຖະຫວາຍແດ່ ປະທານໂຮ່ຈີມິນ - “ຄວາມຮັກຕໍ່ລຸງໂຮ່”
(ລາຍການສະແດງສິລະປະພິເສດຖະຫວາຍແດ່ລຸງໂຮ່ ດ້ວຍຫົວຂໍ້ວ່າ “ຄວາມຮັກຕໍ່ລຸງໂຮ່”) |
ລາຍການສະແດງສິລະປະພິເສດຖະຫວາຍແດ່ລຸງໂຮ່ ດ້ວຍຫົວຂໍ້ວ່າ “ຄວາມຮັກຕໍ່ລຸງໂຮ່”, ໂດຍວິທະຍຸກະຈາຍສຽງຫວຽດນາມ ສົມທົບກັບຄະນະກຳມະການປະຊາຊົນແຂວງເງະອານ - ເຊິ່ງແມ່ນບ້ານເກີດເມືອງນອນຂອງລຸງໂຮ່ ແລະ ນະຄອນໂຮ່ຈີມິນ ຈະຈັດຕັ້ງຂຶ້ນໃນວັນທີ 21 ສິງຫາ ຈະມາເຖິງ, ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນປະຕິບັດຄຳພິໄນກຳຂອງປະທານໂຮ່ຈີມິນ. ນີ້ແມ່ນລາຍການສະແດງວັດທະນະທຳ, ສິລະປະພິເສດ ມີຄວາມໝາຍທາງດ້ານການເມືອງສຳຄັນເພື່ອເຊີດຊູຄຸນຄ່າຍືນຍົງຄົງຕົວຂອງຄຳພິໄນກຳຂອງປະທານໂຮ່ຈີມິນ ທີ່ມີຕໍ່ພາລະກິດກໍ່ສ້າງສັງຄົມນິຍົມ, ປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ.