Media /
ວັດໂບ໋ດາ ແມ່ນວັດບູຮານມີມາແຕ່ດົນນານ ແລະ ໄດ້ຮັບການເປີດກວ້າງ, ພັດທະນາຢ່າງແຮງໃນສັດຕະວັດທີ XVII-XVIII
ວັດແຫ່ງນີ້ແມ່ນບ່ອນຖືສິນກິນເຈ ແລະ ບຳລຸງສ້າງພະສົງສຳມະເນນສາສະນິກະຊົນເຊື່ອຖືນິກາຍເລີມເຕໃນກວ່າ 300 ປີ.
ວັດໂບ໋ດາ ປະກອບມີຫ້ອງໃຫຍ່ນ້ອຍເກືອບ 100 ຫ້ອງ
ເຄື່ອງປັ້ນດິນເຜົາໄດ້ນຳໃຊ້ຕົບແຕ່ງໃນວັດແຫ່ງນີ້ແມ່ນເອົາມາຈາກໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາໂຖຮ່າໃກ້ກັບວັດ
ປະຈຸບັນ ວັດໂບ໋ດາ ຍັງຮັກສາກວ່າ 40 ພະພຸດທະຮູບ
ພິເສດຢູ່ວັດໂບ໋ດາ ພວມເກັບຮັກສາແມ່ພິມຄຳພີສາສະຫນາພຸດ 1.935 ສະບັບ ແລະ ປື້ມຄຳພີຫລັກ 18 ຊຸດ ທີ່ຫາກໍ່ໄດ້ຮັບຮອງຈາກພັນທະມິດສະຖິຕິໂລກ Worldking ວ່າແມ່ນຊຸດແມ່ພິມຄຳພີສາສະຫນາຄວັດເທິງໄມ້ທີ່ເກົ່າແກ່ກວ່າໝູ່ໃນໂລກ.
ນີ້ແມ່ນສາງເອກະສານອັນລ້ຳຄ່າ ບໍ່ພຽງແຕ່ສຳລັບດ້ານປະຫວັດສາດເທົ່ານັ້ນ ຫາກຍັງມີຄຸນຄ່າຄົ້ນຄ້ວາກ່ຽວກັບຫລາຍດ້ານອີກດ້ວຍ.
ສວນທາດຢູ່ວັດແຫ່ງນີ້ແມ່ນສວນທາດໃຫຍ່ກວ່າໝູ່ຢູ່ ຫວຽດນາມ.

ວັດ ໂບ໋ດາ - ປູຊະນີຍະສະຖານລະດັບຊາດພິເສດ

(VOVWORLD) - ວັດ ໂບ໋ດາ ຖືກຕັ້ງຢູ່ຕີນພູ ໂບ໋ດາ ຂຶ້ນກັບຕາແສງ ຕຽນເຊີນ ເມືອງ ຫວຽດອຽນ ແຂວງ ບັກຢາງ ແມ່ນສູນພຸດທະສາສະຫນາໃຫຍ່ຂອງ ບັກຢາງ.

My Tra