ສວນໝາກສົ້ມໂອ ຢ້ຽນ - ສະຖານທີ່ “Check-in” ທີ່ເປັນເອກະລັກໃນໂອກາດບຸນປີໃໝ່ປະຈຳຊາດ ຫວຽດນາມ
Le Chi - VOV5 -  
(VOVWORLD) - ພໍເຫັນໝາກສົ້ມໂອແຕ່ລະໜ່ວຍສຸກເຫຼືອງ, ສົ່ງກິ່ນຫອມຫວນໄປທົ່ວເຂດນັ້ນ ກໍໝາຍຄວາມວ່າ ບຸນເຕັດວຽນມາແລ້ວ.
|
ໃນຊຸມວັນນີ້, ສວນໝາກສົ້ມໂອຢ້ຽນ (ຢູ່ຕາແສງ ຝຸກຢ້ຽນ, ເມືອງ ບັກຕື່ລຽມ, ນະຄອນ ຮ່າໂນ້ຍ) ພວມກ້າວເຂົ້າລະດູການສຸກເຫຼືອງ. |
|
ອ້າຍ ຫງວຽນຢາຢຸງ, ເຈົ້າຂອງສວນ ຢຸງທູ (ຢູ່ຕາແສງ ຝຸກຢ້ຽນ, ເມືອງ ບັກຕື່ລຽມ, ນະຄອນ ຮ່າໂນ້ຍ) ໃຫ້ຮູ້ວ່າ ຕົ້ນໝາກສົ້ມໂອ 2.000 ຕົ້ນ ປູກມາໄດ້ 29 ປີ ຂອງຜົວເມຍອ້າຍ, ປີໃດກໍໃຫ້ໝາກດົກ, ຮອດລະດູການ, ໝາກໃດກໍສຸກເຫຼືອງ. |
|
ບັນຍາກາດທີ່ງາມດັ່ງພາບແຕ້ມນັ້ນ ໄດ້ດຶງດູດແຂກທ່ອງທ່ຽວມາຢ້ຽມຊົມ ແລະ ເກັບພາບເປັນທີ່ລະນຶກເປັນຈຳນວນຫຼວງຫຼາຍ. |
|
ເອື້ອຍນ້ອງແມ່ຍິງຫຼາຍຄົນພາກັນນຸ່ງຊຸດເສື້ອຍາວ ໄປຖ່າຍຮູບເປັນທີ່ລະນຶກ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ |
|
ລາຄາປີ້ເຂົ້າຖ່າຍຮູບແມ່ນ 50.000 ດົ່ງຕໍ່ຄົນ. ແຂກທ່ອງທ່ຽວສາມາດຊື້ໝາກກ້ຽງໃຫຍ່ຢູ່ກັບສວນດ້ວຍລາຄາປະມານແຕ່ 10.000 – 40.000 ດົ່ງຕໍ່ໜ່ວຍ. |
|
ພໍເຫັນໝາກກ້ຽງໃຫຍ່ກຳລັງສຸກເຫຼືອງ ແລະ ສົ່ງກິ່ນຫອມຫວນໄປທົ່ວເຂດ ກໍໝາຍຄວາມວ່າ ບຸນເຕັດວຽນມາແລ້ວ. |
|
ຈັ່ງຫວະການເຮັດວຽກແບບຫົວຄິດຫົວໄຖ ໃນຊຸມວັນສຸດທ້າຍຂອງປີຢູ່ສວນ. |
|
ໝາກສົ້ມໂອ ຢ້ຽນ ແມ່ນໝາກໄມ້ພື້ນບ້ານທີ່ເປັນເອກະລັກຂອງຮ່າໂນ້ຍ ນັບແຕ່ໃດໆມາຮອດປັດຈຸບັນ, ສະນັ້ນ, ພໍ່ຄ້າຊາວຂາຍຢູ່ແຂວງຕ່າງໆ ໄດ້ເກັບຊື້ຢູ່ກັບສວນເປັນຈຳນວນຫຼາຍ. |
Le Chi - VOV5