(VOVWORLD) - “ເຂດຕາກອາກາດແຄມທະເລທີ່ຫຼູຫຼາກວ່າໝູ່ໃນໂລກທີ່ສະຫງວນໃຫ້ແກ່ຄອບຄົວ ” ທີ່ພິທີມອບລາງວັນ World Luxury Hotel Awards ທີ່ເກາະບາລີປະເທດອີນໂດເນເຊຍ
ທ່ານ Nick Bauer - ຜູ້ອຳນວຍການໃຫຍ່ Premier Village Danang Resort ທີ່ພິທີມອບລາງວັນ. ກ່າວຄຳເຫັນທີ່ພິທີ, ທ່ານ Nick Bauer ໃຫ້ຮູ້ວ່າ “ World Luxury Hotel Awards ແມ່ນລາງວັນທີ່ປະເສີດ ແລະ ມີອິດທິພົນຊື່ສຽງແຖວໜ້າໃນໂລກ. ພວກເຮົາມີຄວາມເອກອ້າງທະນົງໃຈທີ່ໄດ້ຮັບລາງວັນໃນປີນີ້. ພວກຂ້າພະເຈົ້າຈະພະຍາຍາມເພື່ອສືບຕໍ່ຮັກສາ ແລະ ຍົກສູງຄຸນນະພາບການບໍລິການເພື່ອໃຫ້ Premier Villag ສົມເປັນທີ່ເລືອກເຟັ້ນແຖວໜ້າຂອງທຸກໆຄອບຄົວເມື່ອມາຢ້ຽມຢາມນະຄອນທະເລດາໜັງຂອງຫວຽດນາມ”
ເຂດຕາກອາກາດ Premier Village Danang Resort ເຂດຕາກອາກ ປະກອບດ້ວຍບັນດາເຮືອນວິນລາທີ່ຫຼູຫຼາລະດັບ 5 ດາວ, ຖືກອອກແບບກໍ່ສ້າງຢ່າງທັນສະໄໝ ໃຕ້ຮົ່ມເຢັນຂອງແຖວຕົ້ນພ້າວຂຽວອຸ່ມທຸ່ມ ແລະ ຫາດຊາຍຂາວຍາວຢຽດຈົນສຸດສາຍຕາ.
ເຂດຕາກອາກາດ ຖືກຕັ້ງບົນເນື້ອທີ່ດິນ 15 ແຮັກຕາ ສົມເປັນ “ເຮືອນຫຼັງທີ 2” ຂອງແຂກທ່ອງທ່ຽວເມື່ອເລືອກເອົາ ດາໜັງ ແມ່ນສະຖານທີ່ພັກຜ່ອນໃນທຸກເວລາໃນປີ. ດ້ວຍເຮືອນວິນລາ 118 ຫຼັງທີ່ຫຼູຫຼາຖືກຕັ້ງຢູ່ແຄມທະເລ, ແຂກທ່ອງທ່ຽວຈະໄດ້ເຊື່ອມຕົວເຂົ້າກັບບັນຍາກາດທີ່ປອດໂປ່ງ, ແລະ ສະຫງົບສຸກ ເປັນໜ້າປະທັບໃຈ.
ບັນດາເຮືອນວິນລາຖືກຈັດເປັນຫຼາຍເຂດທີ່ເປັນເອກະລັກຄື: ເຂດເຮືອນວິນລາມີສວນ, ເຂດເຮືອນວິນລາມີທາງອອກສູ່ທະເລ, ເຂດເຮືອນວິນລາແຄມທະເລ, ເຮືອນວິນລາແຕ່ລະຫຼັງ ປະກອບດ້ວຍ 2-3 ຫ້ອງນອນ, ຫ້ອງຮັບແຂກ, ສະລອຍນ້ຳໃນບໍລິເວນເຮືອນ ແລະ ປະກອບດ້ວຍເຄື່ອງໃຊ້ແບບຫຼູຫຼາ.
ເຂດຕາກອາກາດ Premier Village Danang Resort ຍັງມີລະບົບພັດຕະຄານລະດັບສາກົນ. ພິເສດເຂດຕາກອາກາດຍັງມີການບໍລິການເບິ່ງແຍງເດັກທີ່ດີເພື່ອຮັບໃຊ້ບັນດາຄູ່ຜົວເມຍທີ່ມີຄວາມຕ້ອງການ.
ຍ້ອນຕັ້ງຢູ່ໃຈກາງນະຄອນ, ດັ່ງນັ້ນຈາກເຂດຕາກອາກາດ Premier Village Danang Resort ແຂກທ່ອງທ່ຽວສາມາດໄປຢ້ຽມຊົມບັນດາເຂດປູຊະນີຍະສະຖານ, ປະຫວັດສາດ, ວັດທະນະທຳ ແລະ ບັນດາສະຖານທີ່ທ່ອງທ່ຽວທີ່ລື່ຊື່ນອນຢູ່ອ້ອມແອ້ມໄດ້ຢ່າງສະດວກສະບາຍ.
ເຂດຕາກອາກາດ Premier Village Danang Resort ກ່ອນນັ້ນ ກໍໄດ້ຮັບການເຊີດຊູເປັນ “ ເຂດຕາກອາກາດແຄມທະເລທີ່ຫຼູຫຼາກວ່າໝູ່ໃນໂລກທີ່ສະຫງວນໃຫ້ແກ່ຄອບຄົວ ” ຍ້ອນມີເວັບໄຊ ທ່ອງທ່ຽວທີ່ລື່ຊື່ທົ່ວໂລກ TripAdvisor.
ເຂດຕາກອາກາດ Premier Village Danang Resort ອີກເທື່ອໜຶ່ງໄດ້ຢັ້ງຢືນກຳລັງດຶງດູດຂອງສະຖານທີ່ທ່ອງທ່ຽວຫວຽດນາມໃນແຜນທີ່ທ່ອງທ່ຽວ ເຂດຕາກອາກາດທີ່ຫຼູຫຼາໃນໂລກ. ນີ້ເປັນຂີດໝາຍທີ່ປະທັບໃຈຕໍ່ໄປ ເພື່ອຢັ້ງຢືນທີ່ຕັ້ງຂອງເຄື່ອງໝາຍການຄ້າ Sun Group - ນັກລົງທຶນແຖວໜ້າໃນຂົງເຂດໂຮງແຮມ, ເຂດຕາກອາກາດ, ການບັນເທິງລະດັບສູງ ແລະ ເຄື່ອງໝາຍຄຸ້ມຄອງໂຮງແຮມທີ່ມີອິດທິພົນຊື່ສຽງສາກົນ AccorHotels.