Business Insider ສະເໜີ 5 ຮ້ານອາຫານແຄມທາງ ຮ່າໂນ້ຍ ສົມມີໜ້າໃນ Michelin
Le Chi - ລວບລວມ -  
(VOVWORLD) -
ຫວ່າງແລ້ວນີ້, ສື່ເອເລັກໂຕນິກ “Business Insider” ຂອງ ອາເມລິກາ ໄດ້ສະເໜີ 5 ປະເພດອາຫານແຄມທາງຂອງນະຄອນຫຼວງ ຮ່າໂນ້ຍ ສົມມີໜ້າໃນ ປຶ້ມຄູມື Michelin (Michelin Guide).
ໂດຍເປັນຜູ້ໄດ້ຂຽນກ່ຽວກັບ ຫວຽດນາມ ກ່ວາ 10 ປີ, ທ່ານ Joshua Zukas ປາດຖະໜາຢາກແນະນຳເຖິງຜູ້ອ່ານຮູ້ກ່ຽວກັບບັນດາສະຖານທີ່ກິນດື່ມ ທີ່ເປັນເອກະລັກສະເພາະ. ດ້ວຍມາດຕະຖານຕ່າງໆ, ຄື: ອາຫານແຊບ, ບັນຍາກາດຂອງຮ້ານ, ສະຖານທີ່, ເລື່ອງລາວຂອງຮ້ານ ແລະ ລັກສະນະເປັນເອກະລັກສະເພາະ, 5 ຮ້ານອາຫານທີ່ ທ່ານ Joshua Zukas ຕີລາຄາດັ່ງຕໍ່ໄປນີ້ແມ່ນບັນດາສະຖານທີ່ກິນດື່ມແຄມທາງແຖວໜ້າຂອງຮ່າໂນ້ຍ. ບົດຂຽນດັ່ງກ່າວໄດ້ເອົາລົງໃນສື່ເອເລັກໂຕນິກ “Business Insider” ຂອງ ອາເມລິກາ ໃນຄໍລຳອາຫານການກິນ.
1.ເຂົ້າປຸ້ນ ປາ ຊຳ ໄກຊີ (ເຮືອນເລກທີ 5 ຈູງອຽນ, ຮ່ວານກ໋ຽມ)
ເປີດແຕ່: 7 ໂມງ - 17 ໂມງ
|
ເຂົ້າປຸ້ນ ແມ່ນປະເພດ ອາຫານ ເຮັດດ້ວຍ ປາ ຈືນໃຫ້ກອບ, ພັກຊີ, ຜັກບົ່ວ ແລະ ຜັກປະເພດຕ່າງໆ.
ພາບ: HanoiToplist
|
|
ໂດຍນອນໃນຮ່ອມນ້ອຍໆ, ເຂົ້າປຸ້ນ ປາ ຊຳ ໄກຊີ ມີອາຍຸ 20 ປີ, ດຶງດູດແຂກມາກິນຢູ່ພາຍໃນ ແລະ ຕ່າງປະເທດ ຍ້ອນປະເພດອາຫານ ຊີ້ນປາພັນຊີ້ນໝູ. ພາບ:Miley Asparagus
|
|
ຊີ້ນປາພັນຊີ້ນໝູ ເປັນເຍື່ອງອາຫານໄດ້ຮັບຄວາມນິຍົມຂອງຮ້ານ. ພາບ:grab.com
|
2.ເຝີ ຮ່າງຈົ໋ງ (ເຮືອນ ເລກທີ 8, ຮ່າງຈົ໋ງ, ເມືອງ ຮ່ວານກ໋ຽມ)
ເວລາເປີດ: 15 ໂມງ - 21 ໂມງ
|
ຮ້ານ ອາຫານນີ້ໄດ້ຄົງຕົວເປັນ 2 ທົດສະວັດຢູ່ຕາມຖະໜົນແລ້ວ. ຊຸມປີມໍ່ໆມານີ້, ຄອບຄົວໄດ້ຍ້າຍຮ້ານມາຂາຍຢູ່ເຮືອນຂອງເຂົາເຈົ້າ.
vietnamnet.vn
|
|
ບ່ອນຂາຍ, ບ່ອນໃຫ້ແຂກນັ່ງກິນ ກໍ່ແມ່ນຫ້ອງນອນ, ຫ້ອງຮັບແຂກ, ແມ່ນບ່ອນບູຊາຂອງຄອບຄົວ, ນຳມາໃຫ້ແຂກມາກິນຮູ້ໄດ້ເຖິງການດຳລົງຊີວິດຢູ່ຄຸ້ມຖະໜົນເກົ່າ. ພາບ: vietnamnet.vn
|
|
Joshua ຂຽນວ່າ: ຄືກັບເຝີດັ້ງເດີມຂອງຮ່າໂນ້ຍ, ນ້ຳເຝີຢູ່ຮ້ານນີ້ໄດ້ຕົ້ມຟົດໝົດມື້, ດັ່ງນັ້ນຈຶ່ງມີລົດຊາດແຊບນົວ. ພາບ:vietnamnet.vn
|
3.ເຝີ ແຫ້ງ (ເຮືອນເລກທີ 65 ຖະໜົນ ຫຼານອົງ, ເມືອງ ຮວ່ານກ໋ຽມ)
ເວລາເປີດ: ແຕ່ 18 ໂມງ - 23 ໂມງ
|
ໂດຍມີຊື່ສຽງດ້ວຍເຝີໄກ່ແຫ້ງ, ຮ້ານເຝີ ແຫ້ງ ເຄີຍຖືກວາລະສານການທ່ອງທ່ຽວ The Culture Trip ສະເໜີແມ່ນສະຖານທີ່ເໝາະສົມເພື່ອໃຫ້ແຂກທ່ອງທ່ຽວຮັບປະທານອາຫານກ່ອນທີ່ຈະຄົ້ນຫາ ຮ່າໂນ້ຍ ຍາມຄ່ຳຄືນ. ພາບ:Vietnamnet.vn |
|
ເຝີແຫ້ງ ນອນໃນຖະໜົນສອງສາຍທີ່ມີອາຍຸຫຼາຍທີ່ສຸດຢູ່ນະຄອນຫຼວງ ຮ່າໂນ້ຍ, ນັ້ນແມ່ນຖະໜົນ ທວກບັກ ແລະ ຫຼານອົງ. ພາບ:Joshua Zukas |
|
ໜັງໄກ່ເຫຼືອງ, ແຊບ, ເປັນຕາກິນເມື່ອເຫັນຖ້ວຍເຝີແຫ້ງ. ພາບ: diemanuong365.blogspot.com |
4.ບັນກວັນຮ້ອນ ໂຮ່ໄຕ (ເຮືອນເລກທີ 34 ອຽນຟູ້, ໄຕໂຮ່)
ເວລາເປີດ: ແຕ່ 6 ໂມງ 30 ນາທີ ຮອດບ່ອນທ່ຽງ
Le Chi - ລວບລວມ