ຈຸດເວລາຍົກເລີກບັນດາປ້ອມກວດກາຢູ່ຕາແສງ ເຊີນໂລຍ
Văn Ngân, Hồng Minh, Trung Hiếu/VOV.VN -  
(VOVWORLD) -ຄະນະກຳມະການປະຊາຊົນແຂວງ ວິ້ງຟູ໊ກ ຕົກລົງຍົກເລີກບັນດາປ້ອມກວດກາ, ຄວບຄຸມຢຸດຕິການແຍກຕົວດ້ານສາທາລະນະສຸກຢູ່ຕາແສງ ເຊີນໂລຍ ເຊິ່ງແມ່ນໃຈກາງຂອງການເກີດໂລກລະບາດ Covid-19 ໃນເວລາ 00 ໂມງຂອງວັນທີ 04 ມີນາ.
|
ຕອນຄ່ຳວັນທີ 03 ມີນາ, ຢູ່ສຳນັກງານຄະນະກຳມະການຕາແສງ ເຊີນໂລຍ, ເມືອງບິ່ງຊວຽນ, ແຂວງ ວິ້ງຟູ໊ກ ໄດ້ດຳເນີນກອງປະຊຸມປະກາດຂໍ້ຕົກລົງຂອງຄະນະບັນຊາການປ້ອງກັນ, ຕ້ານໂລກລະບາດ Covid-19 ແຂວງ ວິ້ງຟູ໊ກ ວ່າດ້ວຍການຢຸດຕິການເຄືອນໄຫວຂອງປ້ອມກວດກາ, ຄວບຄຸມໂລກພະຍາດ Covid-19 ໃນບໍລິເວນຕາແສງເຊີນໂລຍ, ເມືອງບິ່ງຊວຽນ. |
|
ເຖິງວ່າ, ກອງປະຊຸມປະກາດຂໍ້ຕົກລົງວ່າດ້ວຍການຍົກເລີກການແຍກຕົວດ້ານສາທາລະນະສຸກ ສຳລັບຕາແສງ ເຊີນໂລຍ ເຊິ່ງໄດ້ດຳເນີນໃນເວລາ 23 ໂມງແລ້ວກໍຕາມ, ແຕ່ປະຊາຊົນຢູ່ທີ່ນີ້ກໍ່ໄດ້ເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ. |
|
ໃນເວລາປະມານ 23 ໂມງ 50 ນາທີຂອງວັນທີ 03 ມີນາ, ບັນດາປ້ອມກວດກາຄວບຄຸມຍັງເຄື່ອນໄຫວເປັນປົກກະຕິ, ປະຕິບັດຕາມບັນດາຂໍ້ກຳນົດຂອງກະຊວງສາທາລະນະສຸກຢູ່. |
|
ພາຍຫຼັງປະກາດໃຊ້ຂໍ້ຕົກລົງແລ້ວ, ບັນດາຜູ້ແທນເຂົ້າຮ່ວມໄດ້ໄປເຖິງບັນດາປ້ອມກວດກາຄວບຄຸມໂລກລະບາດ Covid-19 ຢູ່ຕາແສງ ເຊີນໂລຍ. |
|
ຮອດເວລາ 00 ໂມງຂອງວັນທີ 04 ມີນາ, ພາຍໃຕ້ເປັນສັກຂີພິຍານຂອງການນຳແຂວງ ວິ້ງຟູ໊ກ, ທ່ານຮອງລັດຖະມົນຕີກະຊວງສາທາລະນະທຸກ ໂດ້ຊວນຕວຽນ ແລະ ປະຊາຊົນຢູ່ຕາແສງ ເຊີນໂລຍ ເປັນຈຳນວນຫຼວງຫຼາຍ, ບັນດາອົງການທີ່ມີໜ້າທີ່ ໄດ້ປະຕິບັດການຍົກເລີກຮົ້ວກັ້ນຂອງ 12 ປ້ອມກວດກາ, ຄວບຄຸມ. |
|
ປະຊາຊົນ ເຊີນໂລຍ ໄດ້ອອກຈາກຕາແສງຕາມໃຈມັກຢ່າງເປັນທາງການ. |
|
ການນຳກະຊວງສາທາລະນະສຸກ ໄດ້ແບ່ງປັນກັບບັນດາຜູ້ປະຕິບັດໜ້າທີ່ຊ່ວຍໃຫ້ປະຊາຊົນ ເຊີນໂລຍ ຕ້ານໂລກລະບາດ |
|
ທ່ານນາງ ຮ່ວາງທິຖຸຍລານ, ເລຂາຄະນະພັກແຂວງວິ້ງຟູ໊ກ ໄດ້ຂອບໃຈກຳລັງປ້ອງກັນຍ້ອນໄດ້ປະຕິບັດວຽກງານປ້ອງກັນ, ຕ້ານໂລກລະບາດຢ່າງສຸດຈິດສຸດໃຈ. |
|
ກຳລັງຕຳຫຼວດກໍ່ຖອນຕົວກັບຄືນສູ່ກົມກອງພາຍຫຼັງປະກາດຂໍ້ຕົກລົງວ່າດ້ວຍການຍົກເລີກການແຍກຕົວ. |
Văn Ngân, Hồng Minh, Trung Hiếu/VOV.VN