ທັດສະນີຍະພາບນະຄອນຫຼວງຮ່າໂນ້ຍສວຍງາມ ໃນຊຸມວັນປະຕິບັດການແຍກຫ່າງໃນສັງຄົມ
(VOVWORLD) -ໃນຊຸມວັນທີ່ປະຊາຊົນປະຕິບັດຄຳສັ່ງຂອງ ນາຍົກລັດຖະມົນຕີວ່າດ້ວຍການແຍກຫ່າງໃນສັງຄົມ, ຖະໜົນສາຍຕ່າງໆໃນຮ່າໂນ້ຍມີຄວາມງຽບສະງັດ, ເປົ່າປ່ຽວ, ແຕ່ກໍ່ມີຄວາມງາມເປັນເອກະລັກສະເພາະ.
|
ຖະໜົນຟານດິ່ງຟຸ່ງ ເຕັມໄປດ້ວຍໃບໄມ້ຫຼົ່ນ, ຕາມປົກກະຕິຢູ່ຖະໜົນສາຍນີ້ກໍ່ມີນັກຖ່າຍຮູບຫຼາຍຄົນມາເຄື່ອນໄຫວແຕ່ປັດຈຸບັນພັດເປົ່າປ່ຽວ, ງຽບສະງັດ |
|
ຖະໜົນອຽນຟຸ້ກໍ່ເຫັນລົດບໍ່ເທົາໃດຄັນແລ່ນຜ່ານ, ທຸກຄົນຕ່າງກໍ່ໃຊ້ຜ້າອັດປາກ |
|
ຫໍນ້ຳໃນຖະໜົນຮ່າງເດົ້າເພີ່ມຄວາມງາມໃນລະດູໃບໄມ້ປ່ຽນສີ |
|
ທາງແຄມໜອງໂຮ່ໄຕໃນຍາມຕອນບ່າຍມີແສງແດດ, ທ້ອງຟ້າແຈ່ມໃສ ແຕ່ກໍ່ບໍ່ເຫັນຄົນໄປມາ |
|
ຖະໜົນ ຍາເທີ ຊຶ່ງແມ່ນຖະໜົນມີໂບດໃຫຍ່ ແລະ ມີຮ້ານ ກາເຟ ຫຼາຍຮ້ານ, ຕາມປົກກະຕິກໍ່ມີແຂກທ່ອງທ່ຽວມານັ່ງດື່ມກາເຟຢ່າງຫຼວງຫຼາຍແຕ່ໃນຊຸມວັນນີ້ກໍ່ເປົ່າປ່ຽວ, ທຸກໆຮ້ານກໍ່ປິດປະຕູ |
|
3 ແຍກ ຕະຮຽນ - ເລືອງງອກກວຽນ ກ່ອນທີ່ຈະເກີດໂລກລະບາດ Covid – 19 ນີ້ແມ່ນໜຶ່ງໃນບັນດາສະຖານທີ່ມີຮ້ານກິນດື່ມຫຼາຍຮ້ານແລະມີແຂກຄົນມາເຕົ້າໂຮມຢ່າງໜ້າແໜ້ນທີ່ສຸດຢູ່ຮ່າໂນ້ຍ |
|
4 ແຍກ ເກືອນາມ - ເລຢວນ ເຊິ່ງແມ່ນໜຶ່ງໃນຈຳນວນທາງ 4 ແຍກທີ່ໜ້າແໜ້ນທີ່ສຸດຢູ່ຮ່າໂນ້ຍ |
|
ຖະໜົນຮ່າງດ່າວ ຮ້ານຂາຍເຄື່ອງທຸກໆຮ້ານລ້ວນແຕ່ປິດປະຕູ ນັບແຕ່ເມື່ອເກີດໂລກລະບາດ Covid – 19 ຖະໜົນຍ່າງ (ຕະຫຼາດກາງຄືນ)ໃນທ້າຍສັບປະດາຢູ່ແຫ່ງນີ້ໄດ້ຢຸດເຄື່ອນໄຫວຊົ່ວຄາວເພື່ອຫຼີກລ້ຽງການເຕົ້າໂຮມຫຼາຍຄົນ |