ນັກຮຽນຫວຽດນາມ ກວ່າ 22 ລ້ານຄົນເຂົ້າຮ່ວມພິທີໄຂ ສົກຮຽນໃໝ່
Duc Anh ລວບລວມ -  
(VOVWORLD) -ຕອນເຊົ້າວັນທີ 05 ກັນຍາ, ວັນບຸນທົ່ວປວງຊົນພານັກຮຽນໄປໂຮງຮຽນ, ມີນັກຮຽນໃນທົ່ວປະເທດກວ່າ 22 ລ້ານຄົນໄດ້ກ້າວເຂົ້າສົກຮຽນໃໝ່ 2019 – 2020 ດ້ວຍພິທີໄຂສົກຮຽນໃໝ່ໄດ້ພ້ອມກັນຈັດຕັ້ງຢູ່ໂຮງຮຽນແຫ່ງຕ່າງໆໃນທົ່ວປະເທດ
|
ຈົດໝາຍຂອງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ສົ່ງເຖິງຂະແໜງສຶກສາ ເນື່ອງໃນໂອກາດວັນໄຂສົກຮຽນໃໝ່ 2019 - 2020 |
|
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ, ຢຶ້ຢາມຖາມຂ່າວ, ລະດົມກຳລັງໃຈນັກຮຽນຢູ່ໂຮງຮຽນມັດທະຍົມຕອນປາຍ ເຊີນໄຕ, ຮ່າໂນ້ຍ, ເນື່ອງໃນໂອກາດວັນໄຂສົກຮຽນໃໝ່ |
|
ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຕີກອງໄຂສົກຮຽນໃໝ່ຢູ່ໂຮງຮຽນ ມັດທະຍົມຕອນປາຍ ທ໊າບເມື່ອຍ, ແຂວງ ດົ່ງທ໊າບ |
|
ຕາມການແນະນຳຂອງກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ແລ້ວ, ພິທີໄຂສົກຮຽນໃໝ່ປີນີ້ຕ້ອງກະທັດຮັດເມື່ອທຽບໃສ່ຊຸມປີກ່ອນ, ຈຳກັດການນຳໃຊ້ລູກໂປງ ຫຼື ວັດສະດຸກໍ່ມົນລະພິຜິດຕໍ່ສິ່ງແວດລ້ອມ. |
|
ທ່ານ ຫງວຽນທ້ຽນເຍິນ, ກຳມະການກົມການເມືອງ, ເລຂາຄະນະພັກນະຄອນໂຮ່ຈີມິນ ຕີກອງໄຂສົກຮຽນໃໝ່ຢູ່ໂຮງຮຽນມັດທະຍົມຕອນປາຍ ເລກຸ໊ຍໂດນ, ເຊິ່ງແມ່ນໂຮງຮຽນມີອາຍຸ 145 ປີຂອງນະຄອນໂຮ່ຈີມິນ |
|
ພິທີໄຂສົກຮຽນໃໝ່ 2019 – 2020 ຢູ່ໂຮງຮຽນປະຖົມ ກິມດົ່ງ, ຮ່າໂນ້ຍ |
|
“ວັນບຸນໄປໂຮງຮຽນຂອງນ້ອງ” - ໂຮງຮຽນອະນຸບານ ຕວຍຮວາ, ຮ່າໂນ້ຍ |
|
ຕອນເຊົ້າວັນທີ 05 ກັນຍາ, ມີນັກຮຽນ 200.000 ຄົນຂອງແຂວງລາວກາຍ ກໍ່ໄດ້ເຂົ້າຮ່ວມພິທີໄຂສົກຮຽນໃໝ່ |
|
ໂຮງຮຽນອະນຸບານ ແລະ ມັດທະຍົມຕອນປາຍຢູ່ແຂວງ ຢາລາຍ 772 ແຫ່ງໄດ້ຈັດຕັ້ງ ພິທີໄຂສົກຮຽນໃໝ່ 2019 – 2020 ໃນພາບດຽວກັນ. |
Duc Anh ລວບລວມ