ບັນຍາກາດຕ້ອນຮັບບຸນປີໃຫມ່ປະຈຳຊາດຂອງຊາວຫວຽດນາມ ໃນສາຍຕາຂອງນັກສຶກສາຕ່າງປະເທດ
Duc Anh -  
(VOVWORLD) - ໃນບັນຍາກາດອົບອຸ່ນຂອງລະດູບານໃຫມ່ພວມວຽນມາອີກວາລະຫນຶ່ງ, ມີນັກສຶກສາຕ່າງປະເທດ ກວ່າ 40 ຄົນ ໄດ້ເຂົ້າຮ່ວມລາຍການຕ້ອນຮັບບຸນປີໃຫມ່ປະຈຳຊາດ 2019 ຈັດຂຶ້ນຢູ່ຖະຫນົນ ຟຸ່ງຮືງ ນະຄອນ ຮ່າໂນ້ຍ ຮູ້ສຶກເບີກບານມ່ວນຊື່ນ ແລະ ຈັບອົກຈັບໃຈເມື່ອໄດ້ຊົມບັນດາພາບພື້ນເມືອງທີ່ເປັນເອກະລັກສະເພາະຂອງຫວຽດນາມ ກໍ່ຄືໄດ້ຊົມສີສັນຫລາກຫລາຍຂອງດອກໄມ້ນາໆຊະນິດໃນລະດູບານໃຫມ່ຢູ່ຕະຫລາດດອກໄມ້ບຸນເຕັດຂອງຮ່າໂນ້ຍ. ທັງໝົດເຫລົ່ານັ້ນ ໄດ້ເຮັດໃຫ້ພວກເພື່ອນມີຄວາມປະທັບໃຈກ່ຽວກັບວັດທະນະທຳຕ້ອນຮັບບຸນເຕັດຂອງຊາວຫວຽດນາມ.
ຫວ່າງແລ້ວນີ້ ມີນັກສຶກສາຕ່າງປະເທດຄື: ນັກສຶກສາ ກູບາ, ອາເມລິກາ, ຈີນ … ໄດ້ເຂົ້າຮ່ວມລາຍການ “ບຸນເຕັດຫວຽດນາມປີ 2019” ໂດຍ ສະໂມສອນສາລາບ້ານຫວຽດນາມ ແລະ ຄະນະຄຸ້ມຄອງຄຸ້ມຖະຫນົນເກົ່າ ຮ່າໂນ້ຍ ຈັດຕັ້ງ
|
ໃນລາຍການນີ້ ບັນດານັກສຶກສາຕ່າງປະເທດ ໄດ້ໄປຢ້ຽມຢາມ ແລະ ເຂົ້າຮ່ວມບັນຍາກາດບຸນເຕັດຢູ່ຖະຫນົນ ຟຸ່ງຮືງ, ຢ້ຽມຊົມຕະຫລາດດອກໄມ້ໃນບຸນເຕັດ ແລະ ປູຊະນີຍະສະຖານປະຫວັດສາດຫລາຍແຫ່ງຢູ່ຄຸ້ມຖະຫນົນເກົ່າ ຮ່າໂນ້ຍ
|
ລາຍການ ບຸນເຕັດຫວຽດນາມປີ 2019 ໄດ້ເຮັດໃຫ້ພວກເພື່ອນມີຄວາມປະທັບໃຈ ແລະ ເຂົ້າໃຈວັດທະນະທຳຕ້ອນຮັບບຸນເຕັດຂອງຊາວຫວຽດນາມ ກວ່າອີກ
|
ນັກສຶກສາຕ່າງປະເທດໄດ້ຊົມບັນດາຮູບການສິລະປະທີ່ເປັນເອກະລັກສະເພາະຂອງຫວຽດນາມຄື: ຂັບເຈົາວັນ, ຂັບເສີມ, ອ່ານກາບກອນ
|
ນັກສຶກສາ ລັດເຊຍ ຊົມພາບພື້ນເມືອງຂອງຫວຽດນາມ
|
ເມື່ອຢ້ຽມຊົມຕະຫລາດດອກໄມ້ໃນຍາມບຸນເຕັດ, ພວກເພື່ອນນັກສຶກສາຕ່າງປະເທດຮູ້ສຶກແປກປະຫລາດເມື່ອຖະຫນົນ ຮ່າງເລືອກ ໄດ້ກາຍເປັນຖະຫນົນດອກໄມ້ທີ່ຫນ້າປະທັບໃຈດ້ວຍສີສັນຫລາກຫລາຍຂອງດອກໄມ້ນາໆຊະນິດ
|
ເມື່ອຊົມຕະຫລາດດອກໄມ້ ແລະ ໄດ້ຮັບຟັງເລື່ອງປະດັບປະດາດອກໄມ້ໃນຍາມບຸນເຕັດຂອງຊາວຫວຽດນາມ, ມີນັກສຶກສາຫລາຍຄົນໄດ້ເລືອກຊື້ງ່າດອກຄາຍສວຍງາມ
|
ບໍ່ພຽງແຕ່ໄປຊົມຕະຫລາດບຸນເຕັດເທົ່ານັ້ນ ຫາກພວກເພື່ອນຍັງໄດ້ໄປຢ້ຽມຢາມປູຊະນີຍະສະຖານປະຫວັດສາດຫລາຍແຫ່ງຢູ່ຄຸ້ມຖະຫນົນເກົ່າອີກດ້ວຍ
|
ຢູ່ ສູນພົວພັນແລກປ່ຽນວັດທະນະທຳຄຸ້ມຖະຫນົນເກົ່າ ຮ່າໂນ້ຍ, ເຮືອນເລກທີ 50 ຖະຫນົນ ດ່າວຢູຍຕື, ພວກເພື່ອນຍັງໄດ້ຊອກຮູ້ບັນດາເອກະສານ, ວັດຖຸພັນກ່ຽວຂ້ອງເຖິງປະຫວັດແຫ່ງການພັດທະນາ ແລະ ວັດທະນະທຳຂອງນະຄອນຫລວງ ຮ່າໂນ້ຍ.
|
ບັນດານັກສຶກສາຕ່າງປະເທດ ພວມຮັບຟັງການແນະນຳກ່ຽວກັບມູນເຊື້ອ ແລະ ວິທີຫໍ່ເຂົ້າຕົ້ມໃນມື້ບຸນເຕັດຂອງຊາວຫວຽດນາມ.
|
ບັນດານັກສຶກສາຕ່າງປະເທດ ຮູ້ສຶກຈັບອົກຈັບໃຈຕໍ່ປະເພນີການຂຽນຕົວຫນັງສື |
ການໄປທັດສະນະສຶກສາໃນຍາມບຸນເຕັດ ບໍ່ພຽງແຕ່ຊ່ວຍພວກເພື່ອນມີປະສົບການ ແລະ ເຂົ້າໃຈແຈ້ງກ່ຽວກັບບຸນເຕັດຢູ່ຫວຽດນາມ ຫາກຍັງນຳມາເຊິ່ງຄວາມປະທັບໃຈ, ບັນດາອະນຸສອນທີ່ຍາກຫລົງລືມໄດ້ກ່ຽວກັບບັນຍາກາດຕ້ອນຮັບບຸນເຕັດຂອງຊາວຫວຽດນາມ. |
Duc Anh