ພວກນ້ອງນ້ອຍຊອກຮູ້ກ່ຽວກັບແພໄໝດຸຍ ທີ່ເປັນມູນເຊື້ອຂອງຫວຽດນາມ
Mỹ Trà -  
(VOVWORLD) -ເນື່ອງໃນໂອກາດວັນເດັກນ້ອຍສາກົນ 01 ມິຖຸນາ, ສະຫະກອນຕ່ຳແພໄໝດຸຍ ຢູ່ບ້ານ ນາມກາວ, ແຂວງທ໊າຍບິ່ງ, ໄດ້ຈັດການລົງຕົວຈິງໃຫ້ພວກນ້ອງນ້ອຍນັກຮຽນເພື່ອຊອກຮູ້ຂັ້ນຕອນຜະລິດແພໄໝດຸຍ.
|
ໃນການລົງຕົວຈິງ, ອາ ເລືອງແທັງແຮ້ງ, ຫົວໜ້າສະຫະກອນ ນາມກາວ ໄດ້ແນະນຳກ່ຽວກັບບັນດາຂັ້ນຕອນຜະລິດແພໄໝດຸຍ ໃຫ້ພວກນ້ອງ. |
|
ຢູ່ສະຫະກອນ ນາມກາວ, ບັນດາຂັ້ນຕອນຜະລິດລ້ວນແຕ່ປະຕິບັດຕາມຮູບແບບຄົບວົງຈອນ, ຈາກການປູກມອນລ້ຽງມ້ອນ ຕະຫຼອດຮອດຂັ້ນຕອນການຜະລິດແພໄໝ. |
|
ດ້ວຍຄວາມເມົາມົວຫຼົງໄຫຼໄປກັບແພໄໝ, ອາ ເລືອງແທັງແຮ້ງ ໄດ້ມີຄຸນງາມຄວາມດີຢ່າງໃຫຍ່ຫຼວງໃນການປະກອບສ່ວນຊ່ວຍໝູ່ບ້ານອາຊີບຕ່ຳແພໄໝດຸຍ ໃຫ້ມີການພັດທະນາ. |
|
ພວກນ້ອງນັກຮຽນໄດ້ຊອກຮູ້ກ່ຽວກັບກີ່ຕ່ຳຫູກຫັດຖະກຳທີ່ມີອາຍຸ 100 ປີ. |
|
ຈາກໝູ່ບ້ານອາຊີບ ມີອາຍຸ 200 ປີ, ມາຮອດປະຈຸບັນ, ສະຫະກອນ ນາມກາວ ໄດ້ສົ່ງອອກຜະລິດຕະພັນແພໄໝຂອງຕົນໄປຍັງຫຼາຍປະເທດ ດ້ວຍເຄື່ອງໝາຍການຄ້າ Hanhsilk. |
|
ພວກນ້ອງໃຫ້ນັກຮຽນເອົາໃບມອນເກືອມ້ອນ. |
|
ພວກນ້ອງນ້ອຍນັກຮຽນພ້ອມກັບພໍ່ແມ່ແຍ່ສາຍແຂນ. |
|
ປັກແສ່ວຮູບໃສ່ຜ້າແພໄໝດຸຍ. |
|
ບັນດາຜ້າເຊັດໜ້າດຸຍ ຂອງໝູ່ບ້ານແພໄໝ ນາມກາວ. |
Mỹ Trà