ຢ້ຽມຊົມ ແລະ ຄົ້ນຫາບັນດາການເຄື່ອນໄຫວສ້າງຄວາມດູດດື່ມຢູ່ຮະລອງ
Bùi Hằng -  
(VOVWORLD) -ຫວ່າງມໍ່ໆມານີ້, ວາລະສານ The Culture Trip ໄດ້ແນະນຳບັນດາການເຄື່ອນໄຫວທີ່ສ້າງຄວາມດູດດື່ມໃຫ້ນັກທ່ອງທ່ຽວບໍ່ຄວນພາດໂອກາດເມື່ອແຫ່ງນີ້ຄວນໄປຄົ້ນຫາຢູ່ເຂດອ່າວຮະລອງ, ເຊິ່ງແມ່ນມໍລະດົກວັດທະນະທຳຂອງໂລກ
ແວ່ຫຼີ້ນຫາດຊາຍທະເລ
|
ເຂດອາບນ້ຳ ຕ່ວນເຈົາ, ດ້ວຍຫາດຊາຍຂາວກ້ຽງພ້ອມກັບນ້ຳຂຽວໃສງາມດີ.
(ພາບ: tuanchau-halong.com.vn)
ມີບາງເຂດອາບນ້ຳທະເລທີ່ມີຊື່ສຽງຕ້ອງໄດ້ເວົ້າເຖິງນັ້ນແມ່ນ: ຕ່ວນເຈົາ, ບາຈ໊າຍດ່າວ, ງອັກວື່ງ… ບັນດາເຂດອາບເຫຼົ່ານີ້ລ້ວນແຕ່ນອນຢູ່ເກາະແຫ່ງຕ່າງໆທີ່ຢູ່ອ້ອມເຂດອ່າວນີ້.
|
|
ເຂດອາບນ້ຳທະເລ ບາຈ໊າຍດ່າວ
(ພາບ: baoquangninh.com.vn)
|
|
ຄົ້ນຫາຖ້ຳ ໂດຍມີລວງກວ້າງປະມານ 5000 ຕາແມັດ, ຖ້ຳ ເດົ່າໂກ ຕັ້ງຢູ່ຄວາມສູງ 27ມ ເມື່ອທຽບໃສ່ໜ້ານ້ຳທະເລ, ຢູ່ແຫ່ງນີ້ໄດ້ສ້າງຄວາມງາມແບບປະຖົມປະທານ, ຫົກເຫື້ອ.
(ພາບ: vietnamnet.vn)
ນັກທ່ອງທ່ຽວສາມາດໄປຢ້ຽມຊົມຖ້ຳ ທຽນກຸງ ແລະ ຖ້ຳ ເດົ່າໂກ ໄດ້ຢ່າງງ່າຍດາຍ, ໂດຍຂຶ້ນເຮືອຢູ່ທ່າກ່ຳປັ່ນ ຕ່ວນເຈົາ.
|
|
ໂດຍແມ່ນຖ້ຳທີ່ງາມທີ່ສຸດໃນລະບົບຖ້ຳຢູ່ອ່າວຮະລອງ, ຖ້ຳ ທຽນກຸງ ມີຄວາມສະຫງ່າງາມ, ມີຊີວິດຊີວານັບແຕ່ດ້ານນອກເຂົ້າໄປຈົນຮອດໃນຖ້ຳ.
(ພາບ: vietnamnet.vn)
|
|
ຢ້ຽມຢາມບັນດາບ້ານຢູ່ໜ້ານ້ຳ ໜັງສືພິມຫຼາຍສະບັບໃນໂລກ ໄດ້ເລືອກເອົາບ້ານໜ້ານ້ຳ ເກືອວ້ານ ແມ່ນໜຶ່ງໃນບັນດາບ້ານນ້ອຍທີ່ມີຄວາມສວຍງາມທີ່ສຸດໃນໂລກ.
(ພາບ: baoquangninh.com.vn)
ເພື່ອນສາມາດແວ່ຢ້ຽມຢາມໜຶ່ງໃນບັນດາບ້ານໜ້ານ້ຳຕົ້ນຕໍຢູ່ເຂດອ່າວຮະລອງຄື: ເກືອວ້ານ, ວູງວຽງ ແລະ ບາຮ່າງ ເພື່ອໄດ້ເຫັນປະຈັກຕາທິວທັດທຳມະຊາດທີ່ໃຫຍ່ໂຕມະໂຫຖານ, ຊອກຮູ້ກ່ຽວກັບຊີວິດວັດທະນະທຳຂອງຊາວປະມົງ.
|
|
ມູນໜຶ່ງບ້ານແຫ ວູງວຽງ ທີ່ສະຫງົບງຽບ.
(ພາບ: baohaiduong.vn)
|
|
ເກາະ ກ໊າດບ່າ
(ພາບ: vtc.vn)
ໝູ່ເກາະ ກ໊າດບ່າ ລວມມີ 367 ເກາະ ທີ່ຢູ່ທາງທິດໃຕ້ອ່າວຮະລອງ. ຢູ່ແຫ່ງນີ້ໄດ້ສ້າງຄວາມປະທັບໃຈກ່ຽວກັບທິວທັດທຳມະຊາດໃຫ້ແກ່ນັກທ່ອງທ່ຽວ. ນອກຈາກອາບນ້ຳທະເລແລ້ວ, ເພື່ອນຍັງສາມາດຖີບລົດຖີບ ຫຼື ຍ່າງອ້ອມເກາະເພື່ອຄົ້ນຫາຕື່ມອີກ.
|
|
ບໍ່ພຽງແຕ່ແມ່ນສະຖານທີ່ຢ້ຽມຢາມທີ່ມີຄວາມດູດດື່ມເທົ່ານັ້ນ, ປ່າສະຫງວນແຫ່ງຊາດ ກ໊າດບ່າ ຍັງແມ່ນບ່ວນຊ່ວຍໃຫ້ນັກທ່ອງທ່ຽວໄດ້ເຊື່ອມຕົວເຂົ້າກັບທຳມະຊາດອີກດ້ວຍ
(ພາບ: vtc.vn)
ພາຍເຮືອ Kayak ແລະ ດຳນ້ຳທະເລ
|
|
ພາຍເຮືອ Kayak
(ພາບ: truyenhinhdulich.vn)
ວາລະສານ National Geographic Adventures ເຄີຍເລືອກເອົາອ່າວຮະລອງແມ່ນໜຶ່ງໃນຈຳນວນສະຖານທີ່ທ່ອງທ່ຽວພາຍເຮືອ Kayak 25 ແຫ່ງແຖວໜ້າໂລກ. ເຖິງວ່າມີການເຄື່ອນໄຫວບັນເທີງຢູ່ເທິງໜ້ານ້ຳທະເລຫຼາຍຢ່າງທີ່ນັກທ່ອງທ່ຽວສາມາດເຂົ້າຮ່ວມເມື່ອໄປທ່ອງທ່ຽວຢູ່ອ່າວຮະລອງກໍ່ຕາມ, ແຕ່ການຄົ້ນຫາຊີວິດຢູ່ໃຕ້ນ້ຳກໍ່ແມ່ນການເຄື່ອນໄຫວທີ່ດຶງດູດນັກທ່ອງທ່ຽວເຊັ່ນດຽວກັນ.
ຊົມອ່າວຮະລອງດ້ວຍເຮືອບິນເຫາະບົນໜ້ານ້ຳ
|
|
ຊົມອ່າວຮະລອງຈາກເຮືອບິນເຫາະບົນໜ້ານ້ຳ
(ພາບ: truyenhinhdulich.vn)
|
Bùi Hằng