ວາດພາບເຖິງບຸນເຕັດເມື່ອກ່ອນນີ້ຜ່ານຮູບຖ່າຍ.
(VOVWORLD) -ບຸນປີໃໝ່ປະຈຳຊາດຫຼືບຸນເຕັດແມ່ນມີຄວາມໝາຍທີ່ສັກກາລະບູຊາສຳລັບຊາວຫວຽດນາມ ແຕ່ລະຄົນ. ນີ້ແມ່ນບຸນເຕັດດ້ວຍການເຕົ້ນໂຮມກັນທຸກໆຄົນໃນຄອບຄົວ ແມ່ນຈຸດຄວາມງາມທາງດ້ານວັດທະນະທຳທີ່ມີມາແຕ່ດົນນານ. ເມື່ອລະດູບານໃໝ່ວຽນມາໃນແຕ່ລະປີ ບັນດາຄຸນຄ່າທີ່ມີມາແຕ່ດົນນານຂອງບຸນເຕັດເມື່ອກ່ອນນີ້ ໄດ້ຖືກເຕື້ອງເຖິງຫຼາຍກ່ວາ ເພື່ອແຜ່ກະຈາຍແລະ ຮັກສາໃຫ້ເສ່ັນຄົນໃນອະນາຄົດ.ນີ້ແມ່ນໂອກາດເພື່ອໃຫ້ຊາວບ້ານຫຼາຍຄົນຄິດເຖິງຄວາມຊົງຈຳໃນຊຸມວັນບຸນເຕັດເຊິ່ງໄດ້ວາດພາບເຖິງບຸນເຕັດ ຜ່ານຮູບຖ່າຍຕ່າງໆຂອງນັກຖ່າຍຮູບ ຟານຮູຍ
|
ຄວາມເບີກບານມ່ວນຊື່ນ ເມື່ອໄດ້ເຕົ້າໂຮມກັບລູກຫຼານໃນວັນບຸນເຕັດ |
|
ຮູບພາບການຫໍ່ເຂົ້າຕົ້ມໄດ້ເຮັດໃຫ້ຫຼາຍຄົນເບີກບານໃຈລໍຖ້າຕ້ອນຮັບບຸນເຕັດ |
|
ບຸນເຕັດປີນີ້ ທຸກໆຄົນພຽງແຕ່ຊັ່ງຊື້ເຂົ້າຕົ້ມ ກໍ່ຈະມີເຂົ້າຕົ້ມຫຼາຍກ້ອນ ເພື່ອຕ້ອນຮັບບຸນເຕັດ, ແຕ່ບຸນເຕັດເມື່ອກ່ອນນີ້ ບັນດາ ຄອບຄົວກໍ່ຫ້າງຫາກະກຽມນັບແຕ່ໃບຕອງຈີງ, ເຂົ້າໜຽວ, ຖົ່ວຂຽວ, ຊີ້ນໝູ ເພື່ອຫໍ່ເຂົ້າຕົ້ມເອງ. |
|
ບັນດາສະມາຊິກໃນຄອບຄົວຈາກເດັກນ້ອຍຫາຜູ້ເຖົ້າຜູ້ແກ່ກໍ່ໄດ້ເຕົ້າໂຮມກັນນັ່ງຫໍ່ເຂົ້າຕົ້ມ. |
|
ປະເພນີຫໍ່ເຂົ້າຕົ້ມໃນບຸນເຕັດກໍ່ໄດ້ຄ່ອຍໆເຂົ້າສູ່ແນວຄິດຈິດໃຈຂອງເດັກນ້ອຍ |
|
ພາໝາກໄມ້ 5 ຊະນິດ ແລະ ພາເຂົ້າວັນບຸນເຕັດຖືກກະກຽມຢ່າງລອບຄອບຖີ່ຖ້ວນເພື່ອບູຊາບັນພະບຸລຸດ. |
|
ບັນດາຜູ້ຄົນໃນຄອບຄົວໄຫວ້ບູຊາ ດ້ວຍຄວາມຫວັງວ່າ ປີໃໝ່ ຈະມີຄວາມສະຫງົບສຸກ ແລະ ຈະເລີນກ້າວໜ້າ. |
|
ປູ່ຍ່າຕາຍາຍ, ພໍ່ແມ່ອວຍພອນເດັກນ້ອຍໃນຄອບຄົວດ້ວຍອັງເປົາແດງເພື່ອຈະມີໂຊກມີລາບໃນປີໃໝ່ ນີ້ໄດ້ຮັບຖືວ່າແມ່ນປະເພນີຂາດບໍ່ໄດ້ໃນວັນບຸນເຕັດ. |
|
ທຸກໆຄົນໃນຄອບຄົວເຕົ້າໂຮມກັນອ້ອມພາເຂົ້າໃນວັນບຸນເຕັດດ້ວຍຄວາມສຸກສຳລານ. |