(VOVWORLD) -
ຄວາມງາມໃນການອອກແຮງງານພ້ອມກັບຄຸນທາດອັນດີງາມ, ມານະອົດທົນ ຜ່ານຜ່າຄວາມຫຍຸ້ງຍາກຂອງແມ່ຍິງຫວຽດນາມ ຊຶ່ງແມ່ນບັນດາຜູ້ພວມປະກອບເຫື່ອແຮງເພື່ອຮັກສາຫມູ່ບ້ານອາຊີບຢູ່ບ້ານເກີດເມືອງນອນ, ໄດ້ຮັບການສະແດງຢ່າງມີຊີວິດຊີວາ, ສັດຊື່ຜ່ານກ້ອງຖ່າຍຂອງນັກຖ່າຍຮູບ ເລບິກ. ທ່ານໄດ້ສະຫງວນເວລາ 12 ປີ ໄປສຳຫຼວດຕົວຈິງເພື່ອຖ່າຍເອົາຮູບກ່ຽວກັບຫົວເລື່ອງ ຄວາມງາມ ແມ່ຍິງຫວຽດນາມໃນການອອກແຮງງານ.