ເກາະແຫ່ງຕ່າງໆທີ່ແຂກທ່ອງທ່ຽວບໍ່ຄວນພາດໂອກາດແວ່ຢາມໃນລະດູຮ້ອນປີ 2024

(VOVWORLD) - ຫວຽດນາມ ມີເກາະສວຍງາມຫຼາຍແຫ່ງ ເຊິ່ງບໍ່ວ່າແຂກທ່ອງທ່ຽວຜູ້ໃດກໍຢາກໄປຢາມ. 

ເກາະໂກໂຕ

ໂກໂຕແມ່ນເກາະທີ່ສວຍງາມຂອງແຂວງ ກວ໋າງນິງ. ຢູ່ ໂກໂຕ, ທ່ານຈະໄດ້ພົວພັນກັບບັນດາຫາດຊາຍທະເລທີ່ສວຍງາມ, ນ້ຳທະເລສີຟ້າໃສ ພ້ອມທັງໄດ້ສູບເອົາອາກາດອັນປອດໂປ່ງ, ເຢັນສະບາຍອີກດ້ວຍ

ເກາະແຫ່ງຕ່າງໆທີ່ແຂກທ່ອງທ່ຽວບໍ່ຄວນພາດໂອກາດແວ່ຢາມໃນລະດູຮ້ອນປີ 2024 - ảnh 1

ພາບ: ເຈິ່ນນາມ

ເມື່ອມາຢາມ ໂກໂຕ, ແຂກທ່ອງທ່ຽວຈະໄດ້ຄົ້ນຫາທັດສະນີຍະພາບແຫ່ງຕ່າງໆ, ເຊັ່ນ: ປະພາຄານ, ວັດ ຈຸກເລິມ, ເຂດອະນຸສອນສະຖານປະທານ ໂຮ່ຈີມິນ.

ເກາະແຫ່ງຕ່າງໆທີ່ແຂກທ່ອງທ່ຽວບໍ່ຄວນພາດໂອກາດແວ່ຢາມໃນລະດູຮ້ອນປີ 2024 - ảnh 2

ຂຶ້ນຈອມປະພາຄານ ທີ່ມີຄວາມສູງ 102 ແມັດ, ທ່ານສາມາດຮັບຊົມທົ່ວເຂດ ໂກໂຕ ໄດ້

ເກາະແຫ່ງຕ່າງໆທີ່ແຂກທ່ອງທ່ຽວບໍ່ຄວນພາດໂອກາດແວ່ຢາມໃນລະດູຮ້ອນປີ 2024 - ảnh 3

ພາຍຫຼັງທີ່ມີຕາໜ່າງໄຟຟ້າແຫ່ງຊາດ ເມື່ອປີ 2013, ເກາະ ໂກໂຕ ນັບມື້ນັບພັດທະນາ ດ້ວຍບັນດາກິດຈະກຳປະດັບປະດາຕົວເມືອງ, ຖະໜົນຍ່າງທີ່ເປັນເອກະລັກ, ການບໍລິການອາຫານການກິນກໍນັບມື້ນັບຫຼາກຫຼາຍຂຶ້ນ ເພື່ອຮັບໃຊ້ແຂກທ່ອງທ່ຽວ.

ເກາະ ຫຼີເຊີນ

ຫຼີເຊີນ ແມ່ນເມືອງເກາະຂຶ້ນກັບແຂວງ ກວ໋າງງາຍ ມີຊື່ສຽງຍ້ອນທຳມະຊາດທີ່ຮົກເຮື້ອ ແລະ ມີຈຸດວັດທະນະທຳທີ່ເປັນເອກະລັກ.

ເກາະແຫ່ງຕ່າງໆທີ່ແຂກທ່ອງທ່ຽວບໍ່ຄວນພາດໂອກາດແວ່ຢາມໃນລະດູຮ້ອນປີ 2024 - ảnh 4

ພາບ: bvhttdl.gov.vn

ເກາະແຫ່ງຕ່າງໆທີ່ແຂກທ່ອງທ່ຽວບໍ່ຄວນພາດໂອກາດແວ່ຢາມໃນລະດູຮ້ອນປີ 2024 - ảnh 5

ດ້ວຍບັນດາຫາດຊາຍທະເລຂາວທີ່ດຶງດູດໃຈ, ນ້ຳທະເລສີຟ້າໃສດັ່ງແກ້ວມະນີ, ຫຼີເຊີນ ເປັນສະຖານທີ່ຕາກອາກາດອັນສຸດຍອດສຳລັບຜູ້ມັກຮັກທະເລ

ເກາະແຫ່ງຕ່າງໆທີ່ແຂກທ່ອງທ່ຽວບໍ່ຄວນພາດໂອກາດແວ່ຢາມໃນລະດູຮ້ອນປີ 2024 - ảnh 6

ປາກພູເຂົາໄຟເກົ່າ ໃນເກາະຫຼີເຊີນ ກໍເປັນສະຖານທີ່ແຫ່ງໜຶ່ງທີ່ດຶງດູດແຂກທ່ອງທ່ຽວ

ກູ່ລາວຈ່າມ

ກູ່ລາວຈ່າມ ແມ່ນເກາະທີ່ມີຊື່ສຽງໃນບໍລິເວນນະຄອນ ໂຮ້ຍອານ, ແຂວງ ກວ໋າງນາມ. ວັນທີ 26 ພຶດສະພາ 2009, ກູ່ລາວຈ່າມ ໄດ້ຮັບການຮັບຮອງຈາກອົງການ UNESCO ວ່າ ເປັນເຂດຊີວະນາໆພັນລະດັບໂລກ.

ເກາະແຫ່ງຕ່າງໆທີ່ແຂກທ່ອງທ່ຽວບໍ່ຄວນພາດໂອກາດແວ່ຢາມໃນລະດູຮ້ອນປີ 2024 - ảnh 7

ພາບ: quangnam.gov.vn

ແຂກທ່ອງທ່ຽວ ມາ ກູ່ລາວຈ່າມ ຈະໄດ້ເຂົ້າຮ່ວມບັນດາກິດຈະກຳຄື: ອາບນ້ຳທະເລ, ດຳນ້ຳຊົມປະກາລັງຢູ່ ແອວຢໍ໊, ບ໊າຍເຊັບ, ບ໊າຍອອງ ຫຼື ຢ້ຽມຊົມນ້ຳສ້າງເກົ່າແກ່ທີ່ມີອາຍຸ 200 ປີ ຂອງຊາວເຜົ່າຈຳ ແລະ ຢ້ຽມຢາມວັດ ຫາຍຕ້າງ.
ເກາະແຫ່ງຕ່າງໆທີ່ແຂກທ່ອງທ່ຽວບໍ່ຄວນພາດໂອກາດແວ່ຢາມໃນລະດູຮ້ອນປີ 2024 - ảnh 8

ເກາະ ນາມຢູ

ເກາະນາມຢູ ຢູ່ກາງຕາແສງ ອານເຊີນ ແລະ ນາມຢູ, ເມືອງ ກຽນຫາຍ, ແຂວງ ກຽນຢາງ

ເກາະແຫ່ງຕ່າງໆທີ່ແຂກທ່ອງທ່ຽວບໍ່ຄວນພາດໂອກາດແວ່ຢາມໃນລະດູຮ້ອນປີ 2024 - ảnh 9

ພາບ: bvhttdl.gov.vn

ນ້ຳທະເລຢູ່ເກາະ ນາມຢູ ໃສ ຈົນວ່າ ເຮົາສາມາດຊົມປາກະລັງ ແລະ ປາຝຸງຕ່າງໆທີ່ພວມພາກັນລອຍຫຼີ້ນ

ເກາະແຫ່ງຕ່າງໆທີ່ແຂກທ່ອງທ່ຽວບໍ່ຄວນພາດໂອກາດແວ່ຢາມໃນລະດູຮ້ອນປີ 2024 - ảnh 10
ພາບ: TTXVN

ເກາະ ດຽບເຊີນ

ເມື່ອມາຢາມເກາະ ດຽບເຊີນ, ແຂກທ່ອງທ່ຽວສາມາດຍ່າງຈາກເກາະນີ້ ໄປສູ່ເກາະອື່ນ ຫຼື ເລາະຄົ້ນຫາທັດສະນີຍະພາບຢູ່ໃນເກາະ


ເກາະແຫ່ງຕ່າງໆທີ່ແຂກທ່ອງທ່ຽວບໍ່ຄວນພາດໂອກາດແວ່ຢາມໃນລະດູຮ້ອນປີ 2024 - ảnh 11

ເກາະດຽບເຊີນແມ່ນໜຶ່ງໃນບັນດາສະຖານທີ່ check-in ທີ່ໄດ້ຮັບຄວາມນິຍົມຊົມຊອບຈາກໄວໜຸ່ມ

ພາບ: laodong.vn

ເກາະແຫ່ງຕ່າງໆທີ່ແຂກທ່ອງທ່ຽວບໍ່ຄວນພາດໂອກາດແວ່ຢາມໃນລະດູຮ້ອນປີ 2024 - ảnh 12
ພາບ: laodong.vn
ເກາະແຫ່ງຕ່າງໆທີ່ແຂກທ່ອງທ່ຽວບໍ່ຄວນພາດໂອກາດແວ່ຢາມໃນລະດູຮ້ອນປີ 2024 - ảnh 13

                                                                                                        ລວບລວມໂດຍ ບຸ່ຍຮັ່ງ


ຕອບກັບ

ຂ່າວ/ບົດ​ອື່ນ