ໂຖຮ່າ - ໝູ່ບ້ານເກົ່າແກ່ຢູ່ແຄມຝັ່ງແມ່ນ້ຳເກົ່າ

(VOVWORLD) - ໂດຍຕັ້ງຢູ່ແຄມຝັ່ງແມ່ນ້ຳເກົ່າ ທີ່ງາມດັ່ງໃນຝັນ, ເຖິງວ່າໄດ້ຜ່ານການກະທົບນາໆປະການ ແຕ່ໝູ່ບ້ານ ໂຖຮ່າ ຍັງຮັກສາໄດ້ຄວາມງາມແບບເກົ່າແກ່, ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳ ຫວຽດນາມ.
ໂຖຮ່າ - ໝູ່ບ້ານເກົ່າແກ່ຢູ່ແຄມຝັ່ງແມ່ນ້ຳເກົ່າ - ảnh 1
ໝູ່ບ້ານ ໂຖຮ່າ (ຂຶ້ນກັບຕາແສງ ເວິນຮ່າ, ເມືອງ ຫວຽດອຽນ, ແຂວງ ບັກຢາງ) ຫ່າງຈາກໃຈກາງນະຄອນ ຮ່າໂນ້ຍ ປະມານ 45 ກິໂລແມັດ, ລຽບຕາມແຄມແມ່ນ້ຳ ເກົ່າ. ນີ້ແມ່ນໜຶ່ງໃນບັນດາໝູ່ບ້ານຈຳນວນໜ້ອຍຢູ່ ຫວຽດນາມ, ເມື່ອຢາກຂ້າມໄປຕ້ອງຂີ່ເຮືອ ຫຼື ຂີ່ບັກ. ພາບ: ວັນເຈືອງ/VTCnews.
ໂຖຮ່າ - ໝູ່ບ້ານເກົ່າແກ່ຢູ່ແຄມຝັ່ງແມ່ນ້ຳເກົ່າ - ảnh 2
ປະຕູໂຂງເຂົ້າບ້ານມີສະຖາປັດຕະຍາກຳທີ່ສວຍງາມ, ໃຫຍ່ໂຕ ແລະ ເຂັ້ມຂົ້ນໄປດ້ວຍຈຸດທີ່ເປັນເອກະລັກຂອງວັດທະນະທຳທີ່ເປັນມູນເຊື້ອຂອງເຂດທົ່ງພຽງທາງພາກເໜືອ ຫວຽດນາມ (ພາບ: VOV.VN)
ໂຖຮ່າ - ໝູ່ບ້ານເກົ່າແກ່ຢູ່ແຄມຝັ່ງແມ່ນ້ຳເກົ່າ - ảnh 3
ໂຖຮ່າ ເຄີຍເປັນທ່າເຮືອຄ້າຂາຍທີ່ມີເຮືອເຂົ້າ - ອອກທ່າ ຍືງວຽດ ຢ່າງຄັບຄາໜາແໜ້ນ, ນຳເອົາບັນດາຜະລິດຕະພັນເຄື່ອງປັ້ນດິນເຜົາສີມືຊ່າງໃນບ້ານໄປຂາຍຢູ່ທົ່ວທຸກແຫ່ງ. ອາຊີບເຮັດເຄື່ອງປັ້ນດິນເຜົາ ໂຖຮ່າ ມີມາແຕ່ສະຕະວັດທີ 12 ແລະ ແມ່ນໜຶ່ງໃນສູນເຮັດເຄື່ອງປັ້ນດິນເຜົາເກົ່າແກ່ທີ່ສຸດຂອງຊາວ ຫວຽດນາມ ສາມແຫ່ງ, ໄປຄຽງຂ້າງກັບ ຝູ່ຫຼາງ ແລະ ບາດຈ່າງ. ຕາມການເວລາ, ອາຊີບເຮັດເຄື່ອງປັ້ນດິນເຜົາກໍຖືກຈາງຫາຍໄປ, ນັບແຕ່ຊຸມປີ 1900 ຂອງສະຕະວັດກ່ອນມາຮອດປັດຈຸບັນ, ໂຖຮ່າ ໄດ້ກາຍເປັນໝູ່ບ້ານເຮັດເຂົ້າຂຽບປີ້ງ, ແຜ່ນຢໍ່ທີ່ເປັນມູນເຊື້ອ. ພາບ: vietyen.bacgiang.gov.vn
ໂຖຮ່າ - ໝູ່ບ້ານເກົ່າແກ່ຢູ່ແຄມຝັ່ງແມ່ນ້ຳເກົ່າ - ảnh 4
ເຖິງຢ່າງໃດກໍຕາມ, ຮ່ອງຮອຍເກົ່າຂອງອາຊີບເຮັດເຄື່ອງປັ້ນດິນເຜົານັ້ນ ຍັງເກັບຮັກສາໄວ້ໃນກຳແພງເມືອງອັນເກົ່າແກ່. ພາບ: ວັນເຈື່ອງ/ VTCnews.
ໂຖຮ່າ - ໝູ່ບ້ານເກົ່າແກ່ຢູ່ແຄມຝັ່ງແມ່ນ້ຳເກົ່າ - ảnh 5
ປັດຈຸບັນ, ແຕ່ລະຮ່ອມໃນບ້ານໄດ້ໝູນໃຊ້ເພື່ອຕາກເຂົ້າຂຽບ, ອັນໄດ້ສ້າງເປັນພາບທີ່ມີຄວາມເປັນເອກະລັກໃຫ້ແກ່ ໂຖຮ່າ. ພາບ: ຮົ່ງຟຸກ/ qdnd.vn
ໂຖຮ່າ - ໝູ່ບ້ານເກົ່າແກ່ຢູ່ແຄມຝັ່ງແມ່ນ້ຳເກົ່າ - ảnh 6
ໂຖຮ່າ - ໝູ່ບ້ານເກົ່າແກ່ຢູ່ແຄມຝັ່ງແມ່ນ້ຳເກົ່າ - ảnh 7
ເຂົ້າຂຽບ ໂຖຮ່າ ມີຊື່ສຽງວ່າຫອມແຊບ ຍ້ອນວ່າໄດ້ນຳໃຊ້ວັດຖຸດິບທີ່ຜ່ານການຄັດເລືອກມາຢ່າງລອບຄອບຖີ່ຖ້ວນ ແລະ ໃສ່ເຄື່ອງປຸງພໍດີກິນ. ພາບ: ຮົ່ງຝຸກ/ qdnd.vn
ໂຖຮ່າ - ໝູ່ບ້ານເກົ່າແກ່ຢູ່ແຄມຝັ່ງແມ່ນ້ຳເກົ່າ - ảnh 8
ສາລາ ໂຖຮ່າ ແມ່ນສາລາທີ່ມີຊື່ສຽງຢູ່ເຂດພາກເໜືອ ຫວຽດນາມ, ໂດຍໄດ້ຮັບການສ້າງຕັ້ງຂຶ້ນເມື່ອປີ 1692, ໃນສະໄໝເຈົ້າຊີວິດ ເລຮີຕົງ. ນີ້ແມ່ນກິດຈະກຳທີ່ເຂັ້ມຂົ້ນໄປດ້ວຍຮ່ອງຮອຍສະຖາປັດຕະຍາກຳທີ່ເປັນເອກະລັກສະເພາະຂອງໝູ່ບ້ານເຮັດເຄື່ອງບັ້ນດິນເຜົາ ທີ່ເຄີຍພັດທະນາໃນໄລຍະໜຶ່ງ. ພາບ: ວັນເຈື່ອງ/ VTCnews.
ໂຖຮ່າ - ໝູ່ບ້ານເກົ່າແກ່ຢູ່ແຄມຝັ່ງແມ່ນ້ຳເກົ່າ - ảnh 9
ປະຕູຂອງສາລາ ໂຖຮ່າ ແມ່ນຜົນງານແກະສະຫຼັກໄມ້ທີ່ເປັນເອກະລັກສະເພາະ, ເຮັດດ້ວຍໄມ້ ແລະ ທາສີໂອບຄຳ ແລະ ດິນເຜົາ, ເຊິ່ງໄດ້ຮັບຖືວ່າ ແມ່ນ “ວັດຖຸທີ່ມີຄ່າ” ຂອງປະຊາຊົນໝູ່ບ້ານ ໂຖຮ່າ. ພາບ: ວັນຢາງ/ VOV.VN
ໂຖຮ່າ - ໝູ່ບ້ານເກົ່າແກ່ຢູ່ແຄມຝັ່ງແມ່ນ້ຳເກົ່າ - ảnh 10
ໂຖຮ່າ - ໝູ່ບ້ານເກົ່າແກ່ຢູ່ແຄມຝັ່ງແມ່ນ້ຳເກົ່າ - ảnh 11
ໂຖຮ່າ - ໝູ່ບ້ານເກົ່າແກ່ຢູ່ແຄມຝັ່ງແມ່ນ້ຳເກົ່າ - ảnh 12
ດ້ວຍບັນດາຄຸນຄ່າທີ່ເປັນເອກະລັກ, ດີເດັ່ນນັ້ນ, ເດືອນທັນວາ 2020, ປະຕູສາລາ ໂຖຮ່າ ໄດ້ຮັບການຮັບຮອງຈາກນາຍົກລັດຖະມົນຕີວ່າ ເປັນວັດຖຸມີຄ່າລະດັບຊາດ. ພາບ: ວັນຢາງ/ VOV.VN
ໂຖຮ່າ - ໝູ່ບ້ານເກົ່າແກ່ຢູ່ແຄມຝັ່ງແມ່ນ້ຳເກົ່າ - ảnh 13
ໂດຍຜ່ານກວ່າ 300 ກວ່າປີ, ບັນດາຜົນງານແກະສະຫຼັກຍັງຮັກສາໄດ້ສະພາບເດີມ ແລະ ປະຊາຊົນ ໂຖຮ່າ ໄດ້ຮັກສາແຕ່ລຸ້ນສູ່ລຸ້ນ ຄືດັ່ງເປັນສິ່ງທີ່ສັກສິດທີ່ສຸດ, ດ້ວຍຄວາມເຄົາລົບນັບຖືທີ່ສຸດ. ແຕ່ລະປີ, ຮອດວັນທີ 15 ເດືອນຈຽງ ແລະ ວັນທີ 20 ເດືອນ 8 ໄລ່ຕາມຈັນທະປະຕິທິນ, ປະຊາຊົນໃນບ້ານໄດ້ນຳເອົາເຄື່ອງໄປຖະຫວາຍ ເພື່ອສະແດງຄວາມເຄົາລົບນັບຖືຕໍ່ພັນພະບຸລຸດ. ພາບ: ວັນຢາງ/ VOV.VN./.

ຕອບກັບ

ຂ່າວ/ບົດ​ອື່ນ