ໝາກແປ້ນປະດັບທີ່ປົກຫຸ້ມເຮືອນຈຳລອງບູຮານມີລາຄານັບຮ້ອຍລ້ານດົ່ງເພື່ອຕ້ອນຮັບບຸນເຕັດ

(VOVWORLD) -ໜຶ່ງໃນບັນດາຕົ້ນໄມ້ປະດັບທີ່ເປັນເອກລັກສະເພາະໃນໂອກາດບຸນປີໃໝ່ປະຈຳຊາດ (ບຸນເຕັດ) ປີຂານ 2022 ແມ່ນຕົ້ນໝາກແປ້ນສົມທົບກັບເຮືອນຈຳລອງບູຮານ.
ໝາກແປ້ນປະດັບທີ່ປົກຫຸ້ມເຮືອນຈຳລອງບູຮານມີລາຄານັບຮ້ອຍລ້ານດົ່ງເພື່ອຕ້ອນຮັບບຸນເຕັດ - ảnh 1
ຕົ້ນໝາກແປ້ນແມ່ນຕົ້ນໄມ້ປະດັບທີ່ຂາດບໍ່ໄດ້ໃນໂອກາດບຸນເຕັດ. ເພື່ອຮັບໃຊ້ຄວາມຕ້ອງການຫຼາກຫຼາຍຮູບແບບຂອງຜູ້ບໍລິໂພກ, ມີຕົ້ນໝາກແປ້ນຫຼາຍຊະນິດ “ໜຶ່ງບໍ່ມີສອງ” ໄດ້ສະເໜີຂາຍອອກສູ່ຕະຫຼາດ.
ໝາກແປ້ນປະດັບທີ່ປົກຫຸ້ມເຮືອນຈຳລອງບູຮານມີລາຄານັບຮ້ອຍລ້ານດົ່ງເພື່ອຕ້ອນຮັບບຸນເຕັດ - ảnh 2
ໜຶ່ງໃນບັນດາຕົ້ນໝາກແປ້ນປະດັບທີ່ພິເສດທີ່ສຸດ ອາດຕ້ອງເວົ້າເຖິງຕົ້ນໝາກແປ້ນ bonsai ສົມທົບກັບເຮືອນຈຳລອງບູຮານ. ມັນໄດ້ສ້າງມາຈາກຕົ້ນໝາກແປ້ນທີ່ມີໝາກສີເຫຼືອງດົກໜາ ສົມທົບກັບເຮືອນຈຳລອງບູຮານທີ່ເປັນເອກະລັກສະເພາະ.
ໝາກແປ້ນປະດັບທີ່ປົກຫຸ້ມເຮືອນຈຳລອງບູຮານມີລາຄານັບຮ້ອຍລ້ານດົ່ງເພື່ອຕ້ອນຮັບບຸນເຕັດ - ảnh 3
ໝາກແປ້ນປະດັບທີ່ປົກຫຸ້ມເຮືອນຈຳລອງບູຮານມີລາຄານັບຮ້ອຍລ້ານດົ່ງເພື່ອຕ້ອນຮັບບຸນເຕັດ - ảnh 4
ຕົ້ນກຳເນີດຂອງຕົ້ນໝາກແປ້ນສົມທົບກັບເຮືອນຈຳລອງບູຮານແມ່ນມາຈາກໝູ່ບ້ານປູກໝາກແປ້ນ ຕືລຽນ (ບ້ານ ຕືລຽນ, ເມືອງ ໄຕໂຮ່, ຮ່າໂນ້ຍ).
ໝາກແປ້ນປະດັບທີ່ປົກຫຸ້ມເຮືອນຈຳລອງບູຮານມີລາຄານັບຮ້ອຍລ້ານດົ່ງເພື່ອຕ້ອນຮັບບຸນເຕັດ - ảnh 5
ໝາກແປ້ນປະດັບທີ່ປົກຫຸ້ມເຮືອນຈຳລອງບູຮານມີລາຄານັບຮ້ອຍລ້ານດົ່ງເພື່ອຕ້ອນຮັບບຸນເຕັດ - ảnh 6
ເມື່ອແບ່ງປັນກັບນັກຂ່າວຊ່ອງໂທລະພາບ VTC News, ເອື້ອຍ ລິງ - ເຈົ້າຂອງສວນໝາກແປ້ນປະດັບຢູ່ບ້ານ ຕືລຽນ ໃຫ້ຮູ້ວ່າ, ຂັ້ນຕອນເພື່ອສ້າງຜະລິດຕະພັນຄືແນວນັ້ນແມ່ນຕ້ອງເສຍກຳລັງ ແລະ ເຫື່ອແຮງຫຼາຍ.
ໝາກແປ້ນປະດັບທີ່ປົກຫຸ້ມເຮືອນຈຳລອງບູຮານມີລາຄານັບຮ້ອຍລ້ານດົ່ງເພື່ອຕ້ອນຮັບບຸນເຕັດ - ảnh 7
ນັບແຕ່ກ້າຕົ້ນ, ບົວລະບັດແລ້ວ, ດັດໃຫ້ຕົ້ນໝາກແປ້ນເປັນຮູບທີ່ເໝາະສົມກັບແຕ່ລະຮູບຈຳລອງ. ຫຼັກຈາກນັ້ນເມື່ອຮອດເວລາໝາກແປ້ນສຸກເຫຼືອງຈະເສຍເວລາປະມານ 8 ເດືອນ.
ໝາກແປ້ນປະດັບທີ່ປົກຫຸ້ມເຮືອນຈຳລອງບູຮານມີລາຄານັບຮ້ອຍລ້ານດົ່ງເພື່ອຕ້ອນຮັບບຸນເຕັດ - ảnh 8
ໂດຍໄດ້ຮູ້ມາວ່າ, ບັນດາຜົນງານປະດັບຕົ້ນໝາກແປ້ນສົມທົບກັບເຮືອນຈຳລອງບູຮານຢູ່ບ້ານ ຕືລຽນ ທີ່ຂາຍຢູ່ກັບສວນມີລາຄາປະມານ 10 – 15 ລ້ານດົ່ງ.
ໝາກແປ້ນປະດັບທີ່ປົກຫຸ້ມເຮືອນຈຳລອງບູຮານມີລາຄານັບຮ້ອຍລ້ານດົ່ງເພື່ອຕ້ອນຮັບບຸນເຕັດ - ảnh 9
ນອກຈາກການຊື້ຂາດຕົວແລ້ວ, ຜູ້ບໍລິໂພກສາມາດເຊົ່າກໍ່ໄດ້, ດ້ວຍລາຄາຖືກກວ່າເຄິ່ງໜຶ່ງເມື່ອທຽບກັບລາຄາຂາຍ. ຕົວຢ່າງຄື, ຕົ້ນໝາກແປ້ນສົມທົບກັບເຮືອນຈຳລອງບູຮານມີລາຄາ 15 ລ້ານດົ່ງ, ແຂກຈະເຊົ່າດ້ວຍລາຄາແຕ່ 7-8 ລ້ານດົ່ງ.
ໝາກແປ້ນປະດັບທີ່ປົກຫຸ້ມເຮືອນຈຳລອງບູຮານມີລາຄານັບຮ້ອຍລ້ານດົ່ງເພື່ອຕ້ອນຮັບບຸນເຕັດ - ảnh 10
ເຂົ້າຂອງສ່ວນຜູ້ໜຶ່ງຢູ່ທີ່ນີ້ໃຫ້ຮູ້ວ່າ, ປະຈຸບັນແມ່ນໃກ້ຈະຮອດບຸນເຕັດແລ້ວ, ຈຳນວນຜູ້ມາເບິ່ງ ແລະ ຖາມຊື້ຕົ້ນໝາກແປ້ນປະດັບນັບມື້ນັບຫຼາຍຂຶ້ນ.
ໝາກແປ້ນປະດັບທີ່ປົກຫຸ້ມເຮືອນຈຳລອງບູຮານມີລາຄານັບຮ້ອຍລ້ານດົ່ງເພື່ອຕ້ອນຮັບບຸນເຕັດ - ảnh 11
ເຈົ້າຂອງສວນນີ້ໃຫ້ຮູ້ວ່າ “ຍ້ອນໄດ້ຮັບຜົນກະທົບຈາກໂລກລະບາດໂຄວິດ-19, ຈຳນວນລູກຄ້າໄດ້ຫຼຸດລົງໜ້ອຍໜຶ່ງເມື່ອທຽບໃສ່ຊຸມປີກ່ອນນີ້. ກ່ຽວກັບລາຄາຂອງຕົ້ນໝາກແປ້ນປະດັບຢູ່ທີ່ນີ້ກໍ່ບໍ່ມີການປ່ຽນແປງຫຼາຍ”.
ໝາກແປ້ນປະດັບທີ່ປົກຫຸ້ມເຮືອນຈຳລອງບູຮານມີລາຄານັບຮ້ອຍລ້ານດົ່ງເພື່ອຕ້ອນຮັບບຸນເຕັດ - ảnh 12
ຕົ້ນໝາກແປ້ນສົມທົບກັບເຮືອນຈຳລອງບູຮານມີລາຄາ 15 ລ້ານດົ່ງ.
ໝາກແປ້ນປະດັບທີ່ປົກຫຸ້ມເຮືອນຈຳລອງບູຮານມີລາຄານັບຮ້ອຍລ້ານດົ່ງເພື່ອຕ້ອນຮັບບຸນເຕັດ - ảnh 13
ນອກຈາກຕົ້ນໝາກແປ້ນສົມທົບກັບເຮືອນຈຳລອງບູຮານແລ້ວ, ໃນຊຸມປີມໍ່ໆມານີ້, ທ່າອ່ຽງປູກຕົ້ນໝາກແປ້ນປະດັບໃສ່ໃນໂຖແກະຄວັດສັດມຸງຄຸນທີ່ເປັນຕົວແທນໃຫ້ປີໃໝ່ ກໍໄດ້ຮັບຄວາມນິຍົມຊົມຊອບຈາກຫຼາຍຄົນ.
ໝາກແປ້ນປະດັບທີ່ປົກຫຸ້ມເຮືອນຈຳລອງບູຮານມີລາຄານັບຮ້ອຍລ້ານດົ່ງເພື່ອຕ້ອນຮັບບຸນເຕັດ - ảnh 14
ໝາກແປ້ນປະດັບທີ່ປົກຫຸ້ມເຮືອນຈຳລອງບູຮານມີລາຄານັບຮ້ອຍລ້ານດົ່ງເພື່ອຕ້ອນຮັບບຸນເຕັດ - ảnh 15
ປະຈຸບັນ, ໂຖໂຕເສື້ອກອດຕົ້ນໝາກແປ້ນ ພວມຂາຍໄດ້ລາຄາແຕ່ 1 – 1,5 ລ້ານດົ່ງ/ໂຖ. ນີ້ແມ່ນລາຄາປານກາງສຳລັບຕົ້ນໄມ້ປະດັບໃນຍາມບຸນເຕັດ.

ຕອບກັບ

ຂ່າວ/ບົດ​ອື່ນ