175ປະເທດລົງນາມໃນຂໍ້ຕົກລົງປາຣີກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ


 175ປະເທດລົງນາມໃນຂໍ້ຕົກລົງປາຣີກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ - ảnh 1
175ປະເທດລົງນາມໃນຂໍ້ຕົກລົງປາຣີ
ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ
(ພາບ: Getty)

(vovworld)- ເຫດ​ການ​ສຳ​ຄັນ​ດັ່ງ​ກ່າວ​ຖືກ​ດຳ​ເນີນ​ໄປ​ໃນວັນ​ທີ 22/4 ຢູ່​ສຳ​ນັກ​ງານ ສ​ປ​ຊ ທີ່​ນິວຢອກ  ສະ​ຫະ​ລັດ​ອາ​ເມ​ລິ​ກາ. ນີ້​ແມ່ນ​ບາດ​ກ້າວ​ສຳ​ຄັນ ອາດ​ຈະ​ນຳ​ຂໍ້​ຕົກ​ລົງ​ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ທົ່ວ​ໂລກ​ມີ​ຜົນ​ສັກ​ສິດ​ກ່ອນ​ຄາດ​ໝາຍ​ໃນ​ຫລາຍ​ປີ. ເຂົ້າ​ຮ່ວມ​ພິ​ທີ​ລົງ​ນາມ ມີ​ປະ​ມຸກ​ລັດ​ຫລາຍ​ປະ​ເທດ. ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ໂດຍ​ທ່ານ ເຈີນ​ຮົ່ງ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ຊັບ​ພະ​ຍາ​ກອນ ແລະ ສິ່ງ​ແວດ​ລ້ອມ ໄດ້​ເຂົ້າ​ຮ່ວມ​ພິ​ທີ​ດັ່ງ​ກ່າວ.

ເມື່ອ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ​ຢູ່ນອກ​ພິ​ທີ​ລົງ​ນາມ, ທ່ານ ລັດ​ຖະ​ມົນ​ຕີ ເຈີນ​ຮົ່ງ ໄດ້​ເນັ້​ນ​ຫນັກ​ວ່າງ: ເຖິງວ່າ​ຂໍ້​ຕົກ​ລົງພຽງ​ແຕ່​ເລີ່ມ​ຕົ້ນ​ມີ​ຜົນ​ສັກ​ສິດ​ນັບ​ແຕ່​ຫລັງ​ປີ 2020 ກໍ​ຕາມ, ແຕ່​ປະ​ຈຸ​ບັນ ຂໍ້​ຕົກ​ລົງ ປາ​ຣີ ໄດ້ ແລະ ພວມ​ເປີດ​ບັນ​ດາ​ກາ​ລະ​ໂອ​ກາດ​ອັນ​ໃຫຍ່​ຫລວງ​ໃຫ້​ແກ່​ບັນ​ດາ​ປະ​ເທດ, ໃນ​ນັ້ນ​ມີ​ຫວຽດ​ນາມ. ນີ້​ແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້​ຫວຽດ​ນາມ ຕີ​ລາ​ຄາ​ຄືນ​ຮູບ​ແບບ​ພັດ​ທະ​ນາ​ສ່ວນ​ຫລາຍ​ອີງ​ໃສ່​ຄ່າ​ແຮງ​ງານ​ຕ່ຳ, ຊັບ​ພະ​ຍາ​ກອນ​ທ​ຳ​ມະ​ຊາດ ເພື່ອ​ຫັນ​ໄປ​ສູ່​ຮູບ​ແບບ​ພັດ​ທະ​ນາ​ຂຽວ, ບໍ່​ກໍ່​ມົນ​ລະ​ພິດ​ເຖິງ​ສິ່ງ​ແວດ​ລ້ອມ. ພ້ອມ​ທັງ​ກໍ​ແມ່ນ​ຈຸດ​ເວ​ລາ​ຍາດ​ແຍ່ງ​ແຫລ່ງ​ກຳ​ລັງ, ບົດ​ຮຽນ, ເຕັກ​ໂນ​ໂລ​ຊີ​ຂອງ​ບັນ​ດາ​ປະ​ເທດ​ກ້າວ​ຫນ້າ​ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ.

 

ຂ່າວ/ບົດ​ອື່ນ