18 ປະເທດ ແລະ ເຂດແຄ້ວນເຂົ້າຮ່ວມງານວາງສະແດງສາກົນສະເພາະຂະແໜງການແພດການຢາຄັ້ງທີ 26
(VOVWORLD) - ຕອນເຊົ້າວັນທີ 05 ທັນວາ, ທີ່ຮ່າໂນ້ຍ, ໄດ້ໄຂງານວາງສະແດງສາກົນສະເພາະຂະແໜງການແພດການຢາ 2019 (Vietnam Medipharm Expo) ຄັ້ງທີ 26.
ພິທີໄຂງານວາງສະແດງສາກົນສະເພາະຂະແໜງການແພດການຢາ 2019 ພາບ:TTXVN |
ງານວາງສະແດງມີຮ້ານວາງສະແດງປະມານ 220 ຮ້ານຂອງວິສາຫະກິດ 180 ແຫ່ງທີ່ມາຈາກ 18 ປະເທດ ແລະ ເຂດແຄ້ວນໃນໂລກ, ວາງສະແດງ ແລະ ແນະນຳບັນດາຜະລິດຕະພັນພາຫະນະອຸປະກອນການແພດທັນສະໄໝ, ບັນດາປະເພດການຢາທີ່ມີຄຸນນະພາບສູງ, ຜະລິດຕະພັນເບິ່ງແຍງສຸຂະພາບທີ່ເປັນຫລາຍຮູບຫລາຍແບບ. ງານວາງສະແດງແມ່ນເວທີປາໄສເຊື່ອມຕໍ່ການດຳເນີນທຸລະກິດ, ພົບປະເຈລະຈາ, ຖ່າຍທອດເຕັກໂນໂລຊີ, ປະກອບສ່ວນເຂົ້າໃນວຽກງານເບິ່ງແຍງ ແລະ ຮັກສາສຸຂະພາບປະຊາຊົນ. ງານວາງສະແດງຈະດຳເນີນຮອດວັນທີ 07 ທັນວາ.