(ພາບປະກອບ)
(vovworld) - ຕາມກົມໃຫຍ່ສະຖິຕິແລ້ວ, ວົງເງິນສິນຄ້າສົ່ງອອກໃນເດືອນກຸມພາປີ 2016 ບັນລຸ10,3 ຕື້ USD ແລະ ໄລ່ລວມ 2 ເດືອນຕົ້ນປີ, ວົງເງິນສິນຄ້າສົ່ງອອກຄາດວ່າບັນລຸໄດ້ 23,7 ຕື້ USD, ເພີ່ມຂຶ້ນ 2,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ກ່ຽວກັບຕະຫລາດສິນຄ້າສົ່ງອອກໃນ 02 ເດືອນຕົ້ນປີນີ້, ອາເມລິກາ ຍັງເປັນຕະຫລາດໃຫຍ່ທີ່ສຸດ ດ້ວຍວົງເງິນບັນລຸໄດ້ 5,1 ຕື້ USD; ຖັດມາແມ່ນສະຫະພາບ ເອີລົບ, ຈີນ, ຍີ່ປຸ່ນ, ສ.ເກົາຫຼີ. ຄາດລວມແລ້ວໃນ 02 ເດືອນຕົ້ນປີ, ຫວຽດນາມ ສົ່ງອອກເກີນດຸນ 865 ລ້ານ USD.