ABU: ສ້າງຄວາມໄວ້ເນື້ອ ເຊື່ອໃຈໃນຂົງເຂດສືສານ

ABU: ສ້າງຄວາມໄວ້ເນື້ອ ເຊື່ອໃຈໃນຂົງເຂດສືສານ - ảnh 1
ກອງ​ປະຊຸມ​ສະມັດຊາ​ໃຫຍ່​ຄັ້ງ​ທີ 50 ຂອງ​
ສະຫະ​ສະມາຄົມ​ຈະ​ຈາ​ຍສຽງ ​ໂທລະພາບ​ອາຊີ - ປາຊີ​ຝີ​ກ
(ພາບ: vtv.vn)


(vovworld) - ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ສະມັດຊາ​ໃຫຍ່​ຄັ້ງ​ທີ 50 ຂອງ​ສະຫະ​ສະມາຄົມ​ຈະ​ຈາ​ຍສຽງ ​ໂທລະພາບ​ອາຊີ - ປາຊີ​ຝີ​ກ (ABU GA 50) ຢູ່​ຮ່າ​ໂນ້ຍ, ຕອນ​ເຊົ້າ​ວັນ​ທີ 26 ຕຸລາ, ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ສຳ​ມະ​ນາ​ດ້ວຍ​ຫົວ​ຂໍ້​ວ່າ ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃນ​ຂົງ​ເຂດ​ສື​ສານ. ທີ່​ກອງ​ປະຊຸມ​ສຳມ​ະນາ, ບັນດາ​ຜູ້​ແທນ​ລ້ວນ​ແຕ່​ຖື​ວ່າ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈມີ​ບົດ​ບາດ​ສຳຄັນ​ສຳລັບ​ການ​ຄົງ​ຕົວ ​ແລະ ການພັດທະນາ​ຂອງ​ບັນດາ​ອົງການ​ສື​ສານ​ໃນ​ໂລກ, ພິ​ເສດ​ແມ່ນ​ບັນດາຮູບ​ການ​ສື​ສານ​ສັງຄົມ ຫຼື ​ແວບ​ໄຊ​ສັງຄົມ​ຄື blog, Facebook, Twitter... ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈຂອງ​ຜູ້​ຊົມ​ຕໍ່​ສື​ສານ​ແມ່ນອີ່​ງ​ໃສ່​ວິທີ​​ໂຄສະນາ​ເຖິງ​ຜູ້​ຊົມ. ນັ້ນ​ແມ່ນ​ບັນດາ​ຂ່າວ​ທີ່​ແທດ​ຈິງ, ສ່ອງ​ແສງ​ຢ່າງ​ພາວະ​ວິ​ໄສ, ຊື່​ຕົງ. ທ່ານ Aidan White, ຜູ້ອຳນວຍການ​ສະຫະ​ສະມາຄົມ​ຄຸນ​ສົມບັດ​ສື​ສານ​ຂອງ​ອັງກິດ​ ໃຫ້​ຮູ້​ວ່າ.

   “ວົງ​ການສື​ສານ​ຕ້ອງ​ເຮັດ​ວຽກ​ອີ່​ງ​ບົນບັນດາຫຼັກການຄຸນ​ສົມບັດ, ມະນຸດສະ​ທຳ​ກວ່າ. ຕ້ອງ​ລົບ​ລ້າງ​ຮົ້ວ​ກີດຂວາງ​ການ​ຮ່ວມ​ມື ບໍ່​ພຽງ​ແຕ່​ໃນ​ຂອບ​ເຂດ​ປະ​ເທດ​ເທົ່າ​ນັ້ນ ຫາກ​ຍັງ​ໃນ​ທົ່ວ​ໂລກ​ອີກ​ດ້ອຍ. ພວກ​ເຮົາ​ຕ້ອງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ຮູບ​ການ​ສື​ສານ​ຄືໜັງສືພິມ, ວິທະຍຸ, ​ໂທລະພາ, ​ແວບ​ໄຊ​, ​ເພື່ອ​​ໂຄ​ສະນາ​ຂ່າວ​ເຖິງ​ຜູ້​ຊົມ​ໃຫ້​ດີ​ທີ່​ສຸດ”.

ຂ່າວ/ບົດ​ອື່ນ