APEC ໃຫ້ບຸລິມະສິດ ແກ່ບັນດາ “ຈຸດໝາຍ Bogor” ແລະ ຊຸກຍູ້ການ ເຊື່ອມຕໍ່ພາກພື້ນ

APEC ໃຫ້ບຸລິມະສິດ ແກ່ບັນດາ “ຈຸດໝາຍ Bogor” ແລະ ຊຸກຍູ້ການ ເຊື່ອມຕໍ່ພາກພື້ນ - ảnh 1
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ
(ພາບ: AFP/TTXVN)

(vovworld) - ວັນ​ທີ 21/4, ກອງ​ປະ​ຊຸມ​ລັດຖະມົນຕີ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ ອາຊີ - ປາຊີ​ຟີ​ກ (ຫລື APEC) ຢູ່​ປະ​ເທດ ອິນ​ໂດ​ເນ​ເຊຍ, ​ເພື່ອ​ແນ​ໃສ່​ກະກຽ​ມ​ໃຫ້​ແກ່​ກອງ​ປະຊຸມ​ສຸດ​ຍອດ APEC ​ໃນ​ທ້າຍ​ປີ​ນີ້, ກອງ​ປະຊຸມ​​ໄດ້​ສິ້ນ​ສຸດ​ລົງ​ດ້ວຍ​ຄຳ​ໝັ້ນ​ສັນຍາ​ໜູນ​ຊ່ວຍ​ລະບົບ​ການ​ຄ້າ ຫຼາຍ​ຝ່າຍ​ໃນ​ຂອບ​ເຂດ​ອົງການ​ການ​ຄ້າ ​ໂລກ (ຫຼື ​WTO), ​ເພີ່​ມທະວີ​ການ​ເຊື່ອ​ມຕໍ່​ພາກ​ພື້ນ ​ແລະ ສະຫງວນ​ບຸລິ​ມະສິດ​ຊຸກຍູ້​ການ​ປະຕິບັດ ​ແລະ ສ້າງສ​ຳ​ເລັດ​ບັນດາ “ຈຸດໝາຍ Bogor”, ​ທີ່​ໄດ້​ຮັບ​ການ​ເຫັນ​ດີ​ເຫັນ​ພ້ອມ​ຈາກ​ບັນດາ​ການ​ນຳ APEC ທີ່​ກອງ​ປະຊຸມ​ສຸດ​ຍອດ ປີ 1994 ຢູ່ Bogor. ຕາມ​ນັ້ນ​ແລ້ວ, APEC ຈະ​ກາຍ​ເປັນ​ພາກ​ພື້ນ​ເປີດ ​ແລະ ​ເສລີ​ທາງ​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ ດ້ວຍ​​ພື້ນຖານ​ເສດຖະກິດ​ສະມາຊິກ​ທັງ​ໝົດໃນ​ປີ 2020. ສິ້ນ​ສຸດ​ກອງ​ປະຊຸມ, ບັນດາ​ລັດຖະມົນຕີ APEC ​ໄດ້​ອອກ​ຖະ​ແຫລ​ງການ​ຮ່ວມ, ​ເຊິ່ງຢືນຢັນຄວາມ​ເຫັນ​ດີ​ເຫັນ​ພ້ອມ​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ລວມໝູ່ ​ເພື່ອ​ຮັບ​ມື​ກັບ​ການ​ທ້າ​ທາຍ​ຕ່າງ​ໆ ທີ່ອາດ​ຈະ​ສົ່ງ​ຜົນ​ສະທ້ອນ​ເຖິງ​ເສດຖະກິດ ພາກ​ພື້ນ ອາຊີ - ປາຊີ​ຟີ​ກ, ​ໃຫ້​ຄຳ​ໝັ້ນ​ສັນຍາ​ສືບ​ຕໍ່​ສະໜັບສະໜູນ​ລະບົບ​ການ​ຄ້າ​ຫລາຍ​ຝ່າຍ, ​ເດີນ​ຕາມບັນດາ​ຈຸດໝາຍ Bogor, ຊຸກຍູ້​ການ​ເຕີບ​ໂຕ​ແບບ​ຍືນ​ຍົງ ​ແລະ ມີ​ຄວາມ​ສະ​ເໝີ​ພາບ, ພ້ອມ​ທັງ​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ພາກ​ພື້ນ. ​ໄປ​ຄຽງ​ຄູ່​ກັນ​ນັ້ນ, ບັນດາ​ລັດຖະມົນຕີ APEC ຍັງ​ອອກ​ຖະ​ແຫລ​ງການ​ຮ່ວມ “​ເພີ່ມ​ທະວີ​ລະບົບ​ການ​ຄ້າ​ຫຼາຍ​ຝ່າຍ​ຜ່ານ​ກອງ​ປະຊຸມ​ລັດຖະມົນຕີ WTO ຄັ້ງ​ທີ 9 ຢູ່ ບາ​ລີ”.

ຂ່າວ/ບົດ​ອື່ນ