ESCAP ຍາມ​ໃດ​ກ​ໍ່​ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ກັບ ຫວຽດ​ນາມ

(VOVWORLD) -ຄະນະກຳມະການເສດຖະກິດ - ສັງຄົມ ສປຊ ພາກພື້ນ ອາຊີ - ປາຊີຟິກ (ESCAP) ຍາມໃດກໍ່ຖືເປັນສຳຄັນການພົວພັນຄູ່ຮ່ວມມືກັບ ຫວຽດນາມ ແລະ ໃຫ້ຄຳໝັ້ນສັນຍາວ່າ ຍາມໃດກໍ່ຈະເອົາໃຈໃສ່, ຕັ້ງໜ້າໜູນຊ່ວຍຫວຽດນາມປະຕິບັດເປົ້າໝາຍພັດທະນາແບບຍືນຍົງ.
ESCAP ຍາມ​ໃດ​ກ​ໍ່​ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ກັບ ຫວຽດ​ນາມ - ảnh 1ທ່ານ ຟານຈີແທັງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ ແລະ ທ່ານນາງ  Arminda Salsiah Alisjahbana ຮອງເລຂາທິການໃຫຍ່ ສປຊ ທັງເປັນເລຂາຜູ້ບໍລິຫານ ESCAP (ພາບ: TTXVN)

ນີ້ແມ່ນຄຳກ່າວປາໄສຂອງທ່ານນາງ  Arminda Salsiah Alisjahbana ຮອງເລຂາທິການໃຫຍ່ ສປຊ ທັງເປັນເລຂາຜູ້ບໍລິຫານ ESCAP ທີ່ການເຮັດວຽກກັບທ່ານ ຟານຈີແທັງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ ທັງເປັນຜູ້ຕາງໜ້າຫວຽດນາມ ປະຈຳ ESCAP.

ທີ່ການເຮັດວຽກ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບຫົວຂໍ້ກອງປະຊຸມຄັ້ງທີ 78 ຂອງ ESCAP ທີ່ວ່າ “ໂຄງການດຳເນີນງານລວມຍົກສູງການພັດທະນາແບບຍືນຍົງ ຢູ່ພາກພື້ນ ອາຊີ - ປາຊີຟິກ” ຄາດວ່າ ຈະຈັດຂຶ້ນໃນເດືອນພຶດສະພາ ແລະ ການຮ່ວມມືລະຫວ່າງ ຫວຽດນາມ ແລະ ESCAP.

ທ່ານເອກອັກຄະລັດຖະທູດ ຟານຈີແທັງ ຢືນຢັນ ວ່າ ຍາມໃດຫວຽດນາມ ກໍ່ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ມີຄວາມຮັບຜິດຊອບຂອງ ESCAP, ຫວຽດນາມ ຈະເຂົ້າຮ່ວມ, ປະກອບສ່ວນຢ່າງຕັ້ງໜ້າ, ເປັນເຈົ້າການຢູ່ກອງປະຊຸມຄັ້ງທີ 78 ກໍ່ຄືໃນການເຄື່ອນໄຫວລວມຂອງ ESCAP ແລະ ພາກພື້ນ ອາຊີ - ປາຊີຟິກ.

ສ່ວນທ່ານນາງ Arminda Salsiah Alisjahbana ໄດ້ຕີລາຄາສູງບົດບາດ ແລະ ການປະກອບສ່ວນຂອງ ຫວຽດນາມ ໃນການຊຸກຍູ້ການຮ່ວມມື, ຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ ແລະ ສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ