(vovworld) – ວັນທີ 27/6, ສະຫະພາບ ເອີລົບ (ຫຼື EU) ໄດ້ສະເໜີໃຫ້ອົງການການຄ້າໂລກ (ຫຼື WTO) ສ້າງຕັ້ງຄະນະກຳມະການເພື່ອແນໃສ່ແກ້ໄຂການໂຕ້ຖຽງກັນກ່ຽວກັບເລື່ອງ ຈີນ ຈັດວາງຄຳສັ່ງຫ້າມສົ່ງອອກດິນຊະນິດທີ່ຫາຍາກ. ນີ້ແມ່ນບາດກ້າວທີ່ສອງໃນລະບຽບການແກ້ໄຂຂອງ WTO ພາຍຫຼັງທີ່ວິວັດທະນາການທາບທາມຄວາມເຫັນຖືກປະລາໄຊ. ໃນຖະແຫຼງການອອກໃນວັນດຽວກັນ, ທ່ານ Karel De Gucht, ກຳມະການດ້ານການຄ້າ ໃຫ້ຮູ້ວ່າ: ຄຳສັ່ງຫ້າມສົ່ງອອກດິນຊະນິດທີ່ຫາຍາກ ແລະ ຜະລິດຕະພັນຈຳນວນໜຶ່ງຂອງ ຈີນ ແມ່ນລະເມີດບັນດາຄຳໝັ້ນສັນຍາຂອງປະເທດນີ້ ໃນຂອບເຂດ WTO ແລະ ເສກສັນປັ້ນແຕ່ງເຖິງຕະຫຼາດທົ່ວໂລກຢ່າງຮ້າຍແຮງ ກໍຄືສົ່ງຜົນສະທ້ອນບໍ່ດີໃຫ້ແກ່ບັນດາບໍລິສັດຂອງ ເອີລົບ.
ກ່ອນໜ້ານັ້ນ, ໃນບັນດາການທາບທາມຄວາມເຫັນຢ່າງເປັນທາງການກັບ ຈີນ ຢູ່ທີ່ສຳນັກງານ WTO, ບັນດານັກຕຳນິຕິຕຽນຝ່າຍ ອີຢູ, ຍີ່ປຸ່ນ ແລະ ອາເມລິກາ ໃຫ້ຮູ້ວ່າ: ຍຸດທະສາດຂອງ ປັກກິ່ງ ແມ່ນເພື່ອແນໃສ່ເພີ່ມລາຄາຜະລິດຕະພັນທີ່ຫາຍາກນີ້ໃນຕະຫຼາດໂລກຂຶ້ນສູງ. ໃນຂະນະນັ້ນ, ຈີນ ຢືນຢັນວ່າ: ໄດ້ປະຕິບັດຕາມບັນດາຫຼັກການການຄ້າສາກົນ, ຖືວ່າ: ມາດຕະການຈຳກັດການສົ່ງອອກດິນຊະນິດທີ່ຫາຍາກແມ່ນຈຳເປັນ ເພື່ອປົກປັກຮັກສາບັນດາແຫຼ່ງຊັບພະຍາກອນທຳມະຊາດທີ່ຫາຍາກ, ສິ່ງແວດລ້ອມ ຕໍ່ໜ້າບັນດາການເຄື່ອນໄຫວຂຸດຄົ້ນຫຼາຍເກີນຂອບເຂດ ແລະ ຕອບສະໜອງຄວາມຕ້ອງການນຳໃຊ້ຢູ່ພາຍໃນປະເທດ.