EUຍິງດາວທຽມສັງເກດມະຫາສະໝູດທຳອິດ

EUຍິງດາວທຽມສັງເກດມະຫາສະໝູດທຳອິດ - ảnh 1
(ພາບປະກອບ)

(vovworld) - ​ ​ ຕອນ​ຄ່ຳ​ວັນ​ທີ 16/02, ຢູ່​ສູນຈັກກະວານ Plessetsk ຂອງ ລັດ​ເຊຍ, ດາວ​ທຽມ​ສັງ​ເກດ​ມະຫາ​ສະໝູ​ດທຳ​ອິດ​ຂອງ​ສະຫະພາບ ​ເອີ​ລົບ (ອີ​ຢູ) ດ້ວຍ​ຊື່ວ່າ “Sentinel 3A” ​ໄດ້​ຍິງ​ຂຶ້ນ​ສູ່ອາ​ວະ​ກາດ. ດາວ​ທຽມໜັກ 1.200 kg ​ໂດຍ​ ຂອງ​ກຸ່ມ​ບໍລິສັດ Thales Alenia Space ສາຂາ ​ແບນ​ຊິກ ຜະລິດ, ສິ່ງ​ດັ່ງກ່າວ​ອະນຸຍາດ​ໃຫ້ ​ເອີ​ລົບ ສາມາດສັງ​ເກດ​ບັນດາ​ບັນຫາ​ກ່ຽວ​ກັບມະຫາສະ​ໝູ​ດທັງວັນ ​ແລະ ຄືນ ​ ​ຜ່ານ​ການວັດ​​ແທກຄວາມ​ສູງ​ຂອງຄື້ນ, ຄວາມ​ຮ້ອນ ​ແລະ ຄວາມ​ໄວ​ຂອງ​ລົມ. ການ​ເຄື່ອນ​ໄຫວ​ສັງ​ເກດມະຫາ​ສະ​ໝູ​ດມີ​ບົດບາດ​ສຳຄັນ, ຊ່ວຍ​ເຂົ້າ​ໃຈ​ແຈ້ງ​ກ່ວາ​ກ່ຽວ​ກັບ​ສະພາບ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ກໍ່​ຄື​ການ​ນຳ​ໃຊ້​ບັນດາ​ຂໍ້​ຕົກລົງ ​ເຊິ່ງບັນລຸ​ໄດ້​ຢູ່​ກອງ​ປະຊຸມ​ຄັ້ງ​ທີ 21 ສົນທິສັນຍາ​ແມ່​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ (COP 21) ຢູ່​ປາຣີ (ຝະລັ່ງ) ​​ເມື່ອ​ເດືອນ 12 ປີ​ກາຍ. ນອກຈາກ​ນັ້ນ, ການ​ເຄື່ອນ​ໄຫວ​ນີ້ ຍັງ​ປະກອບສ່ວນ​ເຂົ້າ​​​ໃນ​ການພັດທະນາ​ບັນດາ​ການ​ບໍລິການດ້ານ​ການ​ຄ້າອີກ​ດ້ວຍ.

ຂ່າວ/ບົດ​ອື່ນ