EUຮັບຮອງເອົາແຜນການເປີດບັ້ນຮົບການທະຫານບົນທະເລຕ້ານການຄ້າມະນຸດ

EUຮັບຮອງເອົາແຜນການເປີດບັ້ນຮົບການທະຫານບົນທະເລຕ້ານການຄ້າມະນຸດ - ảnh 1
ຄົນ​ເຂົ້າ​ ເອີ​ລົບ ຢ່າງຜິດ​ກົດໝາຍ (ພາບ: EPA)

(vovworld) – ​ ​​ ບັ້ນ​ຮົບກອງທັບ​ເຮືອທີ່​ມີ​ຊື່ວ່າ: EU Navfor Med (ກຳລັງ​ທະ​ຫານ​ເຮືອ EU ຢູ່​ທະ​ເລ​ເມ​ດີ​ແຕຣາ​ເນ) ໂດຍ​ບັນດາ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ 28 ປະ​ເທດ​ສະມາຊິກ EU ຮັບຮອງ​ເອົາ​ຢູ່​ການ​ປະຊຸມ​ກັບ​ບັນດາ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ຂອງ​ກຸ່ມ​ນີ້ຢູ່ ບຣຸກ​ແຊນ ​ໃນ​ຕອນ​ບ່າຍ​ວັນ​ທີ 18/5, ​ໃນ​ຂອບ​ເຂດ​ການ​ປະຊຸມ​ປະຈຳ ສະພາ​​ພົວພັນການ​ຕ່າງປະ​ເທດ EU. ​ໃນ​ບັ້ນ​ຮົບ​ນີ້, ​ທະຫານບັນດາ​ປະ​ເທດ​ເອີ​ລົບ​ຈະ​ຜັນ​ຂະຫຍາຍ​ກຳ່​ປັ່ນສູ້​​ຮົມ ​ແລະ ​ເຮື​ອບິນ​ສອບ​ແນມ​ຢູ່ເຂດ​ທະ​ເລ ລີ​ບີ, ​ເຊິ່ງ​ແມ່ນບ່ອນ​ເລີ່​ມ​ເດີນທາງ​ຕົ້ນຕໍ​ຂອງ​ບັນດາ​ກຳ່​ປັ່ນຂົນ​ສົ່ງຄົນ​ເຂົ້າ​ ເອີ​ລົບ ຢ່າງຜິດ​ກົດໝາຍ ​.

            ປະ​ຈຸບັນ​ບັນດາ​ເຈົ້າ​ໜ້າ​ທີ່ EU ກໍ່​ພວມ​ຊອກ​ຫາມະຕິຂອງ​ສະຫະ​ປະຊາ​ຊາດ, ຜ່ານ​ນັ້ນ ສ້າງ​ພື້ນຖານ​ໝັ້ນຄົງ​ເພື່ອ​ໃຫ້​ບັນດາ​ປະ​ເທດ ​ເອີ​ລົບ ສາ​ມາດ​ຂັບ​ໄລ່​ບັນດາ​ເປົ້າ​ໝາຍ​ຄ້າຂາຍ​ມະນຸດ ​ແລະ ທຳລາຍ​ກຳ່​ປັ່ນ​ຂອງ​ພວກຄ້າຂາຍມະນຸດ.

ຂ່າວ/ບົດ​ອື່ນ