G20 ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ການພັດທະນາຂະແໜງກະສິກຳແບບຍືນຍົງ
(VOVWORLD) -ບັນດາສະມາຊິກ G20 ໃຫ້ຄຳໝັ້ນສັນຍາວ່າ ຈະຊຸກຍູ້ການຄົ້ນຄວ້າປ່ຽນແປງໃໝ່, ໜູນຊ່ວຍການບຳລຸງສ້າງ, ຍົກສູງລະດັບຄວາມຮູ້, ສົ່ງເສີມການໝູນໃຊ້ເຕັກໂນໂລຢີ, ວິທີການປູກຝັງ, ລ້ຽງສັດໃຫ້ມີປະສິດທິຜົນ ແລະ ຍືນຍົງໃນຂະແໜງກະສິກຳ.
ກອງປະຊຸມລັດຖະມົນຕີກະຊວງກະສິກຳ ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍພົ້ນເດັ່ນແຖວໜ້າໂລກ (ພາບ: flickr)
|
ວັນທີ 18 ກັນຍາ, ກອງປະຊຸມລັດຖະມົນຕີກະຊວງກະສິກຳ ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍພົ້ນເດັ່ນແຖວໜ້າໂລກ (G20) ໄດ້ຮັບຮອງເອົາຖະແຫຼງການຮ່ວມ.
ຖະແຫຼງການເນັ້ນໜັກວ່າ ການເຕີບໂຕແບບຍືນຍົງຈະບັນລຸໄດ້ໃນເມື່ອຕິດພັນກັບພື້ນຖານກະສິກຳທີ່ພັດທະນາຢ່າງປອດໃສເຂັ້ມແຂງກ່ຽວກັບດ້ານເສດຖະກິດ, ມີຄວາມສາມາດສ້າງວຽກເຮັດງານທຳ ແລະ ລາຍຮັບເປັນປົກກະຕິໃຫ້ແກ່ປະຊາຊົນ. ພ້ອມດຽວກັນນັ້ນ, ວິວັດການສ້າງ, ກຳນົດທິດບັນດານະໂຍບາຍ ກໍຕ້ອງຄິດໄລ່ເຖິງບົດບາດຫຼັກແຫຼ່ງຂອງຊາວໜຸ່ມ, ແມ່ຍິງ, ປະຊາຊົນປະເທດປະຈຳຖິ່ນ ແລະ ບັນດາປະຊາຄົມໃນທ້ອງຖິ່ນ. ບັນດາສະມາຊິກ G20 ໃຫ້ຄຳໝັ້ນສັນຍາວ່າ ຈະຊຸກຍູ້ການຄົ້ນຄວ້າປ່ຽນແປງໃໝ່, ໜູນຊ່ວຍການບຳລຸງສ້າງ, ຍົກສູງລະດັບຄວາມຮູ້, ສົ່ງເສີມການໝູນໃຊ້ເຕັກໂນໂລຢີ, ວິທີການປູກຝັງ, ລ້ຽງສັດໃຫ້ມີປະສິດທິຜົນ ແລະ ຍືນຍົງໃນຂະແໜງກະສິກຳ.