G20 ໃຫ້ຄຳໝັ້ນສັນຍາໜູນຊ່ວຍການສ້າງດ້ານການເງິນ ແລະ ເສດຖະກິດທົ່ວໂລກໃຫ້ເປັນປົກກະຕິ
(VOVWORLD) - ວັນທີ 14 ຕຸລາ, ລັດຖະມົນຕີກະຊວງການເງິນຂອງບັນດາປະເທດ ໃນກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າໂລກ (G20) ໄດ້ເຫັນດີຕໍ່ກຳນົດເວລາ 6 ເດືອນຕື່ມອີກ ສຳລັບຂໍ້ລິເລີ່ມໂຈະການຊຳລະໜີ້ສິນ (DSSI) ໃຫ້ບັນດາປະເທດທຸກຍາກທີ່ສຸດໃນປີນີ້ ແລະ ຈະພິຈາລະນາຄືນບັນຫາດັ່ງກ່າວໃນເດືອນ ເມສາ 2021.
(ພາບປະກອບ: tapchitaichinh.vn) |
ໃນຖະແຫຼງການຮ່ວມທີ່ໄດ້ຍົກອອກມາພາຍຫຼັງກອງປະຊຸມອອນລາຍຂອງ ບັນດາລັດຖະມົນຕີກະຊວງການເງິນ ແລະ ຜູ້ວ່າການທະນາຄານສູນກາງ, ບັນດາເຈົ້າໜ້າທີ່ດ້ານການເງິນ G20 ໄດ້ເນັ້ນໜັກເຖິງຄວາມຈຳເປັນຂອງການຄວບຄຸມການແຜ່ລະບາດຂອງໂລກລະບາດໂຄວິດ - 19, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າຈະ “ເຮັດທຸກສິ່ງທຸກຢ່າງ” ເພື່ອໜູນຊ່ວຍດ້ານການເງິນ ແລະ ເສດຖະກິດທົ່ວໂລກໃຫ້ເປັນປົກກະຕິ; ສືບຕໍ່ແກ້ໄຂບັນດາຜົນກະທົບທີ່ບໍ່ສະໝ່ຳສະເໝີ ໂດຍວິກິດການໂຄວິດ - 19 ກໍ່ຂຶ້ນສຳລັບແມ່ຍິງ, ໄວໜຸ່ມ ແລະ ບັນດາເປົ້າໝາຍທີ່ມີຄວາມສ່ຽງໃນທົ່ວໂລກ. ຖະແຫຼງການດັ່ງກ່າວກໍໄດ້ເນັ້ນໜັກເຖິງແຜນການເຄື່ອນໄຫວຂອງ G20 ເພື່ອແນໃສ່ຍູ້ໄວວຽກງານບົ່ງມະຕິ, ປິ່ນປົວ, ພັດທະນາ ແລະ ຜະລິດວັກຊິນກັນພະຍາດໂຄວິດ - 19 ອີກດ້ວຍ.