G7ສະຫນັບສະຫນູນຢູແກຼນແລະເພີ່ມທະວີການຮ່ວມມືພາຍໃນກຸ່ມ

 G7ສະຫນັບສະຫນູນຢູແກຼນແລະເພີ່ມທະວີການຮ່ວມມືພາຍໃນກຸ່ມ - ảnh 1
ການນຳກຸ່ມ G7
photo:internet


(vovworld)- ສິ້ນ​ສຸດ​ກອງ​ປະຊຸມ​ສຸດຍອດ​ກຸ່ມ​ບັນດາ​ປະ​ເທດອຸດສາຫະກຳ​ຊັ້ນ​ນຳ​ຂອງ​ໂລກ(G7) ຊື່​ງດຳ​ເນີນ​ໄປ​ຢູ່ ບຣຸກ​ແຊ​ນ ປະ​ເທດ ​ແບນ​ຊີກ, ບັນດາ​ການ​ນຳ G7  ​ໄດ້​ອອກ​ຖະ​ແຫລ​ງການ​ຮ່ວມ​ສະ​ແດງ​ການ​ສະຫນັບສະຫນູນ​ກັບ​ຄະນະ​ການ​ນຳ​ໃຫມ່​ຢູ່ ຢູ​ແກຼນ ​ແລະ ວາງ​ແຜນການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ພະ​ລັງງານ, ການ​ຄ້າ ​ແລະ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ.        ກ່າວ​ຄຳ​ເຫັນ​ກັບ​ວົງ​ການ​ນັກ​ຂ່າວພາຍຫລັງ​ກອງ​ປະ​ຊຸມ​ຊື່​ງ ດຳ​ເນີນ​ໄປ​ໃນ​ວັນ​ທີ 5/6, ທ່ານ Jose Manuel Barroso, ປະທານ​ຄະນະ​ກຳມະການ​ເອີ​ລົບ ​ໃຫ້​ຮູ້​ວ່າ​: G7 ພ້ອມ​ແລ້ວ​ທີ່ຈະຫນູນ​ຫລັງ​ຄະນະ​ການ​ນຳ​​ໃຫມ່​ຂອງ Kiev ນັບ​ທັງ​ດ້ານ​ການ​ເມືອງ ​ແລະ ​ເສດຖະກິດ. ບັນດາ​ການ​ນຳ G7 ກໍ​ສຸມ​ໃສ່​ຜັນ​ຂະຫຍາຍ​ບັນດາ​ນະ​ໂຍບາຍ​ລະອຽດ ​ເພື່ອ​ຊຸກຍູ້​ການ​ຈະ​ເລີ​ນ​ເຕີບ​ໂຕ​ເສດຖະກິດ. ຊຸກຍູ້​ການ​ເຕີບ​​ໂຕ ​ແລະ ສ້າງ​ວຽກ​ເຮັດ​ງານ​ທຳ ​ແມ່ນ 2 ຂົງ​ເຂດ​ໃຫ້ບຸລິມະສິດ​ຕົ້ນຕໍ​ຂອງ​ກຸ່ມ. ຖະ​ແຫລ​ງການ​ຮ່ວມ​ສິ້ນ​ສຸດ​ກອງ​ປະຊຸມ​​ໄດ້​ຊີ້​ແຈ້ງວ່າ: G7 ຈະ​ວາງ​ອອກ​ບັນດາ​ຍຸດ​ທະ​ສາດ​ການ​ເຕີບ​ໂຕ​ສັງ​ລວມທີ່​ກອງ​ປະຊຸມ​ສຸ​ດຍອດ​ກຸ່ມ​ບັນດາ​ພື້ນຖານ​ເສດຖະກິດ​ພັດທະນາ ​ແລະ ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນ​ຊັ້ນ​ນຳ​ຂອງ​ໂລກ (G20) ດຳ​ເນີນ​ໄປ​ຢູ່​ນະຄອນ Brisbane ປະ​ເທດ ອົດ​ສະ​ຕາ​ລີ ​ເພື່ອ​ກ້າວ​ໄປ​ເຖິງ​ການ​ສຳ​ເລັດ​ບັນດ​າ​ໂຄງການ​ດຳ​ເນີນ​ງານ​ໃນ​ບັນດາ​ຂົງ​ເຂດ​ຄື: ການ​ລົງທຶນ, ບັນດາ​ວິ​ສາ​ຫະກິດ​ຂະຫນາດ​ກາງ ​ແລະ ນ້ອຍ, ວຽກ​ເຮັດ​ງານ​ທຳ ​ແລະ ການ​ເຂົ້າ​ຮ່ວມ​ຂອງ​ແມ່ຍິງ​ພ້ອມ​ກັບ​ບັນດາ​ຂົງ​ເຂດ​ອື່ນ​ຄື: ການ​ຄ້າ ​ແລະ ​ການ​ປ່ຽນ​ໃຫມ່ ​ແລະ ບັນດາ​ນະ​ໂຍບາຍ​ເສດຖະກິດ​ມະ​ຫາ​ພາກ.

ຕອບກັບ

ຂ່າວ/ບົດ​ອື່ນ