Hot Radio ໄດ້ຮັບ ລາງວັນພິເສດຂອງ ABU Prizes 2013

Hot Radio ໄດ້ຮັບ ລາງວັນພິເສດຂອງ ABU Prizes 2013 - ảnh 1

ທ່ານ​ເຈິ່ນບິງ​ມິ​ງຜູ້ອຳນວຍການ​ໃຫ່ຍ​ໂທລະພາບ​

ຫວຽດນາມກ່າວ​ຄຳ​ເຫັນ​ທີ່​ພິທີ​ມອບ​ລາງວັນ

(ພາບ:dantri.com.vn)

    (vovworld)-​​​​ “ກາລະ​ໂອກາດ ​ແລະ ສິ່ງ​ທ້າ​ທາຍ​ໃນ​ໂລກ​ດີ​ຈີ​ຕອນ” - ​ແມ່ນ​ເນື້ອ​ໃນ​ການ​ປຶ​ກສາ​ຫາລື​ໃນ​ວັນ​ທີ 29/10 ຢູ່ ກອງ​ປະຊຸມ​ສະມັດຊາ​ໃຫຍ່ ຄັ້ງ​ທີ 50 ຂອງສະຫະ​ສະມາຄົມ​ວິທະຍຸ​ໂທລະພາບ ອາຊີ - ປາຊີ​ຟິກ, ພວມ​ຈັດ​ຂຶ້ນ​ຢູ່ ຮ່າ​ໂນ້ຍ. ວາລະ​ປະຊຸມ​ມື້​ນີ້, ​ແມ່ນ​ການ​ປຶກ​ສາ​ຫາລື​ສຸມ​ໃສ່ ​ແລະ ລົງ​ເລິກ​ທີ່​ສຸດ​ຂອງ​ບັນດາ​ນັກ​ຄຸມ​ຄອງ, ບັນດາ​ຜູ້​ເຮັດ​ວຽກ​ງານ​ວິທະຍຸ ​ໂທລະພາບ​ໃນ​ພາກ​ພື້ນ ​ແລະ ​ໂລກ​ກ່ຽວ​ກັບ “ກາລະ​ໂອກາດ ​ແລະ ສິ່ງ​ທ້າ​ທາຍ​ໃນ​ໂລກ​​ດີ​ຈີ​ຕອນ”. ບັນດາ​ຜູ້​ແທນ​ເຂົ້າຮ່ວມ​ວາລະ​ປະຊຸ​ມ ​ໄດ້​ເນັ້ນ​ໜັກ​ວ່າ: ຖ້າ​ຫາກ​ບໍ່​ສາມາດ​ທ່ວງທັນ​ກັບ​ເຕັກ​ໂນ​ໂລ​ຢີ, ພວກ​ເຮົາ​ຈະ​ຖືກຖອຍ​ຫຼັງ. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ທ້າ​ທາຍ​ໃຫຍ່​ສຳລັບ​ວິທະຍຸ ​ໂທລະ​ພາບ​​ໃນ​ສັງ​ກາດ​ເຕັກ​ໂນ​ໂລ​ຢີດີ​ຈີ​ຕອນ.

ກ່ອນໜ້ານັ້ນ, ລາຍການ Hot Radio ຂອງ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ໄດ້​ຮັບ​ລາງວັນ​ພິ​ເສດ​​ສຳລັບ​ລາຍການ​ກະຈາຍສຽງຂອງ​ສະຫະ​ສະມາຄົມ​ວິທະຍຸ-​ໂທລະພາບ​ອາຊີ-​ປາ​ຂີ​ຝິກ 2013 (ABU Prizes 2013). ພິທີ​ມອບ​ລາງວັນ​ນອນ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ຄັ້ງທີ 50 ຂອງ ABU. ຮ່ວາຍ​ແອ​ງ, ​ໂຄສົກ​ຂອງ​ລາຍການ Hot Radio ​ແບ່ງປັນ​ວ່າ​:

   “ພວກ​ຂ້າພະ​ເຈົ້າ​ແມ່ນ​ໜ່ວຍ​ເຮັດ​ວຽກ​ທີ່​ສະໜິດຕິດ​ພັນ​ນຳ​ກັນ​ ​ແລະ ພວກ​ຂ້າພະ​ເຈົ້າ​​ໄດ້​​ໃຊ້​ກຳລັງແຮງ ​ແລະ ​ເວລາ​ຫຼາຍ​​ເພື່ອຈັດລາຍການ​ນີ້. ຂ້າພະ​ເຈົ້າມີ​ຄວາມ​ພາກພູມ​ໃຈ ​ແລະ ​ເປັນ​ກຽດ​ເມື່ອ​ໄດ້​ຮັບ​ໜ້າ​ທີ່​ເປັນ​ໂຄສົກ​ຂອງ​ລາຍການ Hot Radio. ໝານ​ຜົນ​ນີ້ບໍ່​ແມ່ນ​ຂອງ​ຂ້າພະ​ເຈົ້າ​ຜູ້​ດຽວ, ຫາກ​ແມ່ນ​ຜົນງານ​ລວມຂອງ​ໜ່ວຍ​ຜະລິດ​ລາຍການ Hot Radio ທັງ​ໝົດ ​ແລະ ລະບົບ​ກະຈາຍສຽງ​ດົນຕີ, ຂໍ້​ມູນ​ຂ່າວສານ, ບັນ​ເທິງ​ຂອງວິທະຍຸ​ກະຈາຍສຽງ​ຫວຽດນາມ“.

  ທີ່​ພິທີ​ມອບລາງວັນ​ຈັດ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 28/10, ​ ABU Prizes 2013 ໄດ້ມອບ 7 ລາງວັນ​ໃຫ້​ແກ່​ບັນດາ​ລາຍການ​ກະຈາ​ຍສຽງ ​ແລະ 8​ ລາງວັນ​ໃຫ້​ແກ່​ບັນດາ​ລາຍການໂທລະພາບ ຊື່​ງ​​ໄດ້​ຄັດ​ເລືອກ​ຈາກ​ກ່ວາ 260 ລາຍການ​ຂອງ 20 ກ່ວາ​ປະ​ເທດ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ເຈິ່ນບິງ​ມິ​ງ, ຜູ້ອຳນວຍການ​ໃຫ່ຍ​ໂທລະພາບ​ຫວຽດນາມ ​ໃຫ້​ຮູ້​ວ່າ:

   “ພິທີ​ມອບ​ລາງວັນ ABU Prizes 2013 ​ເພື່ອ​ເຊີດ​ຊູ​ບັນດາ​ຜົນງານ​ພາຍຫຼັງ1 ປີ​ແຫ່ງ​ການ​ປະຕິບັດ​ຢ່າງ​ບໍ່​ຮູ້​ອິດ​ຮູ້​ເມື່ອຍ, ມີ​ຫົວຄິດ​ປະ​ດິດສ້າງ​ຂອງ​ບັນດາ​ສະມາຊິກ​ສະຫະ​ສະມາຄົມ​​.. ຂ້າພະ​ເຈົ້າ​ເຊື່ອໝັ້ນວ່າ, ມີ​ຫຼາຍ​ລາຍ​ການ​ໂທລະພາບ, ກະຈາຍສຽງ​ມ່ວນ​ທີ່​ສຸດ ​ແລະ ​ເໝາະສົມ​ທີ່​ໄດ້​ຮັບ​ລາງວັນ ກໍ່​ຄື​ມີ​ຫຼາຍ​ຜົນງານ, ຂໍ້​ລິ​ເລີ່​ມ​ໃນ​ຂົງ​ເຂດ​ກະຈາຍສຽງ​ໂທລະພາບ​ໃນ 1 ປີຜ່ານມາ“.

 

ຂ່າວ/ບົດ​ອື່ນ