ILOກ່າວເຕືອນສະພາບຂາດຄວາມສະເໝີພາບລະຫວ່າງຍິງຊາຍໃນຕະຫຼາດແຮງງານ

ILOກ່າວເຕືອນສະພາບຂາດຄວາມສະເໝີພາບລະຫວ່າງຍິງຊາຍໃນຕະຫຼາດແຮງງານ - ảnh 1
ພາບປະກອບ

(vovworld) - ​ເຖິງ​ວ່າ​ບັນລຸ​ໄດ້​ຄວາມ​ກ້າວໜ້າ​ຈຳນວນ​ໜຶ່ງ​ຢູ່ບາງ​ຂົງ​ເຂດ​ໃນ​ໂລກ​ກໍ່ຕາມ, ​ແຕ່​ຍັງ​ຄົງ​ມີ​ແມ່ຍິງ​ນັບ​ລ້ານ​ຄົນ​ພວມ​ຖືກ​ຈຳ​ແນ​ກການ​ປະພຶດ​ເມື່ອ​ໄປ​ຊອກ​ຫາ​ວຽກ​ເຮັດ​ງານ​ທຳ. ຂໍ້​ສັງ​ເກດ​ດັ່ງກ່າວ​​ໂດຍ​ອົງການ​ແຮງ​ງານ​ສາກົນ (ILO) ຍົກ​ອອກ​ມາກົງ​ກັບ​ໂອກາດ​ໂລກ​ສະ​ເຫຼີ​ມສະຫຼອງ​ວັນ​ແມ່ຍິງ​ສາກົນ 8/3. ບົດ​ລາຍ​ງານ​ມີ​ຊື່ວ່າ: “​ແມ່ຍິງ​ໄປ​ເຮັດ​ວຽກ: ບັນດາ​ທ່າ​ອ່ຽງ​ໃນ​ປີ 2016“ ​ໄດ້​ຄົ້ນ​ຄ້ວາ​​ບັນ​ຫາ​ນີ້​ຢູ່ 178 ປະ​ເທດ ​ແລະ  ສະຫຼຸບ​ວ່າ, ສະພາບ​ຂາດຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ​ຊາຍ​ໃນ​ຕະຫຼາດ​ແຮງ​ງານຢູ່​ໂລກ​ຍັງ​ຮ້າຍ​ແຮງ​ສົມຄວນ. ບົດ​ລາຍ​ງານ​ຖື​ວ່າ, ​ເຖິງ​ວ່າ​ບັນລຸ​ໄດ້​ຄວາມ​ກ້າວໜ້າ​ຈຳນວນ​ໜຶ່ງ​ໃນ​ການ​ຮັດ​ແຄບ​ສະພາບ​ຂາດ​ຄວາມ​ສະ​ເໝີ​ພາບ​ກ່ຽວ​ກັບ​ລາຍ​ຮັບ​ລະຫວ່າງ​ຍິງ​ຊາຍ​ກໍ່ຕາມ, ​ແຕ່​ຈະ​ຕ້ອງ​ເສຍ​ເວລາ​ປະມານ 70 ປີ​ອີກ​ຈຶ່ງ​ສາມາດ​ລົບ​ລ້າງ​ສະພາບ​ນີ້​ໄດ້​ຢ່າງ​ສິ້ນ​ເຊີ​ງ.

 


ຂ່າວ/ບົດ​ອື່ນ