IMFຮັບຮອງເອົາບ້ວງເງິນໜູນຊ່ວຍ6,64ຕື້USDສຳລັບປາກິດສະຖານ

IMFຮັບຮອງເອົາບ້ວງເງິນໜູນຊ່ວຍ6,64ຕື້USDສຳລັບປາກິດສະຖານ - ảnh 1
(ພາບ​ປະ​ກອບ​ຈາກ AFP)

(vovworld) –  ​ວັນ​ທີ 28/3, ກອງ​ທຶນ​ເງິນ​ຕາ​ສາ​ກົນ (IMF) ໄດ້​ຮັບ​ຮອງ​ເອົາ​ບ້ວງ​ເງິນ​ໜູນ​ຊ່ວຍ​ທີ່ມ​ີ​ມູນ​ຄ່າ 6,64 ຕື້ USD ສຳ​ລັບ ປາ​​ກິ​ດ​ສະ​ຖານ ໃນ​ເວ​ລາ 3 ປີ​ຈະ​ມາ​ເຖິງ ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ໂຄງ​ການ​ປະ​ຕິ​ຮູບ ແລະ ເຕີບ​ໂຕ​ເສດ​ຖະ​ກິດ​ຂອງ​ປະ​ເທດນີ້. ການ​ກະ​ທຳ​ດັ່ງ​ກ່າວ​ຂ​ອງ IMF ຈະ​ສ້າງ​ເງື່ອນ​ໄຂ​ເພື່ອ​ປ່ອຍ​ບ້ວງ​ເງິນ​ທຳ​ອິດ​ທີ່​ມີ​ມູນ​ຄ່າ​ປະ​ມານ 544,5 ລ້ານ USD, ໃນ​ຂະ​ນະ​ນັ້ນ, ຈຳ​ນວນ​ເງິນ​ຍັງ​ເຫຼືອ​ຈະ​ຖືກ​ປ່ອຍບົນ​ພື້ນ​ຖານ​ປະ​ຕິ​ບັດ​ສຳ​ເລັດ​ບົດ​ລ​າຍ​ງານ​ປະ​ຈຳ​ໄຕ​ມາດ​ກ່ຽວ​ກັບ​ໂຄງ​ການ​ປະ​ຕິ​ຮູບ​ເສດ​ຖະ​ກິດ​ຂອງ​ປາ​ກິດ​ສະ​​ຖານ: IMF ໄດ້​ຮັບ​ຮອງ​ເອົາ​ໂຄງ​ການ​ປະ​ຕິ​ຮູບ​ເສດ​ຖະ​ກິດ​ຂອງ​ລັດ​ຖະ​ບານ​ປາ​ກິ​ດ​ສະ​ຖານ ແລະ ຫວັງ​ວ່າ​ໂຄງ​ການນີ້​ຈະ​ຊ່​ວຍ​ໃຫ້ Islamabad ຟື້ນ​ຟູ​ເສດ​ຖະ​ກິດ, ສະ​ກັດ​ກັ້ນ​ວິ​ກິດ​ການ​ດຸ່ນ​ຊ​ຳ​ລະ, ຫລຸດ​ຜ່ອນ​ການ​​ຂາດ​ດຸນ​ການ​ເງິນ, ຊຸກ​ຍູ້​ການ​ລົງ​ທຶນ ແລະ ການ​ເຕີບ​ໂຕ. IMF ຕີ​ລາ​ຄາ​ວ່າ: ເຖິງວ່າ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ບັນ​ດາ​ການ​ທ້າ​ທາຍກໍ່​ຕາມ, ແຕ່​ປາ​ກິ​ດ​ສະ​ຖານ ແມ່ນ​ປະ​ເທດມ​ີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຢ່າງ​ອຸ​ດົມ​ສົມ​ບຸນ, ພ້ອມ​ທັງ​ເນັ້ນ​ໜັກ​ວ່າ: ເລື່ອງ​ອຳ​ນາດ​ການ​ປົກ​ຄອງ Islamabad ເຄົາ​ລົບ​ໂຄງ​ການ​ປະ​ຕິ​ຮູບ​ຈະ​ຊ່ວຍ​ປະ​ເທດນີ້​ລະ​ດົມ​ບັນ​ດາ​ແຫຼ່ງ​ອຸ​ປະ​ຖ​ຳ​ອື່ນໆ​​ໄດ້.


ຂ່າວ/ບົດ​ອື່ນ