IS ນຳເທບບັນທຶກພາບ Video ກ່ຽວກັບການຄາດຕະກຳ ຂຶ້ນເຄືອຂ່າຍອິນເຕີເນັດ
(vovworld)- ວັນທີ 15/2, ກຸ່ມກຳລັງ ລັດອິດສະລາມ IS ໂດຍຂະໜານນາມເອງຢູ່ລີບີໄດ້ນຳເທບບັນທຶກພາບ Video ຂຶ້ນເຄືອຂ່າຍອິນເຕີເນັດ ຊຶ່ງໄດ້ແຜ່ພາບກ່ຽວກັບການສັງຫານຊາວຄິດເຊື້ອຊາດອີຢິບ 21 ຄົນ ໂດຍກຸ່ມກຳລັງ ລັດອິດສະລາມ ISປະກາດໄດ້ຈັບຕົວເມືອ່ເດືອນ 1 ປີ 2015. ໃນ ເທບບັນທຶກພາບ Video, ບັນດາຕົວປະກັນຖືກໃສ່ກະແຈມື, ນຸ່ງຊຸດສີສົ້ມ ແລະ ຖືກບັນດາບຸກຄົນນຸ່ງຊຸດດຳ, ໃສ່ໜ້າກາກຕັດຄໍຢູ່ສະຖານທີ່ແຫ່ງໜຶ່ງແຄມທະເລ ຊຶ່ງພວກນີ້ເວົ້າວ່າ ແມ່ນຢູ່ແຂວງ Tripoli ຂອງລີບີ. ຕໍ່ໜ້າເຫດການດັ່ງກ່າວ, ປະທານາທິີບໍດີອີຢິບ Abdel Fattah al- Sisi ໄດ້ປະກາດໄວ້ທຸກລະດັບຊາດເປັນເວລາ 7 ວັນ, ພ້ອມທັງໃຫ້ຮູ້ວ່າ ອີຢິບຈະໂຕ້ຕອບຢ່າງເໝາະສົມ ແລະ ທັນການເພື່ອລົງໂທດພວກຄາດຕະກຳນີ້.