ພາບປະກອບ
|
(vovworld) – ວັນທີ 3/7, ກອງທັບ ອິດສະຣາແອນ ໃຫ້ຮູ້ວ່າ: ລູກຈະຫຼວດ 2 ລູກຈາກແຫຼມ ຊີນາຍຂອງ ອີຢິບ ໄດ້ຕົກໃສ່ພາກໃຕ້ ອິດສະຣາແອນ, ແຕ່ບໍ່ກໍ່ຜົນເສຍຫາຍກ່ຽວກັບດ້ານຊີວິດອີນຊີ ແລະ ຊັບສິນໃດໆ. ແຫຼ່ງຂ່າວດັ່ງກ່າວໄດ້ຊີ້ແຈ້ງວ່າ: ລູກຈະຫຼວດນີ້ໄດ້ຍິງຈາກແຫຼມ ຊີນາຍ ໃກ້ກັບຊາຍແທນຂອງ ອິດສະຣາແອນ ແລະ ເຂດ ກາຊາ. ການກະທຳດັ່ງກ່າວຖືກດຳເນີນໄປໃນສະພາບ ອີຢິບ ພວມຕ້ອງປະເຊີນໜ້າກັບບັນດາການບຸກໂຈມຕີທີ່ນອງເລືືອດຂອງກຸ່ມ “ລັດອິດສະລາມ” (IS) ອ້າງຊື່ເອງ ເພື່ອແນໃສ່ກຳລັງປ້ອງກັນຄວາມສະຫງົບໃນແຫຼມຊີນາຍ.
ກຸ່ມ “Sinai Province”, ສາຂາຂອງ IS ຢູ່ ອີຢີບ, ໄດ້ຍອມຮັບດຳເນີນເຫດການຍິງລູກຈະຫຼວດດັ່ງກ່າວ. ໃນຖະແຫຼງການໜຶ່ງໃນເຄືອຂ່າຍສັງຄົມອອນໄລ Twitter, ກຸ່ມນີ້ຢັ້ງຢືນໄດ້ຍິງລູກຈະຫຼວດ ແມ່ນເພື່ອແນໃສ່ໂຕ້ຕອບເລື່ອງ ອິດສະຣາແອນໜູນຊ່ວຍບັນດາກຳລັງປະກອບອາວຸດ ອີຢິບ ເມື່ອກຸ່ມນີ້ບຸກໂຈມຕີ ເຂົ້າປ້ອມກວດກາການທະຫານຢູ່ແຫຼມ ຊີນາຍ ເມື່ອວັນທີ 1/7 ຜ່ານມາເຮັດໃຫ້ທະຫານ ອີຢິບ 30 ຄົນເສຍຊີວິດ ແລະ ອີກ 40 ຄົນຮັບບາດເຈັບ.